ກະຊວງສາທາລະນະສຸກ ເປີດຈຸດບໍລິການສັກວັກຊີນປ້ອງກັນໂຄວິດ-19 ຢູ່ ມູນນິທິຈີນ ບ້ານດົງປ່າແຫລບ

ກະຊວງສາທາລະນະສຸກ ຮ່ວມກັບ ບັນດາສະມາຄົມຈີນ ພາຍໃນນະຄອນ ຫລວງວຽງຈັນ ເປີດຈຸດບໍລິການສັກວັກຊີນ ປ້ອງກັນພະຍາດໂຄວິດ-19 ຢູ່ມູນນິທິຈີນ ບ້ານດົງປ່າແຫລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເລີ່ມແຕ່ວັນທີ 17 ພຶດສະພາ 2021 ເປັນຕົ້ນໄປ, ເຊິ່ງພໍ່ແມ່ປະຊາຊົນ ທີ່ຍັງບໍ່ທັນໄດ້ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ແມ່ນສາມາດມາສັກຢູ່ສະຖານທີ່ດັ່ງກ່າວໄດ້ໂດຍບໍ່ໄດ້ເສຍຄ່າບໍລິການ.
ທ່ານ ເລັ່ງ ສະຫວັນວາລີ ປະທານສະມາຄົມຊາວຈີນພົ້ນທະເລ ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: ການສັກວັກຊີນ ແມ່ນວິທີໜຶ່ງທີ່ດີທີ່ສຸດ ໃນການປ້ອງກັນພະຍາດໂຄວິດ-19 ເມື່ອສັກແລ້ວມັນຈະປ້ອງກັນຊີວິດ ແລະ ສຸຂະພາບຂອງຕົນເອງ, ມັນຈະຊ່ວຍສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ໃນການປ້ອງກັນພະຍາດ ແລະ ບໍ່ແຜ່ເຊື້ອພະຍາດໄປສູ່ຄົນອື່ນ ຖ້າພວກເຮົາທຸກຄົນໄດ້ປະຕິບັດຢ່າງເຂັ້ມງວດ ຕາມຄຳສັ່ງເລກທີ 15/ນຍ ແລະ ມາດຕະການຕ່າງໆທີ່ຄະນະສະເພາະກິດວາງອອກ ພະຍາດໂຄວິດ-19 ກໍຈະຫາຍໄປຈາກສັງຄົມ.
ການສັກວັກຊີນ ຢູ່ ສປປ ລາວ ແມ່ນມີຄວາມສະດວກສະບາຍທີ່ສຸດ ເມື່ອທ່ຽບໃສ່ປະເທດອື່ນທີ່ຂາດເຂີນວັກຊິນ ເພາະລັດຖະບານລາວ ໄດ້ຈັດຫາວັກຊິນຢ່າງຄົບຖ້ວນ ແລະ ຈັດແບ່ງສະຖານທີ່ສັກວັກຊິນຢູ່ຫລາຍແຫ່ງ ເພື່ອໃຫ້ປະຊາຊົນພາຍໃນປະເທດ ລວມທັງຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ ໄດ້ມາສັກ. ສະເພາະຢູ່ ມູນນິທິຈີນ ແມ່ນເປີດບໍລິການສັກວັກຊິນ ແຕ່ວັນຈັນຫາວັນສຸກ ເວລາ 09: ໂມງຫາ 15:00 ໂມງ ຈົນກວ່າຈະມີການປ່ຽນແປງ ຫລື ອີງໃສ່ສະພາບການມາບໍລິການຂອງສັງຄົມໜ້ອຍຫລາຍໃນແຕ່ລະວັນ.