ອົດສະຕຣາລີ ຈະຮັບພົນລະເມືອງສ່ຽງຕິດໂຄວິດ-19ກັບຈາກອິນເດຍ

- 182188782 1621466238057150 3953418601240496110 n - ອົດສະຕຣາລີ ຈະຮັບພົນລະເມືອງສ່ຽງຕິດໂຄວິດ-19ກັບຈາກອິນເດຍ
- kitchen vibe - ອົດສະຕຣາລີ ຈະຮັບພົນລະເມືອງສ່ຽງຕິດໂຄວິດ-19ກັບຈາກອິນເດຍ
ຕາມ​ຂ່າວ​ຈາກ ​ແຄັນ​ເບຣາ,ວັນ​ທີ7​ພຶດສະພາ​ນີ້ ອົດ​ສະຕຣາລີ ຈະ​ຍົກ​ເລີກ ​ສັ່ງ​ຫ້າມ ​ພົນ​ລະ​ເມືອງ ອົດ​ສະຕຣາລີ ທີ່​ເດີນທາງ​ ມາ​ຈາກ ອິນ​ເດຍ ​ເຂົ້າປະ​ເທດ ​ໃນລະຫວ່າງ​ ວັນ​ທີ15-31 ພຶດສະພາ ​ແລະ ອະນຸຍາດ ​ໃຫ້​ຖ້ຽວ​ບິນ ​ແບບ​ເຊົ່າ​ເໝົາ​ລຳ ຈາກ​ອິນ​ເດຍ ​ເພື່ອ​ນຳພາ​ ຊາວ​ອົດ​ສະຕຣາລີ​ ກັບປະ​ເທດ​ໄດ້ ​ໂດຍ​ເນັ້ນ​ໃສ່ ​ກຸ່ມ​ພົນລະ​ເມືອງ ທີ່​ມີ​ຄວາມ​ສ່ຽງ ຫລາຍ​ທີ່​ສຸດ ປະມານ 900ຄົນກ່ອນ ​ແລະ ມີ​ຜົນ​ກວດ ​ຫາ​ເຊື້ອ​ໂຄ​ວິດ–19 ເປັນ​ລົບ ​ແລະ ຂະນະ​ນີ້ ທາງ​ການ​ຍັງ​ບໍ່​ໄດ້ ​ຕັດສິນ​ ກ່ຽວ​ກັບ​ ການ​ອະນຸຍາດ​ ໃຫ້​ຖ້ຽວ​ບິນ ​ແບບ​ການ​ຄ້າ ຈາກ​ອິນ​ເດຍ ​ເດີນທາງ ​ເຂົ້າປະ​ເທດ ​ໄດ້​ອີກ​ຄັ້ງ.ປັດ​ຈຸ​ບັນ ອົດ​ສະຕຣາລີ ມີ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ທັງ​ໝົດ​ ເກືອບ 30ພັນ​ຄົນ ​ແລະ ​ເສຍຊີວິດ 910ຄົນ ຖື​ວ່າ​ ຢູ່​ໃນ​ລະດັບ​ຕ່ຳ ​ເມື່ອ​ທຽບ​ ໃສ່​ກັບ ປະ​ເທດ ພັດທະນາ​ແລ້ວ./.
ຮຽບຮຽງ​ຂ່າວ​ໂດຍ ສະ​ໄຫວ ລາດ​ປາກ​ດີ
- 5 - ອົດສະຕຣາລີ ຈະຮັບພົນລະເມືອງສ່ຽງຕິດໂຄວິດ-19ກັບຈາກອິນເດຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!