ບິວເກດ ແລະ ເມລິນດາ ເລີ່ມແບ່ງປັນຊັບສິນກັນແລ້ວ

- 698 - ບິວເກດ ແລະ ເມລິນດາ ເລີ່ມແບ່ງປັນຊັບສິນກັນແລ້ວ
- kitchen vibe - ບິວເກດ ແລະ ເມລິນດາ ເລີ່ມແບ່ງປັນຊັບສິນກັນແລ້ວ

ບໍລິສັດລົງທຶນຂອງ ບິວເກດ ໄດ້ໂອນພັນທະບັດ 1,8 ຕື້ໂດລາໃຫ້ກັບ ເມລິນດາ, ໃນນີ້ 1,5 ຕື້ໂດລາຈາກ  Canadian National Railway ແລະ ຫຼາຍກວ່າ 300 ລ້ານໂດລາຈາກ  AutoNation. ຂະນະນີ້ ບລິສັດລົງທຶນ Cascade ມີມູນຄ່າພັນທະບັດ 50 ຕື້ໂດລາ.

Forbes ໃຫ້ຮູ້ວ່າ ຂະນະນີ້ ບິວເກດມີມູນຄ່າຊັບສິນຫຼາຍກວ່າ 130 ຕື້ໂດລາ ຢູ່ອັນດັບ 4 ຂອງໂລກ. ຊັບສິນສ່ວນຫຼາຍຂອງເຂົາ ແມ່ນຢູ່ໃນບໍລິສັດ ການລົງທຶນ Cascade Investment ຊຶ່ງເຂົາເປັນຜູ້ສ້າງຕັ້ງຂຶ້ນເອງ ຈາກການຂາຍ ພັນທະບັດ ແລະ ຫຸ້ນຈາກ Microsoft. ບິວເກດ ມີຫຸ້ນຢູ່ຫຼາຍຂົງເຂດ ນັບແຕ່ ອະສັງຫາລີມະຊັບ, ພະລັງງານ, ໂຮງແຮມ ແລະ ທາງລົດໄຟ. ນອກຈາກນັ້ນ ເຂົາຍັງມີ ພັນທະບັດ Microsoft ພ້ອມກັບຫຼາຍລາຍການອະສັງຫາລີມະຊັບ, ລົດຍົນ, ເຄື່ອງບິນສະເພາະ.

- Visit Laos Visit SALANA BOUTIQUE HOTEL - ບິວເກດ ແລະ ເມລິນດາ ເລີ່ມແບ່ງປັນຊັບສິນກັນແລ້ວ

ເຖິງແມ່ນວ່າ ທັງສອງຄົນພວກເຂົາບໍ່ໄດ້ປະກາດການແບ່ງຊັບສິນກໍຕາມ ແຕ່ນັກວິເຄາະຕີລາຄາວ່າ ການໂອນ ພັນທະບັດຂ້າງເທິງນັ້ນສະແດງໃຫ້ເຫັນວ່າ ພວກເຂົາໄດ້ເລີ່ມຕົ້ນແບ່ງປັນຊັບສິນກັນແລ້ວ.

- 5 - ບິວເກດ ແລະ ເມລິນດາ ເລີ່ມແບ່ງປັນຊັບສິນກັນແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!