ເຈົ້າໜ້າທີ່ເລັ່ງສືບຫາສາເຫດໄຟໃໝ້ຕະຫລາດຊັ່ງຈຽງ

- fire - ເຈົ້າໜ້າທີ່ເລັ່ງສືບຫາສາເຫດໄຟໃໝ້ຕະຫລາດຊັ່ງຈຽງ
- kitchen vibe - ເຈົ້າໜ້າທີ່ເລັ່ງສືບຫາສາເຫດໄຟໃໝ້ຕະຫລາດຊັ່ງຈຽງ

ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 17:30 ໂມງຂອງວັນທີ 14 ກໍລະກົດນີ້, ໄດ້ເກີດເຫດໄຟໄໝ້ຕະຫລາດຊັ່ງຈຽງ, ຢູ່ບ້ານວັດໄຕນ້ອຍ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນຢ່າງຮຸນແຮງ, ໂດຍເຈົ້າໜ້າທີ່ໄດ້ໃຊ້ລົດມອດໄຟເປັນຈໍານວນຫລາຍຄັນເຂົ້າດັບມອດໄຟປະມານ 4 ຊົ່ວໂມງກວ່າຈຶ່ງສາມາດຄວບຄຸມໄຟໄວ້ໄດ້.

ຜ່ານການກວດກາເບື້ອງຕົ້ນພົບວ່າ: ອາຄານຕະຫລາດດັ່ງກ່າວສ້າງຂຶ້ນເມື່ອກາງປີ 2007 ມີເນື້ອທີ່ທັງໝົດ 15 ພັນກວ່າຕາແມັດ, ມີຄວາມກວ້າງ 120 ແມັດ ແລະ ຄວາມຍາວ 130 ແມັດ, ມີຫ້ອງຂາຍສີນຄ້າທັງໝົດ 430 ຫ້ອງ ຊຶ່ງສ່ວນໃຫຍ່ແມ່ນຂາຍສີນຄ້າປະເພດເສື້ອຜ້າ, ເກີບ, ກະເປົາ, ເຄື່ອງຫລີ້ນເດັກນ້ອຍ, ຜ້າກັ້ງ, ເຄື່ອງສຽງ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆໄດ້ຖືກໄຟໄໝ້ເສຍຫາຍໝົດຫລັງ. ສ່ວນມູນຄ່າຄວາມເສຍຫາຍ ແລະ ສາເຫດໄຟໄໝ້ຄັ້ງນີ້ເຈົ້າໜ້າທີ່ກໍາລັງເລັ່ງສືບສວນ-ສອບສວນ.

- Visit Laos Visit SALANA BOUTIQUE HOTEL - ເຈົ້າໜ້າທີ່ເລັ່ງສືບຫາສາເຫດໄຟໃໝ້ຕະຫລາດຊັ່ງຈຽງ

ເກີດເຫດໄຟໄໝ້ເຮືອນປະຊາຊົນ 1 ຫລັງຢູ່ບ້ານຊຽງຢືນ ເສຍຫາຍບາງສ່ວນ

+ໄຟໄໝ້ຕະຫລາດເຂດດົງໂດກເສຍຫາຍຫລາຍກວ່າ 370 ຕື້ກີບ

ກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພກະຊວງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ: 6 ເດືອນຜ່ານມາໄດ້ມີອັກຄີໄພເກີດຂຶ້ນຫລາຍກວ່າ 60 ຄັ້ງ, ມີເຮືອນປະຊາຊົນເສຍ 60 ຫລັງ ແລະ ມີຜູ້ຊີວິດ 4 ຄົນ ແລະ ອັກຄີໄພທີ່ຮ້າຍແຮງແມ່ນເຫດການໄຟໄໝ້ເຮືອນປະຊາຊົນເສຍຫາຍຫລາຍຫລັງຢູ່ບ້ານດອນຄໍາ, ເມືອງຮຸນແຂວງອຸດົມໄຊ, ເຫດໄຟໃໝ້ຕະຫລາດລືໄຊແຂວງອຸດົມໄຊ, ໄຟໃໝ້ຕະຫລາດປິ້ງໄກ່ເຊໂນ, ເມືອງອຸທຸມພອນແຂວງສະຫວັນນະເຂດ, ໂດຍສາເຫດສ່ວນໃຫຍ່ເກີດຈາກໄຟຟ້າລັດວົງຈອນ, ໄຕ້ທູບທຽນບຸຊາ, ໄຟຟືນໄຟແບບປະໝາດ ແລະ ອື່ນໆ.

- 3 - ເຈົ້າໜ້າທີ່ເລັ່ງສືບຫາສາເຫດໄຟໃໝ້ຕະຫລາດຊັ່ງຈຽງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!