ປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່

- vientiane laos ave lane xang - ປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່
- kitchen vibe - ປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່

ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະ ຊວງສາທາລະນະສຸກ ຖະແຫລງ ວັນທີ 16 ພຶດສະພາ 2021 ວ່າ: ຕະຫລອດໄລຍະ 1 ອາທິດຜ່ານມາ. ຮູບແບບການຕິດເຊື້ອຂອງພະຍາດໂຄວິດ-19 ປັດຈຸບັນມັນໄດ້ແຕກຕ່າງ, ຜັນຂະຫຍາຍໄປເອງເລື້ອຍໆ.
ເມື່ອກ່ອນຢູ່ສູນກາງມີສະຖານທີ່ປິ່ນປົວ 6 ແຫ່ງ, 3 ແຫ່ງ ແມ່ນໂຮງໝໍສູນກາງ ແລະ 3 ແຫ່ງໂຮງໝໍພາກສະໜາມ. ໃນເມື່ອປະເມີນວ່າ ໂຮງໝໍພາກສະໜາມຕ້ອງຮັບປິ່ນປົວຄົນເຈັບຂັ້ນເບົາບາງ ຖ້າມີອາການຈຶ່ງສົ່ງເຂົ້າໂຮງໝໍສູນກາງ 3 ແຫ່ງນັ້ນ. ແຕ່ພາຍຫລັງການເສຍຊີວິດຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທີ 2 ຈຶ່ງຄົ້ນຄວ້າໃໝ່ໂດຍຈະຫລຸດກ້ອນກຳລັງແພດໝໍລົງ ເອົາມາໂຮມໄວ້ໃນຈຸດດຽວ ເພື່ອກະກຽມຮັບມືທີ່ອາດຄື້ນລູກໃໝ່ອາດຈະເກີດຂຶ້ນ.
ດ້ານການປະຕິບັດມາດຕະການດັ່ງກ່າວ, ຈະເປັນການຫລຸດຄ່າໃຊ້ຈ່າຍ ເຊິ່ງເມື່ອກ່ອນໂຮງໝໍພາກສະໜາມ ສູນກິລາຫ້ວຍຫົງ ເປັນສູນປິ່ນປົວຄົນເຈັບເບົາບາງ ປັດຈຸບັນມີຄົນເຈັບຕິດເຊື້ອຢູ່ 18 ຄົນ ແລະ ພວກເຮົາຈະຄ່ອຍຫລຸດອອກ. ຫລັງຈາກນັ້ນ, ຈະບໍ່ຮັບປິ່ນປົວຄົນເຈັບເບົາບາງ ແຕ່ຮັບຕິດຕາມຄົນເຈັບທີ່ຕິດເຊື້ອຢູ່ຂັ້ນເບົາບາງ ທີ່ນອນປິ່ນປົວຢູ່ພາກສະໜາມຫລັກ 27ແລະ ພາກສະໜາມລ້ານຊ້າງ ໃຫ້ໄປຕິດຕາມຕົນເອງຢູ່ເຮືອນ ສ່ວນບຸກຄົນທີ່ຂາດເງື່ອນໄຂ ຍ້ອນເຮືອນຢູ່ມີຫລາຍຄົນ, ມີຫ້ອງນອນຈຳກັດ ຕ້ອງໄດ້ເອົາໄປຢູ່ສູນຫ້ວຍຫົງ ໃນຄວາມຮັບຜິດຊອບຂອງພະແນກສາທາລະນະສຸກນະຄອນຫລວງວຽງຈັນ ສົມທົບກັບອຳນາດການປົກຄອງບ້ານ.
ສ່ວນສູນປິ່ນປົວພາກສະໜາມລ້ານຊ້າງ ຍັງຮັກສາໄວ້ຄືເກົ່າ ເພາະເປັນສູນທີ່ໄດ້ມາດຕະຖານ ສູນຫລັກ 27 ເມື່ອພົ້ນກໍານົດຈະຄ່ອຍຫລຸດອອກ ແລ້ວສູນດັ່ງກ່າວຈະກາຍເປັນບ່ອນຈຳກັດບໍລິເວນຜູ້ທີ່ເດີນທາງເຂົ້າມາ, ແຕ່ຕຶກທີ່ກຳນົດເປັນໂຮງໝໍປິ່ນປົວຍັງຄົງໄວ້ ເພື່ອກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນແມ່ນຈະນຳໃຊ້.
ສ່ວນໂຮງໝໍສູນກາງ 3 ແຫ່ງ ຄື: ໂຮງໝໍມິດຕະພາບ, ເສດຖາທິຣາດ ແລະ ໂຮງໝໍສູນກາງ 103 ເປັນບ່ອນປິ່ນປົວຜູ້ທີ່ມີອາການປານກາງຫາໜັກ, ໂດຍໂຮງໝໍມິດຕະພາບ ແມ່ນຖືກຍົກລະດັບຂຶ້ນເປັນບ່ອນປິ່ນປົວ, ຟື້ນຟູກໍລະນີຄົນເຈັບທີ່ໜັກ ແລະ ໜັກທີ່ສຸດ ແມ່ນຈະສົ່ງເຂົ້າໂຮງໝໍດັ່ງກ່າວ.

- 5 - ປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່
- Visit Laos Visit SALANA BOUTIQUE HOTEL - ປັບມາດຕະການປິ່ນປົວຜູ້ຕິດເຊື້ອໂຄວິດ ເພື່ອກຽມຮັບມືອາດຈະມີການລະບາດຮອບໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!