ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.

- lao kip 922x575 1 - ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ  ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.
- kitchen vibe - ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ  ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.

ໃນ​ວັນ​ທີ 08 ພຶດ​ສະ​ພາ 2021 ທ່ານ ພຸດ​ທະ​ໄຊ ສີ​ວິ​ໄລ ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ, ຫົວ​ໜ້າ​ໜ່ວຍ​ງານ​ນະ​ໂຍ​ບາຍ​ດ້ານ​ເງິນ​ຕາ ໄດ້​ອອກ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ​ຂອງ​ຂະ​ແໜງ​ທະ​ນາ​ຄານ ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາ​ກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ (COVID-19). ໂດຍ​ຈະ​ສືບ​ຕໍ່​ບັນ​ດາ​ນະ​ໂຍ​ບາຍ​ດ້ານເງິນຕາ​ດັ່ງ​ທີ່​ໄດ້​ປະ​ຕິ​ບັດ​ຜ່ານ​ມາ ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

ນັບ​ແຕ່ການ​​ລະ​ບາດ​ຂອງ​ພະ​ຍາດ COVID-19 ໃນ​ຕົ້ນ​ປີ 2020, ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ (ທ​ຫລ) ​ໄດ້ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ ໄດ້​ແກ່: 1) ປັບ​ຫຼຸດ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ​ຂອງທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ ແລະ ອັດ​ຕາ​ສ່ວນ​ເງິນ​ແຮ​ຝາກ​ບັງ​ຄັບ​ ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ; 2) ປະ​ຕິ​ບັດນະ​ໂຍ​ບາຍ​ສິນ​ເຊື່ອ ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ການ​ລະ​ບາດ​ຂອງພະຍາດ COVID-19 ຕາມ​ຂໍ້​ຕົກ​ລົງສະ​ບັບ​ເລກ​ທີ 238/ທ​ຫ​ລ. ລົງ​ວັນ​ທີ 26 ມີ​ນາ 2020; 3) ດຳ​ເນີນ​ໂຄງ​ການສິນເຊື່ອ ເພື່ອຊຸກ​ຍູ້ການຜະລິດ ແລະ ແ​ກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ COVID-19  ສະ​ບັບ​ເລກ​ທີ 318/ທ​ຫລ, ລົງ​ວັນ​ທີ 19 ພຶດສະພາ 2020; 4) ຊຸກ​ຍູ້​ ແລະ ຕິດ​ຕາມ​ການ​ສະ​ໜອງ​ແຫຼ່ງ​ທຶນ​ຂອງກອງ​ທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມ​ກັບ​ກະ​ຊວງ​ອຸດ​ສະ​ຫະ​ກຳ ແລະ ການ​ຄ້າ ໂດຍ​ສຸມ​ໃສ່​ສະ​ໜອງ​ແຫຼ່ງ​ທຶນ​ໃຫ້​ຫົວ​ໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໃນ​ຂົງ​ເຂ​ດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ COVID-19.

- Visit Laos Visit SALANA BOUTIQUE HOTEL - ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ  ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.

