ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ

ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ - 180442249 761005784583812 6659757423885416606 n - ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ
ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ - kitchen vibe - ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ
ວັນທີ 21 ເມສາ ຜ່ານມາ, ຢູ່ທີ່ດ່ານສາກົນພູດູ່ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີຈູດ ເຜົາທຳລາຍສິນຄ້າຕ້ອງຫ້າມ ຈຳນວນ 635 ກິໂລກຼາມ, ສິນຄ້າດັ່ງກ່າວ ແມ່ນຜູ້ປະກອບການລັກລອບນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ.
ສິນຄ້າທີ່ນໍາ ມາທໍາລາຍໃນຄັ້ງນີ້, ແມ່ນກວດກາພົບໃນວັນທີ 20 ເມສາ ຜ່ານມາ ລວມມີ ອາຫານສົດແຊ່ແຂງ ປະເພດລູກຊີ້ນ ແລະ ຮ໋ອດດ໋ອກ ຈໍານວນ 635 ກິໂລກຼາມ ລວມມູນຄ່າ 10.770.000 ກີບ; ສໍາລັບຜູ້ປະກອບການ ແມ່ນຈະປະຕິບັດຕາມມາດຕະການຂອງກົດໝາຍຢ່າງເຂັ້ມງວດ.
ພັທ ຊ້າງ ສຸລິກັນ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູດູ່ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄຳ ສັ່ງແນະນຳ ທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍ ການຫ້າມນຳເຂົ້າ ປະເພດ ອາຫານແຊ່ແຂງທຸກປະເພດ (ຈາກປະເທດເພື່ອນບ້ານ) ນັບແຕ່ວັນທີ 23 ທັນວາ 2020 ຍ້ອນການລະບາດຂອງພະຍາດໂຄວິດ-19 ; ສະນັ້ນ, ເຈົ້າໜ້າທີ່ປະຈຳດ່ານສາກົນພູດູ່ ໄດ້ເອົາໃຈໃສ່ກວດກາສິນຄ້າຢ່າງເຂັ້ມງວດ ໂດຍສະເພາະຄົນເຂົ້າອອກ-ເມືອງ ແລະ ກວດກາ ປະ ເພດ ສິນຄ້າທີ່ຕ້ອງຫ້າມນຳເຂົ້າແບບຜິດກົດໝາຍ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບໃນສັງຄົມ.
ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ - 5 - ດ່ານສາກົນພູດູ່ ທຳລາຍສິນຄ້າຕ້ອງຫ້າມ-ລັກລອບນຳເຂົ້າ ຫລາຍກ່ວາ 600 ກລ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!