ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

- 381905 - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ
- kitchen vibe - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ: ໃນໄລຍະວັນທີ 17-18 ພຶດສະພາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະມີກໍາລັງປານກາງ ຫາ ແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ. ຈາກນັ້ນໄລຍະວັນທີ 19-23 ພຶດສະພາ 2021 ລົມມໍລະສຸມລົມຕາເວັນຕົກສ່ຽງໃຕ້ຈະພັດປົກຄຸມຢູ່ ແຂວງພາກກາງ ແລະ ພາກໃຕ້, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂຶ້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ.

- 566 207x300 - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

- Visit Laos Visit SALANA BOUTIQUE HOTEL - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

ຄາດຄະເນສະພາບອາກາດ ໃນແຕ່ລະພາກ: ພາກເຫນືອດ້ານຕາເວັນອອກ: ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສຸດ 17–19 ອົງສາ ແລະ ສູງສຸດ 30–32 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 22–24 ອົງສາ ແລະ ສູງສຸດ 37-39 ອົງສາ.

- 658 207x300 - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານ ກາງ ຫາ ຫນັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນ ນະເຂດ ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 37-39 ອົງສາ.

ສະເພາະແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນ ອຸນຫະພູມຕໍ່າສຸດ 15-17 ອົງສາ ແລະ ສູງສຸດ 29–31 ອົງສາ.

- 775 207x300 - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ

ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງ ຫາ ຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ ອຸນຫະພູມຕໍ່າສຸດ 24-26 ອົງສາ ແລະ ສູງສຸດ 38-40 ອົງສາ.

ສະເພາະເຂດພູພຽງບໍລະເວນ: ອາກາດຫນາວເຢັນ ແລະ ມີຝົນຕົກຄ່ອຍ ຫາ ປານກາງ ພ້ອມຈະມີລົມພັດແຮງຢູ່ບາງ ບໍລິເວນ ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 26–28 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສູດ 24 – 26 ອົງສາ ແລະ ສູງສຸດ 35 – 37 ອົງສາ.

ຄໍາເຕືອນ ເພື່ອເຝົ້າລະວັງ ສະພາບອາກາດຮ້ອນເອົ້າຫຼາຍ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ-ລົມພັດແຮງ: ໃນໄລຍະວັນທີ 19-23 ພຶດສະພາ 2021 ລົມມໍລະສຸມລົມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງພັດປົກຄຸມເປັນ ສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມເພີ່ມຂື້ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມ ພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖີ່ນຢູ່ແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້, ພ້ອມນີ້ ຂໍໃຫ້ຕິດຕາມການລາຍງານຂ່າວ ສະພາບອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

 

- 3 - ອຸຕຸແຈ້ງ! ວັນທີ 19-23 ພຶດສະພານີ້ ກຽມຮັບມືຝົນຕົກຟ້າຮ້ອງຟ້າເຫຼື້ອມ ແລະ ມີລົມພັດແຮງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!