ຖ້າຫາກການລະບາດໂຄວິດ19ຍັງສືບຕໍ່ແກ່ຍາວ ອາດຈະສົ່ງຜົນກະ ທົບຕໍ່ປະຕິທິນການສອບເສັງໃນທົ່ວປະເທດ

- AK103966 - ຖ້າຫາກການລະບາດໂຄວິດ19ຍັງສືບຕໍ່ແກ່ຍາວ ອາດຈະສົ່ງຜົນກະ ທົບຕໍ່ປະຕິທິນການສອບເສັງໃນທົ່ວປະເທດ
- kitchen vibe - ຖ້າຫາກການລະບາດໂຄວິດ19ຍັງສືບຕໍ່ແກ່ຍາວ ອາດຈະສົ່ງຜົນກະ ທົບຕໍ່ປະຕິທິນການສອບເສັງໃນທົ່ວປະເທດ

ການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ ຢູ່ ສປປ ລາວ ເຮັດໃຫ້ສະຖານການສຶກສາທົ່ວປະເທດ ທັງພາກລັດ ແລະ ເອກະຊົນ ໄດ້ຮັບຜົນກະທົບ ແລະ ໄດ້ພັກຮຽນຊົ່ວຄາວ, ຊຶ່ງອາດເຮັດໃຫ້ການຮຽນຂອງຜູ້ຮຽນບໍ່ຕໍ່ເນື່ອງ ແລະ ຖ້າຫາກການລະບາດຍັງສືບຕໍ່ແກ່ຍາວ ອາດຈະສົ່ງຜົນກະ ທົບຕໍ່ປະຕິທິນການສອບເສັງໃນທົ່ວປະເທດ, ພ້ອມກັນນັ້ນ ຍັງເຮັດໃຫ້ພະນັກງານ, ຄູສອນ ແລະ ນັກ ຮຽນ-ນັກສຶກສາ ຈຳນວນໜຶ່ງ ໄດ້ຮັບການຕິດເຊື້ອ.

ອີງຕາມບົດລາຍງານຂອງ ກະຊວງສຶກສາທິການ ແລະ ກິລາ ລົງວັນທີ 5 ພຶດສະພາ 2021 ລະ ບຸວ່າ: ການປະຕິບັດແຜນພັດທະນາວຽກງານການສຶກສາ ແລະ ກິລາ ປະຈໍາປີ 2021, ແຜນງົບປະມານ ແລະ ແຜນການຂອງບັນດາໂຄງການ ໃນທຸກຂັ້ນທົ່ວຂະແໜງການ ອາດບໍ່ສາມາດບັນລຸໄດ້ຕາມຄາດ   ໝາຍທີ່ວາງໄວ້. ຂະນະດຽວກັນ ການຈັດການຮຽນ-ການສອນ ອາດຈະບໍ່ຄົບຕາມຫລັກສູດ ໂດຍສະເພາະແມ່ນເຂດຊົນນະບົດຫ່າງໄກສອກຫລີກ ທີ່ບໍ່ສາມາດຈັດການຮຽນ-ການສອນທາງໄກໄດ້ຢ່າງທົ່ວເຖິງ.

ປັດຈຸບັນ, ຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທັງສະຖານການສຶກສາຂອງລັດ ແລະ ເອກະຊົນ ທີ່ຢັ້ງຢືນຕິດເຊື້ອ ມີທັງໝົດ 36 ຄົນ, ໃນນັ້ນ ເປັນພະນັກງານ 2 ຄົນ, ຄູສອນ 2 ຄົນ, ນັກຮຽນ 12 ຄົນ, ນັກຮຽນສຶກສາ 20 ຄົນ (ໃນນີ້ເປັນນັກສຶກສາຕ່າງປະເທດ 1 ຄົນ). ພ້ອມກັນນັ້ນ ຍັງມີຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ສໍາພັດໃກ້ຊິດກໍລະນີຜູ້ຕິດເຊື້ອ ອີກຈໍານວນ 400 ກວ່າຄົນ.

- 4 - ຖ້າຫາກການລະບາດໂຄວິດ19ຍັງສືບຕໍ່ແກ່ຍາວ ອາດຈະສົ່ງຜົນກະ ທົບຕໍ່ປະຕິທິນການສອບເສັງໃນທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!