4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ

4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ - 181139926 1824208847746726 8049487407168498019 n - 4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ
4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ - kitchen vibe - 4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ

ໃນວັນທີ 4 ພຶດສະພາ 2021, ທ່ານ ນາງ ດຣ ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າຄະ ນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ລາຍງານໃຫ້ຮູ້ວ່າ: ໃນວັນທີ 3 ພຶດສະພາ 2021 ໄດ້ເກັບຕົວຈາກກຸ່ມສ່ຽງ ອາດຕິດເຊື້ອພະຍາດໂຄວິດ-19 ໃນຈຸດບໍລິການເກັບຕົວຢ່າງທົ່ວປະເທດທັງໝົດ 1.400 ກວ່າຄົນ ແລະ ພົບຜູ້ຕິດເຊື້ອໃໝ່ຈໍານວນ 60 ຄົນ. ໃນນີ້ ຢູ່ນະຄອນຫລວງວຽງຈັນ 8 ຄົນ, ແຂວງຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສະຫວັນນະເຂດ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ. ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດເຮົາ ລວມມີ 1.026 ຄົນ. ໃນນີ້, ປິ່ນປົວດີ 60 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆ ກໍານົດໄວ້ທົ່ວປະເທດ 966, ບໍ່ມີຜູ້ເສຍຊີວິດ. ປັດຈຸບັນ, ມີຜູ້ຈໍາກັດບໍລິເວນທົ່ວປະເທດ ຈໍານວນ 3.769 ຄົນ ຢູ່ 57 ສູນ. ຂະນະດຽວກັນ, ຜູ້ຕິດເຊື້ອພະຍາດດັ່ງກ່າວໃນທົ່ວໂລກ ມີຫລາຍກວ່າ 154 ລ້ານຄົນ, ເສຍຊີວິດຫລາຍກວ່າ 3 ລ້ານຄົນ.

ຕໍ່ສະພາບດັ່ງກ່າວ, ຂໍຮຽກຮ້ອງມາຍັງອຳນາດການປົກຄອງທຸກຂັ້ນ ໃຫ້ຕິດຕາມເອົາໃຈໃສ່ກວດກາການຈັດຕັ້ງປະຕິບັດແຈ້ງການຕ່າງໆ ຂອງຄະນະສະເພາະກິດ, ໂດຍສະເພາະການເຄື່ອນໄຫວໄປມາຂອງປະຊາຊົນ ທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງ ຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດ ທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນຕາມລະບຽບການ, ສ່ວນຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອຜ່ານມາ ແມ່ນຕ້ອງໄດ້ໄປກວດຫາເຊື້ອພະຍາດ COVID-19 ຕາມຈຸດບໍລິການກວດ ທີ່ຄະນະສະເພາະກິດກຳນົດໄວ້. ຄຽງຄູ່ກັບການປະຕິບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ປະຊາຊົນ ແລະ ທຸກພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍ ຕ້ອງໄດ້ສັກວັກແຊງ COVID-19 ຈົ່ງໄປຮັບການສັກຢາວັກແຊງ ຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ປະຊາຊົນລາວເຮົາທຸກຄົນ ຈາກພະຍາດໂຄວິດ-19.

4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ - Visit Laos Visit SALANA BOUTIQUE HOTEL - 4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ
4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ - 5 - 4/5/2021 ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 60 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!