ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

- WhatsApp Image 2020 06 12 at 2 - ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
- kitchen vibe - ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 14 ພຶດສະພາ 2021 ທີ່ອົງການກາແດງລາວ, ໄດ້ຈັດພິທີມອບ-ຮັບໜ້າທີ່ ປະ ທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນການປະກາດການຈັດຕັ້ງຄັ້ງນີ້, ໄດ້ແຕ່ງຕັ້ງໃຫ້ ທ່ານ ດຣ. ພູທອນ ເມືອງປາກ ເປັນປະທານ ອົງການກາແດງລາວ ຄົນໃໝ່, ສ່ວນ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຜູ້ເກົ່າ ແມ່ນໄດ້ອອກພັກການ-ຮັບອຸດໜູນບຳນານ.

- Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໄດ້ຍ້ອງຍໍຊົມເຊີຍໃນການ ຈັດຕັ້ງປະຕິບັດ ແລະ ປະກອບສ່ວນເຂົ້າໃນວຽກງານກາແດງ ໃນໄລຍະຜ່ານມາ ທີ່ໄດ້ມີຜົນສຳເລັດ ໃນຫລາຍດ້ານ, ພ້ອມທັງເນັ້ນໃຫ້ປະທານອົງການກາແດງຜູ້ໃໝ່ ຈົ່ງເອົາໃຈໃສ່ສືບຕໍ່ຊີ້ນໍາ-ນຳພາປະຕິບັດໜ້າທີ່ ແລະ ປັງປຸງແກ້ໄຂວຽກງານກາແດງ ໃນດ້ານຕ່າງໆ ໃຫ້ມີການຂະຫຍາຍຕົວ ແລະ ດີຂຶ້ນໄປເລື້ອຍໆ.

- 4 - ມອບ-ຮັບໜ້າທີ່ ປະທານອົງການກາແດງລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!