ສືມວນຊົນລາວ ຕໍ່ຕ້ານຂ່າວປອມ ແລະຈະດຳເນີນການຕໍ່ກັບຂໍ້ມູນຂ່າວສານທີ່ປອມແປງ ແລະ ບຸກຄົນທີ່ກະທຳຜິດນັ້


ໃນວັນທີ 9 ພຶດສະພາ 2021, ຢູ່ກະຊວງສາທາລະນະສຸກ, ທ່ານ ສະຫວັນຄອນ ລາດຊະມົນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຖະແຫລງໃຫ້ຮູ້ວ່າ: ພາຍຫລັງທີ່ປະເທດພວກເຮົາ, ໄດ້ປະເຊີນກັບການລະບາດຢ່າງຮ້າຍແຮງຂອງພະຍາດໂຄວິດ-19 ເຊິ່ງໄດ້ແຜ່ລາມເປັນວົງກວ້າງ ແລະ ມີຜູ້ຕິດເຊື້ອແລ້ວຫລາຍກວ່າໜຶ່ງພັນຄົນ ທີ່ກະຈາຍເກືອບທຸກແຂວງໃນທົ່ວປະເທດ, ມັນໄດ້ສົ່ງຜົນກະທົບອັນຮ້າຍແຮງຕໍ່ທຸກພາກສ່ວນໃນສັງຄົມ ແລະ ເພື່ອຮັບມືຕ້ານກັບການແຜ່ລະບາດນັ້ນ ການໂຄສະນາໃຫ້ສັງຄົມເຂົ້າໃຈ ແລະ ເຂົ້າຮ່ວມ ແມ່ນວຽກໜຶ່ງຈຳເປັນ, ສຳຄັນ ແລະ ຮີບດ່ວນ.
ຕໍ່ສະພາບການດັ່ງກ່າວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ຄະນະສະເພາະກິດໜ່ວຍງານໂຄສະນາ ໄດ້ສຸມໃສ່ເຮັດໜ້າທີ່ໂຄສະນາຜ່ານທຸກພາຫະ ນະ ແລະ ເວທີ ທີ່ມີຢູ່ໃນການຄຸ້ມຄອງຂອງຕົນທັງສືແບບເກົ່າ ແລະ ແບບໃໝ່ ນັບແຕ່ສູນກາງຮອດທ້ອງຖິ່ນ ໂດຍໄດ້ເຜີຍແຜ່ເນື້ອໃນຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຂອງພັກ, ຂອງລັດ ແລະ ຂອງຄະນະສະເພາະກິດ, ການເຄື່ອນໄຫວຕ່າງໆ, ລວມທັງຜົນກະ ທົບຕໍ່ເສດຖະກິດ, ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ມາດຕະການການຊ່ວຍເຫລືອ, ການຊ່ວຍເຫລືອຂອງເພື່ອນມິດ ແລະ ການກຽມຄວາມພ້ອມໃນດ້ານຕ່າງໆ ດ້ວຍຄວາມວ່ອງໄວທັນການ. ທັງວິທະຍຸ, ໂທລະພາບ, ໂທລະໂຄ່ງ ແລະ ໜັງສືພິມທີ່ມີລະບົບອອນລາຍ ໄດ້ ຖ່າຍທອດສົດການຖະແຫລງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ໃນແຕ່ລະວັນ ເຮັດໃຫ້ປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງວ່ອງໄວ ແລະ ກວ້າງຂວາງ. ຍ້ອນປວງຊົນໄດ້ຮັບຮູ້ຂໍ້ມູນຂ່າວສານຢ່າງຖືກຕ້ອງທັນການ ແລະ ພ້ອມກັນປະຕິບັດຕາມທິດຊີ້ນຳ, ຄຳສັ່ງ, ແຈ້ງການ, ບົດແນະນຳຕ່າງໆ ຈິ່ງເປັນສ່ວນໜຶ່ງທີ່ຊ່ວຍເຮັດໃຫ້ການແຜ່ລະບາດມີທ່າອ່ຽງຫລຸດລົງ, ແຕ່ຄຽງຄູ່ກັນນັ້ນ ກໍມີກຸ່ມຄົນຈຳນວນໜຶ່ງທີ່ພະຍາຍາມສ້າງຂ່າວ ແລະ ພາບປອມແປງພິກປີ້ນຄວາມເປັນຈິງ ອອກຜ່ານສືສັງຄົມອອນລາຍ ທີ່ໄດ້ສ້າງຄວາມປັນປ່ວນແຕກແຍກຄວາມສາມັກຄີຢູ່ໃນສັງຄົມ.
ໂອກາດນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງມີສະຕິໃນການຕິດຕາມ ແລະ ຮັບຂໍ້ມູນຂ່າວສານຢ່າງມີການໄຕ່ຕອງພິຈາລະນາ ແລະ ບໍ່ຄວນສົ່ງຂໍ້ຕໍ່ມູນຂ່າວສານທີ່ບໍ່ຖືກຕ້ອງນັ້ນອອກໄປ, ເຊິ່ງຈະເປັນການລະເມີດກົດໝາຍສື່ມວນຊົນ ແລະ ຈະຖືກປະຕິບັດວິໄນຕາມທີ່ກົດໝາຍໄດ້ກຳນົດໄວ້. ພວກເຮົາໄດ້ມີໜ່ວຍງານຕິດຕາມກວດກາໃນແຕ່ລະວັນເປັນປະຈຳ ເພື່ອດຳເນີນການຕໍ່ກັບຂໍ້ມູນຂ່າວສານທີ່ປອມແປງ ແລະ ບຸກຄົນທີ່ກະທຳຜິດນັ້ນ. ສະນັ້ນ, ຂໍໃຫ້ທຸກຄົນສືບຕໍ່ຕິດຕາມຮັບເອົາຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ຈາກແຫຼງຂ່າວ ແລະ ສື່ຂ່າວທີ່ເປັນທາງການເທົ່ານັ້ນ.