ຜ່ານ​ການ​​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຜ່ອນ​ຜັນ​ດ້ານ​ສິນ​ເຊື່ອ​ໃນ​ໄລ​ຍະ​ຜ່ານ​ມາ ​ຮອດ​ເດືອນ ມີ​ນາ 2021 ເຫັນ​ວ່າ: ທະ​ນາ​ຄານ​ທຸ​ລະ​ກິດ ໄດ້​ມີ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສິນ​ເຊື່ອ ໃຫ້ແກ່ລູກຄ້າທັງໝົດ 4.846 ລາຍ ລວມມູນຄ່າ 9.565,24 ຕື້​ກີບ. ສຳ​ລັບ​ເບື້ອງ ສະ​ຖາ​ບັນ​ການ​ເງິນ ທີ່​ບໍ່​ແມ່ນ​ທະ​ນາ​ຄານ ໄດ້ມີການປະຕິບັດນະໂຍບາຍສິນເຊື່ອ ໃຫ້ແກ່ລູກຄ້າທັງໝົດ 454.163 ລາຍ ລວມມູນຄ່າ 263,63 ຕື້ກີບ. ນະ​ໂຍ​ບາຍ​ສິນ​ເຊື່ອ​ທີ່​ທະ​ນາ​ຄານ ແລະ ສະ​ຖາ​ບັນ​ການ​ເງິນປະຕິບັດ ສ່ວນ​ໃຫ​ຍ່ແມ່ນນະໂຍບາຍການ​ປັບຫຼຸດ​ອັດ​ຕາ​ດອກ​ເບ້ຍ, ຮອງລົງມາແມ່ນນະໂຍບາຍເລື່ອນ​ຊຳ​ລະ​ໜີ້ທັງ​ຕົ້ນ​ທຶນ ແລະ ດອກ​ເບ້ຍ ,  ປະຕິບັດນະໂຍບາຍປ່ອຍກູ້ໃໝ່ ເພື່ອຟື້ນຟູການຜະລິດ ຫຼື ທຸລະກິດ, ນະໂຍບາຍປັບຫຼຸດຄ່າທໍານຽມ ແລະ ນະໂຍບາຍອື່ນໆ. ການສະຫນອງສິນເຊື່ອໃຫມ່ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບພາຍໃຕ້ໂຄງການສິນເຊື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ COVID-19 ຕາມຂໍ້ຕົກລົງເລກທີ 318/ທຫລ ແມ່ນໄດ້ມີການສະໜອງເງິນກູ້ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບ ຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການທັງໝົດ 1.652,57 ຕື້ກີບ ຈໍານວນ ລູກຄ້າ 477 ລາຍ ແລະ ຖອນນໍາໃຊ້ແລ້ວ 1.369,44 ຕື້ກີບ. ສໍາລັບການສະຫນອງສິນເຊື່ອໃຫ້ແກ່ ວນກ ໂດຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນໄດ້ປ່ອຍກູ້ແລ້ວ ປະມານ 165,06 ຕື້ກີບ (ມີຈໍານວນ 116 ຫົວໜ່ວຍ ວນກ, ມີ 143 ສັນຍາເງິນກູ້ ມາຈາກ 14 ແຂວງ).

ຕໍ່​ກັບ​ສະ​ພາບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19 ໃນ​ປະ​ຈຸ​ບັນ, ທ​ຫລ ຈະ​​ສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ທີ່ ທ​ຫລ ໄດ້​ປະ​ຕິ​ບັດ​ຜ່ານ​ມາ​ຂ້າງ​ເທິງນັ້ນ ໃນ​ການ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19 ​ໂດຍ​ສະ​ເພາະສືບ​ຕໍ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສິນ​ເຊື່ອ ເພື່ອ​ແກ້​ໄຂ​ຜົນ​ກະ​ທົບ​ຈາກ COVID-19 ຕາມ​ຂໍ້​ຕົກ​ລົງສະ​ບັບ​ເລກ​ທີ 238/ທ​ຫ​ລ. ລົງ​ວັນ​ທີ 26 ມີ​ນາ 2020 ໂດຍ​ການ​ອອກ​ແຈ້ງ​ການເພີ່ມ​ເຕີມໃຫ້​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ ເພີ່ມ​ທະ​ວີ​​ການປະ​ຕິ​ບັດ​ນະ​ໂຍ​ບາຍ​ສິນ​ເຊື່ອແກ້​ໄຂ​ຜົນ​ກະ​ທົບ ຕາມ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ​ໃຫ້​ວ່ອງ​ໄວ, ທັນ​ສະ​ພາບ​ການ ແລະ ທົ່ວ​ເຖິງ ຕາມ​ສະ​ພາບ​ເງື່ອນ​ໄຂ​ຂອງ​ລູກ​ຄ້າ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຕົວ​ຈິງ; ສືບຕໍ່​ດຳ​ເນີນໂຄງການສິນເຊື່ອເພື່ອສະ​ໜອງ​ເງິນ​ກູ້​ໃໝ່​ໃຫ້​ແກ່​ບຸກ​ຄົນ, ຈຸນ​ລະວິ​ສາ​ຫະ​ກິດ ແລະ ວນກ ທີ່​ໄດ້​ຮັບ​ຜົນ​ກະ​ທົບ ຜ່ານ​ທະ​ນາ​ຄານ​ທຸ​ລະ​ກິດ​ ທີ່​ເຂົ້າ​ຮ່ວມ​ໂຄງ​ການ ຈຳ​ນວນ 16 ທະ​ນາ​ຄານ​ ໄດ້​ແກ່: ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ມະ​ຫາ​ຊົນ, ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ-ຫວຽດ, ທະ​ນາ​ຄານ​ລາວ​ຈີນ ຈຳ​ກັດ, ທະ​ນາ​ຄານ​ຮ່ວມ​ພັດ​ທະ​ນາ, ທະ​ນາ​ຄານ​ມາ​ຣູ​ຮານ​ເຈ​ແປນ​ລາວ ຈຳ​ກັດ, ທະ​ນາ​ຄານ​ບີ​ໄອ​ຊີລາວ ຈຳ​ກັດ, ທະ​ນາ​ຄານ​ເອັ​ສ​ທີ ຈຳ​ກັດ, ທະ​ນາ​ຄານ​ພັດທະນາ​ລາວ, ທະ​ນາ​ຄານ​ອາ​ເຮັ​ສ​ບີ ລາວ ຈຳ​ກັດ, ທະ​ນາ​ຄານ​ໄຊ​ງ່ອນ​ເທືອງ​ຕິ່ນ ຈຳ​ກັດ, ທະ​ນາ​ຄານ​ຫວຽດ​ຕິນ ລາວ ຈຳ​ກັດ, ທະ​ນາ​ຄານ​ແຄ​ນາ​ເດຍ ລາວ ຈຳ​ກັດ, ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ຫວຽດ​ນາມ ປະ​ຈຳ​ລາວ ຈຳ​ກັດ, ທະ​ນາ​ຄານ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຈີນ ຈຳ​ກັດ ສາ​ຂາ​ນະ​ຄອນຫຼວງ, ທະ​ນາ​ຄານ​ກະ​ສິ​ກອນ​ໄທ ຈຳ​ກັດ ແລະ ທະ​ນາ​ຄານ​ສົ່ງ​ເສີມ​ກະ​ສິ​ກຳ; ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ສິນ​ເຊື່ອ​ ເພື່ອ​ກະ​ຕຸ້ນ​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ໄດ້​ແກ່: ນະໂຍ​ບາຍ​ສິນ​ເຊື່ອ​ສົ່ງ​ເສ​ີມ​ການ​ຜະ​ລິດ​ໄຟ​ຟ້າ ເພື່ອ​ການ​ສົ່ງ​ອອກ, ​ສິນ​ເຊື່ອ​ເພື່ອ​ສົ່ງ​ເສີມການ​ຜະ​ລິດ​ສິນ​ຄ້າ​ທົດ​ແທນ​ການ​ນຳ​ເຂົ້າ ແລະ ​ສິນ​ເຊື່ອ ເພື່ອ​ຊຸກ​ຍູ້​ການ​ຜະ​ລິດ​ກະ​ສິ​ກຳ​ເປັນ  ​ສິ​ນ​ຄ້າ​ສົ່ງ​ອອກ.

