ແຂວງຫລວງພະບາງ ສືບຕໍ່ປະຕິບັດຄຳສັ່ງ ນາຍົກລັດຖະມົນຕີ ແລະ ແຈ້ງການຂອງທ່ານເຈົ້າແຂວງ ຈົນເຖິງວັນທີ 20 ນີ້

- IMG 20210501 070449 - ແຂວງຫລວງພະບາງ ສືບຕໍ່ປະຕິບັດຄຳສັ່ງ ນາຍົກລັດຖະມົນຕີ  ແລະ ແຈ້ງການຂອງທ່ານເຈົ້າແຂວງ ຈົນເຖິງວັນທີ 20 ນີ້
- kitchen vibe - ແຂວງຫລວງພະບາງ ສືບຕໍ່ປະຕິບັດຄຳສັ່ງ ນາຍົກລັດຖະມົນຕີ  ແລະ ແຈ້ງການຂອງທ່ານເຈົ້າແຂວງ ຈົນເຖິງວັນທີ 20 ນີ້

ປັດຈຸບັນແຂວງຫລວງພະບາງ ຍັງບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ້ມ, ຕົວເລກຜູ້ຕິດ ເຊື້ອສະສົມຍັງຢູ່ທີ່ 13 ຄົນ, ແຕ່ອົງການປົກຄອງແຂວງ ກໍ່ຄື ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ອອກແຈ້ງການໃຫ້ທົ່ວສັງຄົມ ສືບຕໍ່ປະຕິບັດຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ, ຄຳສັ່ງຂອງທ່ານເຈົ້າແຂວງຫລວງພະບາງ ແລະ ຄຳສັ່ງຂອງຄະນະສະເພາະກິດຂັ້ນແຂວງ ໃນການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການປ້ອງກັນ ຄວບຄຸມ ສະ ກັດກັ້ນ ແລະແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ເພື່ອບໍ່ໃຫ້ເກີດມີການລະບາດຂອງພະຍາດໃນຊຸມຊົນ.

ໂອກາດຖະແຫລງຂ່າວວັນທີ 7 ພຶດສະພາ 2021 ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ທ່ານ ດຣ. ຄຳສອນ ພົງສະຫວັດດີ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງຫົວໜ້າຄະນະສະເພາະກິດຂັ້ນແຂວງ ກ່າວວ່າ: ໃນໄລຍະຜ່ານມາທຸກພາກສ່ວນໃນສັງຄົມ ໄດ້ສຸມໃສ່ປະຕິບັດໜ້າທີ່ ແລະ ໃຫ້ການຮ່ວມມື ໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ພາຍໃນແຂວງຫລວງພະບາງໄດ້ຮັບຜົນສໍາ ເລັດໃນເບື້ອງຕົ້ນ ແຕ່ສະພາບການພາຍໃນປະເທດ ຍັງມີຫລາຍແຂວງ ແລະ ນະຄອນຫລວງວຽງຈັນ ທີ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ້ມຂຶ້ນໃນແຕ່ລະວັນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດ ບັນດາມາດຕະການອອກໄປຕື່ມ, ເຊິ່ງມີກຳນົດສິ້ນສຸດການປະຕິບັດໃນວັນທີ 20 ພຶດສະພາ 2021 ເພື່ອບໍ່ໃຫ້ແຂວງຫລວງພະບາງ ເກີດມີການລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຕື່ມອີກ.

ປັດຈຸບັນແຂວງຫລວງພະບາງ ໄດ້ສືບຕໍ່ຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ຈຳນວນ 30 ຈຸດ ກຳ ນົດສູນຈຳກັດບໍລິເວນ ສຳລັບແຮງງານ ແລະ ບຸກຄົນສຳພັດ-ໃກ້ຊິດກັບຜູ້ຕິດເຊື້ອ ຈຳນວນ 17 ສູນ ໃນ 11 ເມືອງ ແລະ ນະຄອນຫລວງພະບາງ ມີຜູູ້ເຂົ້າຈຳກັນບໍລິເວນທັງໝົດ 234 ຄົນ, ວັນທີ 7 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19 ທັງໝົດ 74 ຕົວຢ່າງ ໃນນັ້ນ ໄດ້ກວດຮອບ 2 ມີ 60 ຕົວຢ່າງ ຜົນກວດທັງໝົດແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ ລວມເປັນ 8 ວັນຕິດຕໍ່ກັນທີ່ບໍ່ມີຜູ້ຕິດເຊື້ອເພີ້ມຂຶ້ນ ຜູ້ຕິດເຊື້ອສະສົມມີທັງໝົດ 13 ຄົນ, ຍິງ 9 ຄົນ.

- 3 - ແຂວງຫລວງພະບາງ ສືບຕໍ່ປະຕິບັດຄຳສັ່ງ ນາຍົກລັດຖະມົນຕີ  ແລະ ແຈ້ງການຂອງທ່ານເຈົ້າແຂວງ ຈົນເຖິງວັນທີ 20 ນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!