ຂະແໜງທະນາຄານໄດ້ປະຕິບັດນະໂຍບາຍສິນເຊື່ອ ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19

- 182937455 1622855037918270 2962107675756860441 n - ຂະແໜງທະນາຄານໄດ້ປະຕິບັດນະໂຍບາຍສິນເຊື່ອ ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19
- kitchen vibe - ຂະແໜງທະນາຄານໄດ້ປະຕິບັດນະໂຍບາຍສິນເຊື່ອ ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19
ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້, ຂະແໜງທະນາຄານໄດ້ປະຕິບັດນະໂຍບາຍສິນເຊື່ອ ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວ ໂດຍໄດ້ອອກຂໍ້ຕົກລົງເລກທີ 238/ທຫລ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ, ໃນນັ້ນພື້ນຖານແມ່ນໄດ້ກຳນົດ 3 ນະໂຍບາຍໃຫຍ່ແກ້ລູກຄ້າຄື: ເລື່ອນກຳນົດເວລາໃນການຊຳລະໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບໂດຍກົງ, ການຫລຸດອັດຕາດອກເບ້ຍຄ່າທໍານຽມ ແລະ ການປ່ອນກູ້ໃໝ່ເພື່ອການຟື້ນຟູ ແລະ ສົ່ງເສີມການຜະລິດ.
ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ສຳພາດແກ່ສື່ມວນຊົນ ໃນວັນທີ 8 ພຶດສະພາ 2021 ນີ້ວ່າ: ການຈັດຕັ້ງປະຕິບັດນະໂຍ ບາຍດັ່ງກ່າວບາງຄັ້ງອາດຈະບໍ່ທົ່ວເຖິງ ເນື່ອງຈາກສະຖິຕິລູກຄ້າແມ່ນມີຈຳນວນຫລາຍ ແຕ່ພວກເຮົາຈະພະຍາຍາມຊຸກຍູ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ສືບຕໍ່ປະຕິບັດນະໂຍບາຍດັ່ງກ່າວ, ພ້ອມທັງຈະໄດ້ຄົ້ນຄວ້າລະອຽດຕື່ມກ່ຽວກັບ ການປະຕິບັດນະໂຍບາຍຕໍ່ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ທີ່ເປັນເງິນເດືອນ ເຊິ່ງໄດ້ຮັບຜົນກະທົບ ໂດຍສະເພາະແມ່ນການໄປໃຊ້ບໍລິການເງິນກູ້ເພື່ອການຊົມໃຊ້ ເປັນຕົ້ນແມ່ນການກູ້ຢືມເພື່ອໄປຊື້ພາຫະນະ, ເຄື່ອງໃຊ້ສອຍຕ່າງໆ ຫລື ວ່າບໍລິການເຊົ່າສິນເຊື່ອຂອງບໍລິສັດເຊົ່າສິນເຊື່ອ, ເຊິ່ງບັດດາບໍລິສັດເຊົ່າສິນເຊື່ອໄດ້ພິຈາລະນາ ການປ່ອຍກູ້ແມ່ນອີງຕາມເງິນເດືອນພື້ນຖານໃນການຊຳລະໜີ້, ໃນເມື່ອເຂົາເຈົ້າໄດ້ຮັບຜົນກະທົບ ແລະ ບໍ່ມີເງິນເດືອນມາຊຳລະ ພວກເຮົາຈະໄດ້ມີການແນະນຳໃຫ້ເຂົາເຈົ້າກຳນົດເວລາເລື່ອນຊຳລະໜີ້ ໃຫ້ແກ່ລູກຄ້າ, ຍົກເວັ້ນກໍລະນີລູກຄ້າທີ່ເປັນພະນັກງານລັດຖະກອນ ທີ່ໃຊ້ເງິນເດືອນຄໍ້າປະກັນ ຈະບໍ່ໄດ້ຮັບນະໂຍບານດັ່ງກ່າວ ເນື່ອງຈາກວ່າພວກເຂົາໄດ້ຮັບເງິນເດືອນປົກກະຕິ.
ສ່ວນຂັ້ນຕອນໃນການຂໍຮັບນະໂຍບາຍຜ່ອນຜັນ ລູກຄ້າຕ້ອງຂຽນໜັງສືສະເໜີເຖິງ ທະນາຄານ ຫລື ສະຖາບັນການເງິນ ທີ່ເປັນເຈົ້າໜີ້ຂອງຕົນເພື່ອຂໍນະໂຍບາຍ; ປະກອບເອກະສານຢັ້ງຢືນ ຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ສໍາລັບວິສາຫະກິດ ຫລື ອໍານາດການປົກຄອງບ້ານ (ສໍາລັບບຸກຄົນທີ່ປະກອບອາຊີບອິດສະ ຫລະ); ປະກອບເອກະສານອື່ນໆທີ່ກ່ຽວຂ້ອງ. ສ່ວນທະນາຄານ ແລະ ສະຖາບັນການເງິນ ທີ່ໄດ້ຮັບການສະເໜີຈາກລູກຄ້າຂອງຕົນ ຈະດໍາເນີນການສໍາຫລວດ, ເກັບກໍາຂໍ້ມູນໃຫ້ລະ ອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອຕາມຄວາມເໝາະສົມ.
ສຳລັບລູກຄ້າສິນເຊື່ອຂອງ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ ແລະ ຜູ້ທີ່ໄດ້ຮັບຜົນກະທົບ ທີ່ສົນໃຈຂໍສິນເຊື່ອເພີ່ມ ພາຍໃຕ້ໂຄງການສິນເຊື່ອຕາມຂໍ້ຕົກລົງ 318/ທຫລ ກໍໃຫ້ປະສານກັບບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຈຳນວນ 16 ທະນາຄານ ທີ່ກຳນົດໄວ້. ສ່ວນຜູ້ທີ່ມີຄຳຖາມ ແລະ ຂໍ້ຂ້ອງໃຈກ່ຽວກັບການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອຕາມຂໍ້ຕົກລົງ 238/ທຫລ ສາມາດປະສານກົມຄຸ້ມຄອງທະນາຄານທຸລະກິດ (ເບີໂທ: 021 219825) ແລະ ກົມຄຸ້ມຄອງສະຖາບັນການເງິນ (ເບີໂທ: 021 265715 ຫລື 021 265712).
- 5 - ຂະແໜງທະນາຄານໄດ້ປະຕິບັດນະໂຍບາຍສິນເຊື່ອ ຕໍ່ລູກຄ້າທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!