ລູກ​ຄ້າ​ທີ່​ມີ​ເງື່ອນ​ໄຂ​ໄດ້​ຮັບ​ນະ​ໂຍ​ບາຍ​ສິນ​ເຊື່ອ​ດັ່ງ​ກ່າວ​ແມ່ນ​ໝາຍ​ເຖິງ : 1) ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງ ຫຼື ດໍາເນີນກິດຈະການ ທີ່ຕ້ອງຢຸດເຊົາກິດຈະການທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ເນື່ອງຈາກການປະຕິບັດມາດຕະການປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດ COVID-19; 2) ຜູ້ປະກອບອາຊີບອິດສະຫຼະ ທີ່ບໍ່ສາມາດປະກອບອາຊີບຂອງຕົນໄດ້ຕາມປົກກະຕິ ລວມທັງຜູ້ທີ່ໄດ້ຮັບຜົນກະທົບທາງອ້ອມ.

ຂັ້ນ​ຕອນ​ໃນ​ການ​ຂໍ​ຮັບ​ນະ​ໂຍ​ບາຍ​ຜ່ອນ​ຜັນ ແມ່ນ​ລູກ​ຄ້າ​ຕ້ອງ : 1) ຂຽນໜັງສືສະເໜີເຖິງ ທະນາຄານ ຫຼື ສະຖາບັນການເງິນ ທີ່ເປັນເຈົ້າໜີ້ຂອງຕົນເພື່ອຂໍນະໂຍບາຍ; 2) ປະກອບເອກະສານຢັ້ງຢືນ ຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ສໍາລັບວິສາຫະກິດ ຫຼື ອໍານາດການປົກຄອງບ້ານ ສໍາລັບບຸກຄົນທີ່ປະກອບອາຊີບອິດສະຫຼະ; 3) ປະກອບເອກະສານອື່ນໆ ທີ່ກ່ຽວຂ້ອງ; ສຳ​ລັບທະນາຄານ ແລະ ສະຖາບັນການເງິນ ທີ່ໄດ້ຮັບການສະ   ເໜີຈາກລູກຄ້າຂອງຕົນ ຈະດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອຕາມຄວາມເໝາະສົມ.

