ລາວ ມີຜູ້ຕິດເຊື້ອໃໝ່ 69 ຄົນ ແລະ ມີຜູ້ເສຍຊີວິດກໍລະນີທໍາອິດ 09/05/2021

- WhatsApp Image 2021 05 09 at 2 - ລາວ ມີຜູ້ຕິດເຊື້ອໃໝ່ 69 ຄົນ ແລະ ມີຜູ້ເສຍຊີວິດກໍລະນີທໍາອິດ 09/05/2021
- kitchen vibe - ລາວ ມີຜູ້ຕິດເຊື້ອໃໝ່ 69 ຄົນ ແລະ ມີຜູ້ເສຍຊີວິດກໍລະນີທໍາອິດ 09/05/2021

ໃນວັນທີ 9 ພຶດສະພາ 2021, ທ່ານ ດຣ ນາງ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ຮສ. ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ລາຍງານວ່າ: ໃນວັນທີ 9 ພຶດສະພາ 2021 ມີຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ເສຍຊີວິດເປັນກໍລະນີ ທໍາອິດ ເປັນເພດຍິງ, ອາຍຸ 53 ປີ, ສັນຊາດຫວຽດນາມ, ອາຊີບປະກອບກິດຈະການຮ້ານຄາຣາໂອເກະ ຢູ່ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ  ເຊິ່ງຜູ້ກ່ຽວມີພະຍາດປະຈໍາໂຕຄືເບົາຫວານ, ຄວາມດັນ ແລະ ຕັບອັກເສບໄວຣັສ ບີ ແລະ ຕິດເຊື້ອພະຍາດໂຄວິດ-19, ເຊິ່ງໄດ້ເຂົ້າມາປິ່ນປົວຢູ່ໂຮງໝໍເສດຖາທິຣາດແຕ່ວັນທີ 30 ເມສາ 2021 ແລະ ເສຍຊີວິດໃນເວລາປະມານ 1:00 ໂມງ ຂອງວັນທີ 9 ພຶດສະ ພາ 2021.

ຂະນະທີ່ໃນວັນທີ 8 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 6.827 ຄົນ, ຜົນກວດພົບຜູ້ຕິດເຊື້ອໃໝ່ 69 ຄົນ. ໃນນັ້ນຢູ່ນະຄອນຫລວງ 16 ຄົນ, ແຂວງຈໍາປາສັກ 3 ຄົນ, ສະຫວັນະເຂດ 4 ຄົນ ແລະ ບໍ່ແກ້ວ 46 ຄົນ. ມາຮອດປັດຈຸບັນ, ມີລາຍງານຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ທັງໝົດ 1.302 ຄົນ, ມີຜູ້ເສຍຊີວີດ 1 ຄົນ, ໃນນີ້, ປິ່ນປົວຫາຍດີມີ 232 ຄົນ ແລະ ຍັງປິ່ນປົວຢູ່ໃນແຕ່ລະແຂວງ ຈຳນວນ 1.069 ຄົນ. ສ່ວນຜູ້ເດີນທາງເຂົ້າມາປະເທດລາວໃນມື້ດຽວກັນມີທັງໝົດ 1.110 ຄົນ. ໃນນັ້ນ, ຜ່ານດ່ານລາວ-ໄທ ມີ 839 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ ມີ 271 ຄົນ, ທຸກຄົນຜ່ານການວັດແທກອຸນຫະພູມຮ່າງກາຍ, ເກັບຕົວຢ່າງທຸກຄົນມາກວດຫາເຊື້ອ COVID-19 ກ່ອນນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ກຳນົດໄວ້. ປັດຈຸບັນ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 3.055 ຄົນຢູ່ໃນ 46 ສູນທົ່ວປະເທດ. ສຳລັບຄົນເຈັບກໍລະນີໃໝ່ທີ່ພົບຢູ່ນະຄອນຫລວງວຽງຈັນ ລ້ວນແຕ່ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອໃນຜ່ານມາ. ສ່ວນກໍໍລະນີຕິດເຊື້ອໃໝ່ຢູ່ແຂວງຈໍາປາສັກ ແລະ ສະຫວັນນະເຂດ ແມ່ນແຮງງານກັບມາຈາກຕ່າງປະເທດ.

- Visit Laos Visit SALANA BOUTIQUE HOTEL - ລາວ ມີຜູ້ຕິດເຊື້ອໃໝ່ 69 ຄົນ ແລະ ມີຜູ້ເສຍຊີວິດກໍລະນີທໍາອິດ 09/05/2021

ຕໍ່ການລະບາດຂອງພະຍາດໃນປັດຈຸບັນນີ້, ລັດຖະບານຂໍຮຽກຮ້ອງມາຍັງປະຊາຊົນ ບັນດາເຜົ່າ ແລະ ທຸກພາກສ່ວນສັງຄົມ ສືບຕໍ່ປະຕິບັດຄຳສັ່ງເລກທີ 15/ນຍ ແລະ ມາດຕະການອື່ນໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ຫ້ານອອກເຮືອນ ຫລື ທີ່ພັກອາໃສ, ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ ທີ່ຈໍາເປັນ ແລະ ໄດ້ຮັບອະນຸຍາດ, ແຕ່ຕ້ອງປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ໃສ່ຜ້າປິດປາກ-ດັງຕະຫລອດເວລາ ເພື່ອປ້ອງກັນໂຕທ່ານເອງ ແລະ ທຸກຄົນອ້ອມຂ້າງ.

- 5 - ລາວ ມີຜູ້ຕິດເຊື້ອໃໝ່ 69 ຄົນ ແລະ ມີຜູ້ເສຍຊີວິດກໍລະນີທໍາອິດ 09/05/2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!