ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.

- FB IMG 1620633436491 - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.
- kitchen vibe - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.

ເນື່ອງຈາກໃນໄລຍະວັນທີ 13 – 16 ພຶດສະພາ 2021 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຫຼາຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນ ຫາ​ ຮ້ອນເອົ້າຫຼາຍ ທີ່ຈະເຮັດເກີດມີອັກຄີໄພ ແລະ ມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ, ໝາກເຫັບຕົກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ປ້າຍໂຄສະນາ ແລະ ເສົາໄຟຟ້າຫັກລົ້ມ, ໃນເວລາຝົນຕົກຟ້າຮ້ອງຟ້າເຫຼື້ອມໃຫ້ຫຼີກລ່ຽງຈາກການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ເພາະອາດຈະຖືກຟ້າຜ່າໄດ້.​ ຄາດຄະເນສະພາບອາກາດໃນແຕ່ລະພາກດັ່ງແຈ້ງການລຸ່ມນີ້​

- FB IMG 1620633436491 704x1024 - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.

- FB IMG 1620633438542 707x1024 - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.

- FB IMG 1620633440613 705x1024 - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.

- 3 - ອຸຕຸເຕືອນ! ການແປປວນສະພາບອາກາດ​ ໄລຍະວັນທີ 13-16 ພຶດສະພາ 2021​ ນີ້.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!