ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ

ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ - 102 - ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ
ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ - kitchen vibe - ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ

ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ ແຂວງວຽງຈັນ ເປັນຂົວເບຕົ້ງເສີມເຫລັກແບບແໜ້ນໜາຖາວອນ. ມາໃນວັນທີ 3 ພຶດສະພາ 2021 ຄະນະຮັບຜິດຊອບການກໍ່ສ້າງ ໂດຍມີ ທ່ານ ບົວຈັນ ອ້ວນສະຫວັນ ຮອງຫົວໜ້າກົມຂົວທາງກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ທ່ານ ພຸດສະດຸ ອິນທະວົງ ປະທານ ບໍລິສັດ ມາລີນີ ຈໍາກັດ ໃນນາມຜູ້ຮັບເໝົາກໍ່ສ້າງ, ພ້ອມດ້ວຍວິຊາການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາເບິ່ງພື້ນທີ່ຕົວຈິງ.

ໂຄງການກໍ່ສ້າງຂົວດັ່ງກ່າວ, ມີມູນຄ່າການກໍ່ສ້າງທັງໝົດ 4,7 ຕື້ກວ່າກີບ ໂດຍແມ່ນທຶນສົມທົບຂອງກອງທຶນທາງຫລວງແຫ່ງຊາດ 80% ເທົ່າກັບ 3,8 ຕື້ກວ່າກີບ ແລະ ບໍລິສັດມາລີນີ 20% ເທົ່າກັບ 950 ລ້ານກວ່າກີບ, ລວງຍາວຂອງຂົວ 25 ແມັດ, ລວງກວ້າງ 12 ແມັດ,  ກໍານົດເວລາໃນການກໍ່ສ້າງ 1 ປີ ໂດຍມອບກົມຂົວທາງເປັນເຈົ້າຂອງໂຄງການ.

ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ - Visit Laos Visit SALANA BOUTIQUE HOTEL - ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ

ຂົວຂ້າມນໍ້າພະນາຍ ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ໄດ້ຫັກພັງລົງຄັ້ງຫລ້າສຸດໃນວັນທີ 9 ເມສາ 2021 ຜ່ານມາ, ອົງການປົກຄອງເມືອງທຸລະຄົມ ສົມທົບກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໄດ້ຮີບຮ້ອນລາຍງານ ໃຫ້ອົງການປົກຄອງແຂວງວຽງຈັນ ຮັບຊາບ ແລະ ມີທິດຊີ້ ນໍາ ເພື່ອວາງແຜນສ້ອມແປງຂົວໃຫ້ນໍາໃຊ້ໄດ້ເປັນປົກກະຕິ, ເຊິ່ງນັບແຕ່ຂົວນ້ຳພະນາຍໄດ້ຫັກລົງ ເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກ ໃນການເດີນທາງຜ່ານທາງເວັ້ນສໍາຮອງ, ລົດກໍ່ມີຄວາມແອອັດ, ການໄປມາຊັກຊ້າ. ການນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ກໍ່ມີຄວາມເຫັນອົກເຫັນໃຈ, ເຫັນຄວາມຫຍຸ້ງຍາກຂອງຜູ້ເດີນທາງ ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວເມືອງທຸລະຄົມ ແລະ ປະ ສານງານຢ່າງໃກ້ສິດກັບອົງການປົກຄອງແຂວງ ເພື່ອດໍາເນີນການເລັ່ງທວງ ໃຫ້ພາກສ່ວນກ່ຽວຂ້ອງ ຮັບ ຜິດຊອບການກໍ່ສ້າງຂົວຄືນໃໝ່ໃນເວລາອັນຄວນ, ເນື່ອງຈາກປັດຈຸບັນເສັ້ນທາງເລກ 10 ຂອບເຂດເມືອງທຸລະຄົມ ແມ່ນມີລົດໜັກ ແລະ ລົດເບົາທຽວຜ່ານເປັນຈໍານວນຫລາຍໃນແຕ່ລະວັນ. ສະນັ້ນ, ມາໃນວັນທີ 31 ມີນາ 2021 ກະຊວງໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ຕົກລົງໃຫ້ກໍ່ສ້າງຂົວນໍ້າພະນາຍ ເປັນຂົວເບ ຕົ້ງເສີມເຫລັກແບບແໜ້ນໜາຖາວອນ ແລະ ໄດ້ຕົກລົງໃຫ້ບໍລິສັດ ມາລີນີ ຈໍາກັດ ຜູ້ດຽວ ຮັບເໝົາການກໍ່ສ້າງ.

ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ - 5 - ກະຊວງໂຍທາທິການ ແລະ ຂົນສົ່ງ ຕົກລົງໃຫ້ກໍ່ສ້າງຂົວ ນໍ້າພະນາຍ ເມືອງທຸລະຄົມ ເປັນຂົວເບຕົ້ງເສີມເຫລັກກໍານົດເວລາໃນການກໍ່ສ້າງ 1 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!