ເລັ່ງສະໜອງສະບຽງອາຫານ ໃຫ້ປະຊາຊົນເຂດບ້ານ ເຊື່ອມຕໍ່ ຊາຍແດນກັບ ສສ.ຫວຽດນາມ ແລະ ດ່ານທ້ອງຖີ່ນ

- 185321691 1627457264124714 9202535775867005477 n - ເລັ່ງສະໜອງສະບຽງອາຫານ ໃຫ້ປະຊາຊົນເຂດບ້ານ ເຊື່ອມຕໍ່ ຊາຍແດນກັບ ສສ.ຫວຽດນາມ ແລະ ດ່ານທ້ອງຖີ່ນ
- kitchen vibe - ເລັ່ງສະໜອງສະບຽງອາຫານ ໃຫ້ປະຊາຊົນເຂດບ້ານ ເຊື່ອມຕໍ່ ຊາຍແດນກັບ ສສ.ຫວຽດນາມ ແລະ ດ່ານທ້ອງຖີ່ນ
ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ໃນໄລຍະການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ປິດການເຂົ້າ-ອອກ, ປິດການສັນຈອນ ຜ່ານເມືອງ, ບ້ານຕ່າງໆ ຢູ່ເມືອງສະໝ້ວຍ ແຂວງສາລະວັນ ນັບແຕ່ວັນທີ 24 ເມສາ ເປັນຕົ້ນມາ ເຮັດໃຫ້ປະຊາຊົນເຂດບ້ານ ເຊື່ອມຕໍ່ ຊາຍແດນກັບ ສສ.ຫວຽດນາມ ໂດຍສະເພາະຈຸດດ່ານປະເພນີ ແລະ ດ່ານທ້ອງຖີ່ນ ບໍ່ສາມາດແລກປ່ຽນຊື້-ຂາຍໄດ້ ເຮັດໃຫ້ປະຊາຊົນ ເຂດດັ່ງກ່າວມີຄວາມຕ້ອງການດ້ານສະບຽງອາຫານ ໂດຍສະເພາະ ແມ່ນເຄື່ອງບໍລິໂພກ.
ທ່ານ ຫວັງສະໝຸດ ໝື່ນລາດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ສຳພາດຕໍ່ສື່ມວນຊົນແຂວງຜ່ານໂທລະສັບ ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ຕໍ່ກັບສະພາບດັ່ງກ່າວ ລົງເກັບກຳຂໍ້ມູນຄວາມຕ້ອງການ, ສິ່ງຈຳເປັນ ແລະ ສິ່ງທີ່ຂາດເຂີນ ຢ່າງລະອຽດ ແລະ ໄດ້ຮີບຮ້ອນເອົາໃຈໃສ່ປຶກສາຫາລືກັບອົງການປົກຄອງເມືອງ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເລັ່ງຊ່ວຍເຫລືອ ແລະ ຕອບສະໜອງຢ່າງຮີບດ່ວນ.
ມາຮອດປັດຈຸບັນ, ສາມາດສະໜອງສິນຄ້າ ໄດ້ແລ້ວ ນັບແຕ່ວັນທີ 8-13 ພຶດສະ ພາ 2021 ໂດຍໄດ້ປຸກລະດົມຜູ້ປະກອບການນຳເອົາສິນຄ້າ ລວມທັງເຂົ້າກິນ ໄປບໍລິການຊື້-ຂາຍ ແລະ ສາມາດສະໜອງໄດ້ 12,5 ໂຕນ, ໃນ 3 ຈຸດສຸມ ຄື: ຈຸດສຸມອາຈາ 4 ບ້ານ, ຈຸດສຸມສະໝ້ວຍ 5 ບ້ານ ແລະ ຈຸດສຸມອາວາວ. ສຳລັບຈຸດສຸມຕ່າງໆ ແລະ ເຂດອື່ນໆ ກໍຍັງສາມາດສະໜອງໄດ້ເປັນປົກກະຕິ ແລະ ເຂດເທສະບານເມືອງ ກໍເຊັ່ນດຽວກັນ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ຕິດຕາມ, ຄວບຄຸມ ລາຄາສິນຄ້າ, ສ່ວນລາຄາສິນຄ້າ ປະເພດຊີ້ນງົວ-ຄວາຍ, ຊີ້ນໝູ, ໄກ່ ແລະ ພືດຜັກຕ່າງໆ ແມ່ນຢູ່ໃນເກນປົກກະຕິ, ການສະໜອງເຄື່ອງອຸປະໂພກ-ບໍລິໂພກ ແມ່ນສາມາດປະຕິບັດເປັນປົກກະຕິ.
- 5 - ເລັ່ງສະໜອງສະບຽງອາຫານ ໃຫ້ປະຊາຊົນເຂດບ້ານ ເຊື່ອມຕໍ່ ຊາຍແດນກັບ ສສ.ຫວຽດນາມ ແລະ ດ່ານທ້ອງຖີ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!