ໂຄວິດ-19 ເຮັດໃຫ້ເດັກ “ຕິດມືຖື” ສ່ຽງກະທົບພັດທະນາການ
ໂຄວິດ-19 ເຮັດໃຫ້ເດັກນ້ອຍ “ຕິດມືຖື” ສ່ຽງກະທົບພັດທະນາ ຊວນໃຫ້ຜູ້ປົກຄອງໝັ່ນສ້າງສຳພັນພາຍໃນເຮືອນ ເພື່ອການເຕີບໃຫຍ່ຕາມຊ່ວງອາຍຸ.
ການລ້ຽງດູປູກຝັງໃຫ້ເດັກນ້ອຍຄົນໜຶ່ງເຕີບໃຫຍ່ມາຢ່າງສົມບູນແຂງແຮງ ທັງສຸຂະພາບກາຍ ແລະ ສຸຂະພາບຈິດ ເປັນຄວາມຝັນສູງສຸດຂອງພໍ່ແມ່, ແຕ່ຈາກປັດໄຈທີ່ບໍ່ສາມາດຄວບຄຸມໄດ້ບາງຢ່າງເຊັ່ນ: ສະຖານະການພະຍາດລະບາດ ອາດບີບບັງຄັບໃຫ້ເດັກນ້ອຍຕ້ອງຜະເຊີນຜົນກະທົບດ້ານພັດທະນາການ ເພາະຕ້ອງກັກຕົວຢູ່ແຕ່ເຮືອນ ບໍ່ສາມາດເຮັດກິດຈະກຳທີ່ສົ່ງເສີມໃຫ້ເກີດຂະບວນການເຕີບໃຫຍ່ທີ່ເໝາະສົມຕາມຊ່ວງອາຍຸ.
ເມື່ອບວກເຂົ້າກັບຄວາມຈຳເປັນຂອງຜູ້ປົກຄອງທີ່ຕ້ອງອອກຈາກເຮືອນໄປເຮັດວຽກ ເພື່ອຫາລາຍໄດ້ມາຈູນເຈືອຄອບຄົວ ບັນຫາທີ່ຕາມມາຄືການພົວພັນທີ່ເຫີນຫ່າງ ແລະ ສະພາບທີ່ເດັກອາດມີອາການ “ຕິດມືຖື” ຫລື “ຕິດຈໍໃສ” ເພາະເປັນຄວາມສະໜຸກສະໜານທີ່ພວກເຂົາສາມາດຫາໄດ້ ໂດຍຍັງໄດ້ຮັບການສະໜັບສະໜູນຈາກຜູ້ປົກຄອງ.
ອາການ “ຕິດຈໍໃສ” ຫລື “ຕິດມືຖື” ໃນເດັກ ສົ່ງຜົນເສຍແນວໃດ ?
ແນ່ນອນວ່າມັນຈະສົ່ງຜົນຕໍ່ຂະບວນການເຕີບໃຫຍ່ ແລະ ພັດທະນາການຂອງເດັກ ບໍ່ວ່າຈະເປັນ “ດ້ານການສື່ສານ” ເດັກອາດມີອາການເວົ້າຊ້າ, ເວົ້າບໍ່ແຈ້ງ ຫລື ຂາດຄວາມຄິດສ້າງສັນ ແລະ ການຈ້ອງເບິ່ງຈໍພາບເປັນເວລາດົນອາດສົ່ງຜົນເສຍຕໍ່ດວງຕາເຊັ່ນ: ເຮັດໃຫ້ສາຍຕາສັ້ນ ຫລື ດວງຕາແຫ້ງ. “ດ້ານຮ່າງກາຍ” ເດັກອາດມີຮ່າງກາຍບໍ່ແຂງແຮງ, ເມື່ອຍງ່າຍ ເພາະຂາດການເຄື່ອນໄຫວອອກກຳລັງກາຍຕາມຄວນຈະເປັນ. “ດ້ານອາລົມ” ພວກເຂົາອາດບໍ່ສາມາດຄວບຄຸມອາລົມໄດ້, ຫງຸດຫງິດງ່າຍ, ໃຈຮ້ອນ ແລະ ລໍຖ້າບໍ່ເປັນ ແລະ ສຸດທ້າຍ “ດ້ານພຶດຕິກຳ” ທີ່ເດັກນ້ອຍອາດມີອາການກ້າວຣ້າວ, ດື້ ຫລື ເມີນເສີຍ ຕໍ່ຕ້ານການເຂົ້າສັງຄົມ ເພາະສື່ສານກັບຄົນອື່ນໜ້ອຍ.
