ປກສ ແຂວງໄຊຍະບູລີ ສຶກສາອົບຮົມ ລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ

[object object] - kitchen vibe - ປກສ ແຂວງໄຊຍະບູລີ  ສຶກສາອົບຮົມ ລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ

ພັຕ ຈຳປາ ຄໍາພັນເພັງ ຫົວໜ້າພະແນກຕຳຫຼວດປ້ອງກັນເສດຖະກິດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບລາຍງານວ່າ ມີກຸ່ມຄົນຈໍານວນໜຶ່ງ ໄດ້ລັກລອບຫຼິ້ນການພະນັນ ຢູ່ເຂດບ້ານດອນໃໝ່ ເມືອງໄຊຍະບູລີ ຈຶ່ງໄດ້ນຳກຳລັງວິຊາສະເພາະ ລົງກວດກາພົບກຸ່ມຄົນ ຢູ່ໃນຮ້ານກິນດື່ມ ທີ່ມີການລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ.ໃນນັ້ນ, ມີຄົນທີ່ຫຼິ້ນການພະນັນ 4 ຄົນ, ນັ່ງເບິ່ງ 6 ຄົນ ແລະ ເຈົ້າຂອງຮ້ານອີກ 1 ຄົນ ຈຶ່ງໄດ້ນຳຕົວພວກກ່ຽວ ໄປສຶກສາອົບຮົມກ່າວເຕືອນ ແລະປັບໃໝຕາມລະບຽບການ ຂອງກົດໝາຍ.
ເຈົ້າໜ້າທີ່ ປກສ ເມືອງໄຊຍະບູລີ ໄດ້ອະທິບາຍໃຫ້ຜູ້ທີ່ຫຼິ້ນການພະນັນ ຈຳນວນ 4 ຄົນ ຮັບຮູ້ເຂົ້າ ໃຈຕໍ່ການປະພຶດຂອງພວກກ່ຽວ ເປັນຕົ້ນແມ່ນ ເປັນກະທຳຜິດຕໍ່ປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ສະປັບປຸງປີ 2017 ໃນໝວດທີ 2 ມາດຕາ 141 ທີ່ລະບຸໄວ້ວ່າ: ບຸກຄົນໃດ ຫາກໄດ້ຫຼິ້ນການພະນັນທີ່ຕ້ອງຫ້າມ ຈະຖີກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ, ບຸກຄົນໃດຫາກໄດ້ສົມຍອມໃຫ້ຫຼິ້ນການພະນັນທີ່ຕ້ອງຫ້າມຢູ່ໃນເຮືອນຂອງຕົນ ຫຼື ເປັນເຈົ້າມື ຫຼື ເປັນຜູ້ກະທໍາຜິດທີ່ບໍ່ເຂັດຫຼາບ ຈະຖືກລົງໂທດຕັດອິດ ສະລະພາບ ແຕ່ 3 ເດືອນ ຫາ 2 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 5.000.000 ກີບ ຫາ 15.000.000 ກີບ.
ພາຍຫຼັງສຶກສາອົບຮົມພວກກ່ຽວແລ້ວ ເຈົ້າໜ້າ ທີ່ໄດ້ສ້າງບົດບັນທຶກກ່າວເຕືອນ ເພື່ອໃຫ້ພວກກ່ຽວປ່ຽນແປງພຶດຕິກຳຂອງຕົນເອງ, ຖ້າຫາກພວກກ່ຽວຍັງມີການເຄື່ອນໄຫວລັກລອບຫຼິ້ນການພະນັນອີກຄັ້ງຕໍ່ ໄປຈະຖືກເຈົ້າໜ້າທີ່ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

[object object] - 4 - ປກສ ແຂວງໄຊຍະບູລີ  ສຶກສາອົບຮົມ ລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ
[object object] - Visit Laos Visit SALANA BOUTIQUE HOTEL - ປກສ ແຂວງໄຊຍະບູລີ  ສຶກສາອົບຮົມ ລັກລອບຫຼິ້ນການພະນັນ ຈຳນວນ 11 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!