ກຳປູເຈຍສັກວັກຊີນປ້ອງກັນໂຄວິດ-19 ຄົບ 2 ລ້ານຄົນ ທ່ານ ຮຸນເຊນ ມອບລາງວັນ 10 ລ້ານຣຽວ ໃຫ້ຄົນຮັບວັກຊີນຄົນທີສອງລ້ານ


ວັນທີ 14 ພຶດສະພາ 2021, ທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ປະກາດວ່າ: ປັດຈຸບັນ ກຳປູເຈຍໄດ້ສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ໃຫ້ປະຊາຊົນ 2 ລ້ານຄົນແລ້ວ.
ທ່ານ ຮຸນເຊນ ປະກາດຜ່ານເຟສບຸກວ່າ: ທ່ານໄດ້ມອບເງິນລາງວັນໃຫ້ທ້າວ ທິດ ເຊນດາ ກຳມະກອນໃນໂຮງງານຕັດຫຍິບເສື້ອຜ້າ ອາຍຸ 23 ປີ ຈຳນວນ 10 ລ້ານຣຽວ ໃນຖານະຜູ້ຮັບວັກຊີນຄົນທີ 2 ລ້ານ. ພ້ອມກ່າວວ່າ: ວັກຊີນເປັນຕົວກະຕຸ້ນການຕອບສະໜອງຂອງລະບົບພູມຕ້ານທານ ເຊິ່ງຈະຊ່ວຍປ້ອງກັນການຕິດເຊື້ອຮ່ວມກັບມາດຕະການຄວາມປອດໄພດ້ານສຸຂະພາບອື່ນໆ.
ທັງນີ້, ກຳປູເຈຍເລີ່ມໂຄງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 10 ກຸມພາຜ່ານມາ ໂດຍປັດຈຸບັນ ກຳປູເຈຍໄດ້ຮັບວັກຊີນຫລາຍກວ່າ 4,5 ລ້ານໂດສຈາກຈີນ ແລະ COVAX ເຊິ່ງເປັນໂຄງການລິເລີ່ມນຳໂດຍອົງການອະນາໄມໂລກ (WHO).
ກະຊວງສາທາລະນະສຸກກຳປູເຈຍ ລະບຸວ່າ: ກຳປູເຈຍມີຜູ້ຕິດເຊື້ອໂຄວິດ-19 ສະສົມ 21.499 ຄົນ ເຊິ່ງລວມທັງຜູ້ເສຍຊີວິດ 147 ຄົນ ແລະ ຜູ້ຫາຍດີ 9.867 ຄົນ.
ອ້າງອີງ: ສຳນັກຂ່າວຊິນຮົວ