ເຖິງວ່າບາງຄອບຄົວຈະເບິ່ງວ່າ: ການປ່ອຍໃຫ້ເດັກໃກ້ຊິດກັບສື່ທີ່ພໍ່ແມ່ເຫັນວ່າເປັນປະໂຫຍດ ຈະເປັນການສົ່ງເສີມພັດທະນາການທາງໜຶ່ງ, ແຕ່ຄວາມຈິງແລ້ວ ເດັກມີຊ່ວງເວລາທີ່ເໝາະສົມກໃນການຮຽນຮູ້ແຕ່ລະຊ່ວງອາຍຸ. ສຳລັບຊ່ວງ 2 ປີທຳອິດ ຖືເປັນຊ່ວງອາຍຸສຳຄັນທີ່ສຸດທີ່ສະໝອງຂອງເດັກຈະພັດທະນາ ໂດຍມີສິ່ງແວດລ້ອມອ້ອມຕົວເປັນໂຕກະຕຸ້ນສົ່ງເສີມພັດທະນາ, ຜູ້ປົກຄອງຈຶ່ງບໍ່ຄວນໃຫ້ເດັກໄວນີ້ເຂົ້າເຖິງອຸປະກອນມືຖື ຫລື ແທັບເລັດ, ແຕ່ຄວນພາພວກເຂົາອອກໄປຫລິ້ນ, ຊວນເລົ່ານິທານ ຫລື ຮ້ອງເພງ ໃຫ້ພວກເຂົາໄດ້ເຄື່ອນໄຫວຮ່າງກາຍຫລາຍໆ ເພື່ອພັດທະນາກ້າມຊີ້ນທຸກສ່ວນຂອງຮ່າງກາຍ.
ຂະນະທີ່ເດັກອາຍຸ 2 ປີຂຶ້ນໄປ ຖ້າຢາກຫລິ້ນມືຖື ຜູ້ປົກຄອງຄວນກຳນົດເວລາຫລິ້ນໃຫ້ບໍ່ເກີນວັນລະ 1 ຊົ່ວໂມງ ແລະ ຄວນຢູ່ເບິ່ງແຍງໃກ້ຊິດ ເພື່ອເລືອກສື່ທີ່ເໝາະສົມໃຫ້ເດັກ.
ຊ່ວງເວລານີ້ ຜູ້ປົກຄອງຄວນຈະໃຊ້ໂອກາດທີ່ໄດ້ຢູ່ເຮືອນກັບລູກສ້າງສາຍໄຍຄອບຄົວຜ່ານການຮ່ວມເຮັດກິດຈະກຳຕ່າງໆເອີ້ນວ່າ: “ກິນ ກອດ ນອນ ຫລິ້ນ ເລົ່າ ແລະ ຊ່ວຍກັນເຮັດວຽກເຮືອນ” ໂດຍອາດເປັນການຊວນກັນເຮັດອາຫານໃຫ້ຖືກຫລັກໂພຊະນາການ, ການໂອບກອດ ຫລື ປອບ ເມື່ອເດັກເກີດຄວາມຮູ້ສຶກບໍ່ສະບາຍໃຈ, ມີສ່ວນຮ່ວມໃນການຫລິ້ນ ໂດຍບໍ່ຈຳເປັນຕ້ອງໄປຊື້ເຄື່ອງຫລິ້ນລາຄາແພງ ພຽງແຕ່ນຳເອົາເຄື່ອງໃຊ້ໃນເຮືອນເຊັ່ນ: ກາວ, ເຈ້ຍ ຫລື ຈານຊາມເຄື່ອງຄົວທີ່ບໍ່ເປັນອັນຕະລາຍ ລ້ວນສາມາດຊ່ວຍເພີ່ມທັກສະໃຫ້ເດັກໄດ້ເຊັ່ນກັນ.
ນອກຈາກນີ້ ຜູ້ປົກຄອງອາດຫາເວລາເລົ່ານິທານ ແລະ ອ່ານໜັງສືໃຫ້ເດັກຟັງກ່ອນນອນ ແລະ ສົ່ງເສີມໃຫ້ພວກເຂົາໄດ້ພັກຜ່ອນພຽງພໍຕາມໄວ. ເທົ່ານີ້ເປົ້າໝາຍໃນການສົ່ງເສີມໃຫ້ລູກຫລານເຕີບໃຫຍ່ມາຢ່າງສົມບູນແຂງແຮງຕາມຊ່ວງອາຍຸ ກໍບໍ່ໄກເກີນໄປສຳລັບທຸກຄອບຄົວ.