ຫລາຍສັບພະຄຸນ ແລະ ປະໂຫຍດດີໆຈາກໝາກລິ້ນຈີ່
May 13, 2021 - 9:35 AM


ຈາກການສຶກສາພົບວ່າ ໃນຊີ້ນໝາກລິ້ນຈີ່ນອກຈາກຈະອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ສຳຄັນຕໍ່ຮ່າງກາຍແລ້ວ ຍັງມີກົດໄຂມັນທີ່ສຳຄັນຕໍ່ຮ່າງກາຍນຳອີກ ເຊັ່ນ : ກົດປລາມິຕິກ (Plamitic Acid) 12%, ກົດໄລໂນເລອິກ (Linoleic Acid) 11%, ກົດໂອເລອິກ (Oleic Acid) 27% ເຊິ່ງມີລິດໃນການຕໍ່ຕ້ານອະນຸມູນອິດສະລະ.
ໃນຊີ້ນໝາກລິ້ນຈີ່ຈະມີສານປະກອບຊະນິດໜຶ່ງທີ່ເປັນສາເຫດເຮັດໃຫ້ເກີດອາການຮ້ອນໃນໄດ້. ດັ່ງນັ້ນ, ການກິນໝາກລິ້ນຈີ່ໃນປະລິມານທີ່ຫລາຍຈົນເກີນໄປອາດຈະເຮັດໃຫ້ເກີດອາການຮ້ອນໃນໄດ້ ທ່ານຄວນເລືອກກິນຜັກ-ໝາກໄມ້ໃຫ້ຫລາກຫລາຍຊະນິດເພື່ອໃຫ້ເກີດຄວາມດຸ່ນດ່ຽງຂອງຮ່າງກາຍ ແລະ ປ້ອງກັນການເກີດອາການດັ່ງກ່າວ.
- ສັບພະຄຸນຂອງໝາກລິ້ນຈີ່ :
- ໝາກລິ້ນຈີ່ເປັນຢາບຳລຸງຮ່າງກາຍ.
- ຊ່ວຍໃຫ້ພະລັງຊີ່ຂັບເຄື່ອນ (ແກ່ນ).
- ມີລິດໃນການຕໍ່ຕ້ານອະນຸມູນອິດສະລະຢ່າງສູງ (ສານສະກັດຈາກເປືອກ).
- ລິ້ນຈີ່ຕ້ານມະເຮັງ ຊ່ວຍຂັດຂວາງການຈະເລີນເຕີບໃຫຍ່ຂອງແຊນມະເຮັງເຕົ້ານົມ (ສານສະກັດເພີຣິກາບຂອງລິ້ນຈີ່).
- ຊ່ວຍເສີມສ້າງລະບົບພູມຕ້ານທານຂອງຮ່າງກາຍ (ຮາກ, ເປືອກລຳຕົ້ນ).
- ລີ້ນຈີ່ມີສັບພະຄຸນຊ່ວຍແກ້ອາການໄອຊ້ຳເຮື້ອ.
- ເປືອກຂອງໝາກລິ້ນຈີ່ເຮັດເປັນຊາຊົງດື່ມແກ້ອາການໄຂ້ຫວັດ (ຊາຈາກເປືອກ).
- ຊ່ວຍແກ້ອາການຕັນດັງ.
- ຊ່ວຍປ້ອງກັນການເກີດ ແລະ ຊ່ວຍປິ່ນປົວອາການເລືອດອອກຕາມເຟັນແຂ້ວ.
- ຊ່ວຍແກ້ການຕິດເຊື້ອໃນຮູຄໍ (ຊາຈາກເປືອກ).
- ຊ່ວຍບຳລຸງລະບົບການຍ່ອຍອາຫານ.
- ຊ່ວຍຫລຸດກົດໃນກະເພາະອາຫານ.
- ຊ່ວຍຫລຸດຜ່ອນອາການບໍ່ປົກກະຕິຂອງລະບົບທາງເດີນອາຫານ.
- ຊ່ວຍປິ່ນປົວອາການຖ່າຍແຫລວ.
- ຊ່ວຍແກ້ອາການຖອກທ້ອງຊະນິດບໍ່ຮຸນແຮງ (ຊາຈາກເປືອກ).
- ຊ່ວຍປົກປ້ອງ ແລະ ປິ່ນປົວຕັບ (ສານສະກັດຂອງໝາກລິ້ນຈີ່).
- ມີສ່ວນຊ່ວຍຫລຸດຂະໜາດຊີ້ນປົ່ງ (ວຽກງານວິໄຈໃນປະເທດຈີນ ແຕ່ບໍ່ໄດ້ລະບຸໄວ້ຈະແຈ້ງວ່າໃຊ້ພາກສ່ວນໃດຂອງໝາກລິ້ນຈີ່).
