ຍີ່ປຸ່ນ ຊ່ວຍເຫຼືອບ້ວງເງິນດ່ວນໃຫ້ແກ່ອິນເດຍ ແລະ ມຽນມາ
May 16, 2021 - 2:57 PM


ຕາມຂ່າວຈາກ ຫວຽດນາມ,ວັນທີ15ພຶດສະພາ,ທ່ານ ໂຕຊິມິດຊຸ ໂມເຕກິ,ລັດຖະມົນຕີ ກະຊວງ ການຕ່າງປະເທດ ຍີ່ປຸ່ນ ໄດ້ຕົກລົງ ສະໜອງ ບ້ວງເງິນ ຊ່ວຍເຫຼືອຫຼ້າ ເປັນຈຳນວນ 22,5 ລ້ານ ໂດລາ ສະຫະລັດ ໃຫ້ແກ່ ອິນເດຍ ແລະ ມຽນມາ. ນີ້ແມ່ນບ້ວງເງິນ ຊ່ວຍເຫຼືອຫຼ້າດ່ວນ ຂອງລັດຖະບານ ຍີ່ປຸ່ນ ເພື່ອແນໃສ່ ຊ່ວຍອິນເດຍ ຮັບມືກັບ ການແຜ່ລາມໂດຍໄວ ຂອງພະຍາດ ໂຄວິດ-19 ແລະ ຊ່ວຍໃຫ້ມຽນມາ ແກ້ໄຂສະພາບ ການຂາດແຄນ ສະບຽງອາຫານ ຍ້ອນຜົນກະທົບຈາກ ສະພາບການຂາດ ສະຖຽນລະພາບ ດ້ານການເມືອງ. ໃນຈຳນວນເງິນດັ່ງກ່າວ, ອິນເດຍ ຈະໄດ້ຮັບເງິນ ເປັນຈຳນວນ 18,5 ລ້ານໂດລາ ສະຫະລັດ ແລະ ສ່ວນຍັງເຫຼືອແມ່ນ 4 ລ້ານໂດລາ ສະຫະລັດ ຈະສະໜອງໃຫ້ ມຽນມາ./.