ນາງ ຈິນ​ນາລີ ນໍລະ​ສິງ ຄວ້າ​ຕຳ​ແໜ່​ງມີ​ສ​ແກຣນລາວ​ຄົນ​ທຳ​ອິດ

- Miss grand laos - ນາງ ຈິນ​ນາລີ ນໍລະ​ສິງ ຄວ້າ​ຕຳ​ແໜ່​ງມີ​ສ​ແກຣນລາວ​ຄົນ​ທຳ​ອິດ
- kitchen vibe - ນາງ ຈິນ​ນາລີ ນໍລະ​ສິງ ຄວ້າ​ຕຳ​ແໜ່​ງມີ​ສ​ແກຣນລາວ​ຄົນ​ທຳ​ອິດ

​ການ​ແຂ່ງຂັນ​ງານ​ປະ​ກວດ ມີ​ສ​ແກຣນ ລາວ 2017, ຊຶ່ງ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຄໍ່າຄືນ​ຂອງ​ວັນ​ທີ 15 ກໍລະກົດ​ນີ້, ທີ່​ສູ​ນການ​ຄ້າ​ລາວ​-​ໄອ​ເຕັກ ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ ຜູ້​ຊະນະ​ເລີດຄອງ​ຕຳ​ແໜ່​ງດັ່ງກ່າວ​ແມ່ນ​ນາງ ຈິນນາລີ ນໍລະ​ສິງ (ຟ້າ​ໃສ) ໝາຍ​ເລກ MG19 ​ໄດ້​ຮັບ​ມົງກຸດ​ເພັດ​ມູນ​ຄ່າ 50 ລ້ານ​ກີບ, ສາຍ​ສະພາຍ​​ໄໝ​ເງິນ, ​ເງິນສົດ 100 ລ້ານ​ກີບ, ທຶນ​ການ​ສຶກສາ 100 ລ້ານ​ກີບ, ຄອມ​ພິວ​ເຕີ​ໂນ​ດບຸກ 1 ​ເຄື່ອງ, ຮອງ​ອັນ​ດັບ​ທີ 1 ​ແມ່ນ​ນາງ​ ​ພູນ​ຊັບ ພົນ​ໂຍທາ (ມິ​ມີ່) ໝາຍ​ເລກ MG13 ​ໄດ້​ຮັບ​ສາຍ​ສະພາຍ​ໄໝ​ເງິນ, ​ເງິນສົດ 30 ລ້ານ​ກີບ ​ແລະ ຮອງ​ອັນ​ດັບ​ທີ 2 ​ແມ່ນ​ນາງ ຈິດ​ສະ​ດາ ວົງ​ໄຊ​ສະຫວາດ (ມຸກ) ໝາຍ​ເລກ MG16 ​ໄດ້​ຮັບ​ສາຍ​ສະພາຍ​ໄໝ​ເງິນ, ​ພ້ອມ​ເງິນສົດ 20 ລ້ານ​ກີບ, ຮອງ​ອັນ​ດັບ​ທີ 3 ​ແມ່​ນນາງ ນິດາກ​ອນ ຈັນ​ດາລາ​ສານ (​ແອນ​ນີ້) ​ໄດ້​ຮັບ​ສາຍສະ​ພາຍ​ໄໝ​ເງິນ, ພ້ອມ​ເງິນສົດ 10 ລ້ານ​ກີບ, ຮອງ​ອັນ​ດັບ​ທີ 4 ​ແມ່​ນນາງ ​ແສງ​ສະຫວັນ ສີ​ຫາ​ລາດ (ມູມີ່) ​ໄດ້​ຮັບ​ສາຍ​ສະພາຍ​ໄໝ​ເງິນ, ພ້ອມ​ເງິນສົດ 8 ລ້ານ​ກີບ.

​          ງານ​ດັ່ງກ່າວ​ຈັດ​ຂຶ້ນເພື່ອ​​ເປັນ​ການ​ຄົ້ນ​ຫາ​ຕົວ​ແທນ​ຊາວ​ໜຸ່ມ​ຍິງ​ທີ່​ມີ​ຄຸນ​​ສົມບັດ ​ແລະ ຄວາມ​ງາມ, ຄວາ​ມຮູ້​ຄວາມສາມາດ ​ແລະ ​ການ​ປະພຶດຕົນ​ທີ່​ດີ​ໃນ​ສັງຄົມ ​ເພື່ອ​ເປັນ​ຕົວ​ແທນ​ຂອງ​ແມ່ຍິງ​ລາວ​ໄປ​ປະ​ກວດ​ໃນ​ເວທີ​ລະດັບ​ສາກົນ ກໍ​ຄື​ມີ​ສ​ແກຣນ ອິນ​ເຕີ​ເນ​ເຊິ​ນ​ເນລ ​ໃນ​ທ້າຍ​ເດືອນ​ຕຸລາ​ນີ້, ທີ່​ປະ​ເທດ​ຫວຽດນາມ, ​ໂດຍ​ໜ້າ​ທີ່​ຂອງ​ມີ​ສ​ແກຣນ ​​ແມ່ນ​ຈະ​ໄດ້​ຮັບຜິດຊອບ​ວຽກ​ງານ​ທາ​ງດ້ານ​ສັງຄົມ, ພ້ອມ​ທັງ​ກ້າວ​ເຂົ້າ​ສູ່​ວົງການ​ບັນ​ເທິງ​ໃນ​ອະນາຄົດ​​ນຳ​ອີກ.

- Visit Laos Visit SALANA BOUTIQUE HOTEL - ນາງ ຈິນ​ນາລີ ນໍລະ​ສິງ ຄວ້າ​ຕຳ​ແໜ່​ງມີ​ສ​ແກຣນລາວ​ຄົນ​ທຳ​ອິດ

​ເຂົ້າ​ຮ່ວມ​ງານ​ປະ​ກວດ​ດັ່ງກ່າວ​ມີ​ທ່ານ ອາ​ລຸນ​ໄຊ ສູນ​ນະລາດ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ, ​ທ່ານ ສະຫວັນ​ຄອນ ຣາຊ ມຸນຕີ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ມີ​ທ່ານ ຫົງ​ຄຳ ສຸວັນນະ​ວົງ ​ເລຂາທິການ​ຊາວ​ໜຸ່ມປະຊາຊົນ​ ປະຕິ​ວັດ​ລາວ, ປະທານ​ບໍລິສັດ ທີ​ວີ​ລາວ, ທັງ​ເປັນ​ປະທານ​ໂຄງການ​ປະ​ກວດ​ມີ​ສ​ແກຣນ ລາວ 2017, ມີທ່ານ ນະ​ວັດ ອິນ​ສະລະ​ໄກ​ສິນ ປະທານ​ອົງ​ກອນ​ມີ​ສ​ແກຣນ ອິນ​ເຕີ​ເນ​ເຊີນ​​ເນລ ​ແລະ ມວນ​ຊົນ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

- 4 - ນາງ ຈິນ​ນາລີ ນໍລະ​ສິງ ຄວ້າ​ຕຳ​ແໜ່​ງມີ​ສ​ແກຣນລາວ​ຄົນ​ທຳ​ອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!