ພ້ອມດຽວກັນນີ້, ທ່ານ ຮອງ​ຜູ້​ວ່າ​ການ ທ​ຫລ, ຫົວ​ໜ້າ​ໜ່ວຍ​ງານ​ດ້ານ​ນະ​ໂຍ​ບາຍ​ເງິນ​ຕາ ຮຽກ​ຮ້ອງ​ໃຫ້ ​ບັນ​ດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່​ບໍ່​ແມ່ນ​ທະ​ນາ​ຄານ ພ້ອມ​ກັນເປັນ​ເຈົ້າ​ການເຊື່ອມຊືມ​ເຂົ້າ​ໃຈ​ນະ​ໂຍ​ບາຍ​ສິນ​ເຊື່ອ​ດັ່ງ​ກ່າວ ແລະ ​ເປັນ​ເຈົ້າ​ການປະ​ຕິ​ບັດນະໂຍບາຍດັ່ງກ່າວຢ່າງວ່ອງ​ໄວ, ທັນ​ສະ​ພາບ​ການ ແລະ  ທົ່ວ​ເຖິງ ຕາມ​ສະ​ພາບ​ເງື່ອນ​ໄຂ​ຂອງ​ລູກ​ຄ້າ ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຕົວ​ຈິງ;    ແລະ ຮຽກ​ຮ້ອງ​ໃຫ້ລູກຄ້າສິນເຊື່ອ ທີ່​ໄ​ດ້​ຮັບ​ຜົນ​​ກະ​ທົບມີ​ຄວາມ​ເຂົ້າ​ໃຈ​ແຈ້ງ ຕໍ່​ນະ​ໂຍ​ບາຍ​ຜ່ອນ​ຜັນ​ດ້ານ​ສິນ​ເຊື່ອ​ດັ່ງ​ກ່າວ ແລະ ມີ​ຄວາມ​ຈິງ​ໃຈ ແລະ ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ເງື່ອນ​ໄຂ​ທີ່​ກຳ​ນົດ​ໄວ້. ຫຼີກ​ເວັ້ນ​ການ​ສວຍ​ໃຊ້​ນະ​ໂຍ​ບາຍ​ດັ່ງ​ກ່າວ ເພື່ອ​ເອື້ອ​ອຳ​ນວຍ​ຜົນ​ປະ​ໂຫຍດ​ແກ່​ຕົນ ທີ່​ບໍ່​ສອດ​ຄ່ອງ​ກັບ​ລະ​ບຽບ​ການ​ວາງ​ອອກ ລວມ​ທັງ​ການ​ມີ​ຄຳ​ເຫັນ​​ປັ່ນ​ປ່ວນ ​ສ້າງ​ຄວາມ​ເຂົ້າ​ໃຈ​ຜິດ​ໃຫ້​ແກ່​ສັງ​ຄົມ.

​​ລູກຄ້າສິນເຊື່ອຂອງ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່​ບໍ່​ແມ່ນ​ທະ​ນາ​ຄານ ທີ່​ໄ​ດ້​ຮັບ​ຜົນ​​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດດ​ັ່ງ​ກ່າ​ວ ແລະ ຜູ້​ທີ່​ໄດ້​ຮັບ​ຜົນ​ກະ​ທົບທີ່ສົນ​ໃຈ​ຂໍ​ສິນ​ເຊື່ອ​ເພີ່ມ ພາຍ​ໃຕ້​ໂຄງ​ການ​ສິນ​ເຊື່ອ​ຕາມ​ຂໍ້​ຕົກ​ລົງ 318/ທ​ຫລ ກໍ​ໃຫ້​ປະ​ສານ​ກັບ​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ໂຄງ​ການ 16 ທະ​ນາ​ຄານ ​ຂ້າງ​ເທິງ. ສຳລັບຜູ້ທີ່ມີຄຳຖາມ ແລະ ຂໍ້ຂ້ອງໃຈຕິດພັນກັບການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອຕາມຂໍ້ຕົກລົງ 238/ທຫລ ສາມາດປະສານກົມຄຸ້ມຄອງທະນາຄານທຸລະກິດ (ເບີໂທ: 021 219825) ແລະ ກົມຄຸ້ມຄອງສະຖາບັນການເງິນ (ເບີໂທ: 021 265715 ຫຼື 021 265712)

 

- 3 - ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ  ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!