ຕ້ານໂຄວິດຕິດພັນກັບການເຝົ້າລະວັງພະຍາດໄຂ້ຍຸງ

- kx 1430 1 - ຕ້ານໂຄວິດຕິດພັນກັບການເຝົ້າລະວັງພະຍາດໄຂ້ຍຸງ
- kitchen vibe - ຕ້ານໂຄວິດຕິດພັນກັບການເຝົ້າລະວັງພະຍາດໄຂ້ຍຸງ

ໂດຍ: ທິດກໍ່າ

ສະພາບການແຜ່ລະບາດໂຄວິດ-19 ຢູ່ປະເທດເຮົາມາຮອດໄລຍະນີ້ເຫັນວ່າຍັງສືບຕໍ່ແຜ່ລະບາດຢູ່ຫລາຍເຂດແຂວງ ນັບທັງນະຄອນຫລວງວຽງຈັນຂອງພວກເຮົາ. ຫລ້າສຸດມາຮອດວັນທີ 4 ພຶດສະພາ 2021 ຍັງມີຄົນຕິດເຊື້ອເຖິງ 60 ຄົນ. ສະເພາະວັນທີ 4 ພຶດສະພາ ຕົວເລກຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນແຂວງຈຳປາສັກມີເຖິງ 30 ຄົນ, ຮອງລົງມາແມ່ນແຂວງບໍ່ແກ້ວມີ 20 ຄົນ, ນະຄອນຫລວງວຽງຈັນມີ 8 ຄົນ ແລະ ແຂວງວຽງຈັນມີ 1 ຄົນ. ສ່ວນແຂວງປອດຍັງບໍ່ທັນມີຄົນຕິດເຊື້ອໂຄວິດ-19 ກໍມີ 3 ແຂວງຄື: ໄຊສົມບູນ, ຊຽງຂວາງ ແລະ ຫົວພັນ.
ແຕ່ແນວໃດກໍຕາມ, ມາຮອດໄລຍະນີ້ ພວກເຮົາຍັງສືບຕໍ່ປະຕິບັດບັນດາມາດຕະການປິດປະເທດເຊັ່ນ: ຊາຍແດນເຂົ້າ-ອອກລະຫວ່າງປະເທດ ນັບທັງປິດບັນດາເຂດແຂວງ ຕະຫລອດຮອດປິດບ້ານ, ປິດເມືອງ ເພື່ອຈຳກັດການແຜ່ລະບາດຕາມຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ບັນດາມາດຕະການຕ່າງໆຂອງຄະນະສະເພາະກິດວາງອອກໃນທົ່ວປະເທດ.
ໄປຄຽງຄູ່ກັນນັ້ນ, ໄລຍະນີ້ເຮົາເຫັນວ່າພວມກ້າວເຂົ້າສູ່ຕົ້ນລະດູຝົນ ເຊິ່ງປົກກະຕິແລ້ວຢູ່ປະເທດເຮົາເມື່ອກ້າວເຂົ້າສູ່ລະດູນີ້ແລ້ວ ສິ່ງຕາມມາຄືພະຍາດໄຂ້ຍຸງ ຫລື ທີ່ເອີ້ນກັນອີກຢ່າງໜຶ່ງວ່າໄຂ້ເລືອດອອກ ເຊິ່ງແຕ່ລະປີມີຄົນລາວເຮົາເຈັບເປັນ ແລະ ລົ້ມຕາຍຍ້ອນພະຍາດດັ່ງກ່າວເປັນຈຳນວນບໍ່ໜ້ອຍ ຖ້າທຽບໃສ່ພະຍາດຊະນິດອື່ນໆ. ດັ່ງທີ່ຮູ້ກັນແລ້ວວ່າ ພະຍາດໄຂ້ເລືອດອອກເປັນພະຍາດເຂດຮ້ອນທີ່ຮ້າຍແຮງຊະນິດໜຶ່ງ ເຊິ່ງພວກເຮົາບໍ່ຄວນຖືເບົາ ແລະ ຕ້ອງໄດ້ເອົາໃຈໃສ່ຕ້ານສະກັດກັ້ນແຕ່ຫົວທີກ່ອນມັນຈະລະບາດແລ້ວແຜ່ລາມມາໃສ່ປະຊາຊົນເຮົາໃນຊ່ວງລະດູຝົນນີ້. ນອກຈາກນັ້ນ ພະຍາດໄຂ້ຍຸງແລ້ວ ຍັງມີລົມພາຍຸ, ຝົນຕົກໜັກ, ໝາກເຫັບຕົກ, ນໍ້າປ່າໄຫລຫລາກ ແລະ ໄພພິບັດອື່່ນໆໃນຊ່ວງລະດູຝົນມາກະທົບໃສ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພວກເຮົາ.
ໃນສະພາບປັດຈຸບັນ, ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າເຮົາພວມເຮັດສົງຄາມຕ້ານໂຄວິດ-19 ທີ່ພວມແຜ່ລະບາດໃນຮອບໃໝ່ຫລັງປີໃໝ່ລາວເປັນຕົ້ນມາ ເຊິ່ງມາຮອດປັດຈຸບັນກໍເຫັນວ່າການແຜ່ລະບາດພວມຢູ່ໃນທ່ວງທ່າຫລຸດລົງ, ແຕ່ພວກເຮົາກໍບໍ່ຄວນປະໝາດ ຕ້ອງພ້ອມກັນຕ້ານ ແລະ ສະກັດກັ້ນໃຫ້ສະພາບການແຜ່ລະບາດຄັ້ງນີ້ໃຫ້ຫລຸດໜ້ອຍຖອຍລົງໄວທີ່ສຸດ ຈຶ່ງຖືວ່າຊະນະກັບມັນໄດ້.
ເພາະສະນັ້ນ, ຍິ່ງກວ່າເວລາໃດໝົດ ມັນຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງສາມັກຄີກັນເຂົ້າ ເພື່ອຍາດເອົາໄຊຊະນະໃນການຕໍ່ຕ້ານກັບສົງຄາມການແຜ່ລະບາດພະຍາດໂຄວິດ-19 ໄປຄຽງຄູ່ກັບການເຝົ້າລະວັງການກັບມາຂອງພະຍາດໄຂ້ຍຸງໃນຊ່ວງລະດູຝົນທີ່ຈະມາທຳລາຍຊີວິດອິນຊີຂອງປະຊາຊົນບັນດາເຜົ່າເຮົາໃນຄັ້ງນີ້.
ເຖິງຢ່າງໃດກໍດີ, ຜ່ານການຜະເຊີນກັບໄພພິບັດມາຫລາຍຄັ້ງ ພາຍໃຕ້ການນຳພາຂອງພັກ ແລະ ລັດຖະບານ ແລະ ພາຍໃຕ້ຄວາມສາມັກຄີອັນເປັນປຶກແຜ່ນຂອງວົງສາຄະນາຍາດລາວເຮົາ ແລະ ພາຍໃຕ້ການຊ່ວຍເຫລືອຂອງເພື່ອນມິດຍຸດທະສາດ ແລະ ເພື່ອນສາກົນ ແນ່ນອນພວກເຮົາຕ້ອງຜ່ານພົ້ນບັ້ນວິກິດນີ້ໄດ້ຢ່າງແນ່ນອນ.

- Visit Laos Visit SALANA BOUTIQUE HOTEL - ຕ້ານໂຄວິດຕິດພັນກັບການເຝົ້າລະວັງພະຍາດໄຂ້ຍຸງ
- 3 - ຕ້ານໂຄວິດຕິດພັນກັບການເຝົ້າລະວັງພະຍາດໄຂ້ຍຸງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!