- ຊ່ວຍປິ່ນປົວພະຍາດຈາກການຕິດເຊື້ອໄວຣັສ (ຊາຈາກເປືອກ).
- ຊ່ວຍປິ່ນປົວອາການເຈັບທ້ອງ (ແກ່ນ).
- ຊ່ວຍປິ່ນປົວອາການໄສ້ເລື່ອນ( ແກ່ນ).
- ຊ່ວຍປິ່ນປົວອາການບວມຂອງອັນທະ (ແກ່ນ).
- ຊ່ວຍປິ່ນປົວພະຍາດໄສ້ເລື່ອນ, ອັນທະຢ່ອນຍານ ໂດຍການເອົາແກ່ນໄປຕາກແດດ ແລ້ວເອົາໄປຂົ້ວໃຊ້ໄຟອ່ອນໆຈົນສຸກ ແລ້ວເອົາມາບົດເປັນຝຸ່ນ, ເອົາຝຸ່ນທີ່ໄດ້ປະມານ 1 – 2 ບ່ວງແກງຕົ້ມໃສ່ກັບນ້ຳ ຫລື ໃຊ້ 1 ບ່ວງແກງມາຊົງໃສ່ນ້ຳຮ້ອນດື່ມມື້ລະ 3 – 4 ເທື່ອ ຕິດຕໍ່ກັນປະມານ 20 ມື້ (ແກ່ນ).
- ລິ້ນຈີ່ມີປະໂຫຍດໃນການຊ່ວຍປ້ອງກັນອາການຈັງ-ຊາ, ມຶນຊາ (ມີວິຕາມິນ B1).
- ຮາກລິ້ນຈີ່ ຫລື ເປືອກຂອງລຳຕົ້ນ ໃຊ້ແກ້ອາການຕິດເຊື້ອໄວຣັສ ແລະ ອີສຸກອີໄສໄດ້ (ຮາກ, ເປືອກລຳຕົ້ນ).
- ຊ່ວຍຫລຸດອາການປວດຕ່າງໆ (ແກ່ນ).


- ປະໂຫຍດຂອງໝາກລິ້ນຈີ່ :
- ເອົາມາເຮັດເປັນນ້ຳໝາກໄມ້ດື່ມຊ່ວຍແກ້ກະຫາຍ ໃຫ້ລົດຊາດຫວານຊື່ນໃຈ.
- ລິ້ນຈີ່ເປັນໝາກໄມ້ເສດຖະກິດທີ່ສຳຄັນ ໂດຍມີການເອົາໄປແປຮູບເປັນໝາກໄມ້ກະປ໋ອງ ແລະ ອົບແຫ້ງເພື່ອຂາຍສົ່ງອອກໄດ້.
- ຄຸນຄ່າທາງໂພຊະນາການຂອງໝາກລິ້ນຈີ່ (ບໍ່ມີເປືອກ) ຕໍ່ 100 ກຣາມ : ພະລັງງານ 66 ກິໂລກາລໍຣີ, ຄາໂບໄຮເດຣດ 16,53 ກຣາມ, ນ້ຳຕານ 15,23 ກຣາມ, ເສັ້ນໄຍ 1,3 ກຣາມ, ໄຂມັນ 0,44 ກຣາມ, ໂປຣຕິນ 0,83 ກຣາມ, ວິຕາມິນ B1 ມີ 0,011 ມິນລີກຣາມ 1%, ວິຕາມິນ B2 ມີ 0,065 ມິນລີກຣາມ 5%, ວິຕາມິນ B3 ມີ 0,603 ມິນລີກຣາມ 4%, ວິຕາມິນ B6 ມີ 0,1 ມິນລີກຣາມ 8%, ວິຕາມິນ B9 ມີ 14 ໄມໂຄຣກຣາມ 4%, ວິຕາມິນ C ມີ 71,5 ມິນລີກຣາມ 86%, ທາດການຊຽມ 5 ມິນລີກຣາມ 1%, ທາດເຫລັກ 0,13 ມິນລີກຣາມ 1%, ທາດແມັກນີຊຽມ 10 ມິນລີກຣາມ 3%, ທາດມັງການ 0,055 ມິນລີກຣາມ 3%, ທາດຟົສຟໍ 31 ມິນລີກຣາມ 4%, ທາດໂປຕັສຊຽມ 151 ມິນລີກຣາມ 4%, ທາດໂຊດຽມ 1 ມິນລີກຣາມ 0% ແລະ ທາດສັງກະສີ 0,07 ມິນລີກຣາມ 1%.