10/05 ລາວ ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມ 25 ຄົນ


ໃນວັນທີ 10 ພຶດສະພາ 2021, ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ລາຍງານວ່າ: ໃນວັນທີ 9 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.429 ຄົນ ຜົນກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ ເພີ່ມ 25 ຄົນ, ໃນນັ້ນຢູ່ນະຄອນຫລວງ 6 ຄົນ, ແຂວງຈໍາປາສັກ 1 ຄົນ, ສະຫວັນະເຂດ 3 ຄົນ ແລະ ບໍ່ແກ້ວ 15 ຄົນ.
ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 25 ຄົນ, ກໍລະນີຢັ້ງຢືນທີ 1.303-1.327, ມີກໍລະນີນໍາເຂົ້າ 5 ກໍລະນີ. ໃນນັ້ນ, ຈາກ ແຂວງສະຫວັນນະເຂດ 3 ຄົນ, ຈຳປາສັກ 1 ຄົນ, ເຊິ່ງເປັນແຮງງານລາວທີ່ກັບມາ ແລະ 1 ຄົນ ຈາກນະຄອນຫລວງວຽງຈັນ ເປັນຄົນຕ່າງປະເທດທີ່ມານໍາຖ້ຽວບິນພິເສດ, ເຫລືອນັ້ນ ແມ່ນຕິດເຊື້ອພາຍໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າ. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ ຢູ່ ທັງໝົດ 45 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3.352 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດໂຄວິດ-19. ສໍາລັບຈໍານວນສະສົມຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ມີທັງໝົດ 1.327 ຄົນ, ເສຍຊີວິດ 1 ຄົນ, ປິ່ນປົວຫາຍດີ ມີ 238 ຄົນ, ຍັງປິ່ນປົວຢູ່ແຕ່ລະແຂວງ ໃນທົ່ວປະເທດ ຈຳນວນ 1.089 ຄົນ.
ທ່ານ ດຣ. ລັດຕະນະໄຊ ເພັດສຸວັນ ຍັງໄດ້ໃຫ້ຄໍາແນະນໍາຕື່ມວ່າ: ເນື່ອງຈາກສະພາບການລະບາດທີ່ເກີດຂຶ້ນໃນຂະນະນີ້ ຍັງຄົງໜ້າເປັນຫ່ວງ ແລະ ແຜ່ລາມໄປຫລາຍປະເທດໃນທົ່ວໂລກ, ມີຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເປັນຈຳນວນຫລວງຫລາຍ ກາຍເປັນຄວາມສູນເສຍຢ່າງໃຫຍ່ຫລວງອີກຄັ້ງໜຶ່ງຂອງໂລກ. ສະນັ້ນ, ເພື່ອໃຫ້ປອດໄພຈາກການຕິດເຊື້ອ ໃນໄລຍະທີ່ມີການລະບາດນີ້ ການປັບປ່ຽນວີຖີການດຳລົງຊີວິດທີ່ເປັນປົກກະຕິ ໃຫ້ກາຍເປັນແບບໃໝ່ນັ້ນ ຈະຊ່ວຍຫລຸດຜ່ອນການລະບາດໃຫ້ຈຳກັດຢູ່ໃນແຕ່ວົງແຄບ, ໂດຍການປະຕິບັດມາດຕະການຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລະຍຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດ ໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອ, ຫລີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫລີກລ້ຽງຢູ່ໃກ້ກຸ່ມຄົນທີ່ມີຄວາມສ່ຽງ ຫລື ຜູ້ທີ່ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດເຮືອນຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫລີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກຜູ້ສູງອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້. ນອກຈາກນີ້, ຄວນຫລຸດຜ່ອນການເຄື່ອນໄຫວກິດຈະກໍາຢູ່ນອກບ້ານ, ຖ້າມີຄວາມຈຳເປັນແທ້ບໍ່ຄວນໃຊ້ເວລາເກີນ 15 ນາທີ ໃນສະຖານທີ່ດັ່ງກ່າວ.