ບໍ່ຄວນອອກບ້ານຖ້າບໍ່ຈຳເປັນ ເນື່ອງຈາກການລະບາດໂຄວິດ-19 ເພີ່ມຂຶ້ນຕໍ່ເນື່ອງ


ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງມາຍັງທຸກຄົນໃຫ້ຢູ່ເຮືອນຂອງຕົນ, ບໍ່ຄວນອອກບ້ານ ຖ້າບໍ່ຈໍາເປັນ ເນື່ອງຈາກວ່າ ສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ເຮົາຍັງຄົງໜ້າເປັນຫ່ວງ, ເຊິ່ງມີລາຍງານຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຕໍ່ເນື່ອງ ແລະ ມີທ່າອ່ຽງຈະສູງຂຶ້ນໃນຕໍ່ໜ້າ ຈາກຕົວເລກຫລັກສິບ ເພີ່ມມາເປັນຫລັກຮ້ອຍ ໃນແຂວງ 14 ແຂວງທົ່ວປະເທດ.
ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 2 ພຶດສະພາ 2021 ນີ້ວ່າ: ຂໍໃຫ້ທຸກຄົນໃຫ້ຢູ່ເຮືອນຂອງຕົນ, ບໍ່ຄວນອອກບ້ານຖ້າບໍ່ຈໍາເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫລື ຊື້ເຄື່ອງບໍລິໂພກ-ອຸ ປະໂພກທີ່ຈຳເປັນ, ໄປຫາແພດ ຫລື ໄປຮັບການສັກຢາວັກແຊງ ແລະ ຖ້າຫລີກລ້ຽງບໍ່ໄດ້ຄວນໃສ່ຜ້າປິດປາກ-ດັງຕະຫລອດເວລາ ໄລຍະອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວທີ່ມີສ່ວນຜະສົມເຫລົ້າ 70% ກ່ອນ ແລະ ຫລັງສຳຜັດກັບສິ່ງຂອງ ຫລື ຄົນ ບໍ່ໃຊ້ມືສຳຜັດຕາ, ດັງ ແລະ ປາກ ເພາະສາມາດນຳເອົາເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້. ພ້ອມນັ້ນ, ກໍໃຫ້ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ. ຖ້າທຸກຄົນຮ່ວມແຮງຮ່ວມໃຈກັນປະຕິບັດ ມາດຕະການປ້ອງກັນການຕິດເຊື້ອໄດ້ຄືແນວນີ້ ຈະຊ່ວຍຫລຸດຜ່ອນໂອກາດໃນການຕິດເຊື້ອ ແລະ ສະກັດກັ້ນການແຜ່ເຊື້ອ ໄປສູ່ຄົນທີ່ທ່ານຮັກ ແລະ ສັງຄົມໄດ້.
ເພື່ອຢັບຢັ້ງການແຜ່ເຊື້ອ ບໍ່ໃຫ້ຂະຫຍາຍອອກສູ່ວົງກວ້າງ, ຄະນະສະເພາະກິດໄດ້ສະເໜີ ໄປຍັງອຳ ນາດການປົກຄອງທຸກຂັ້ນ ໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ຂອງທ່ານນາຍົກລັດຖະມົນຕີ ເລກທີ 15/ນຍ, ຕິດຕາມເອົາໃຈໃສ່ກວດກາການເຄື່ອນໄຫວຂອງປະຊາຊົນ, ຕິດຕາມກວດກາ ຜູ້ທີ່ເດີນທາງເຂົ້າປະເທດ ໂດຍບໍ່ຖືກຕາມລະບຽບຫລັກການ ແລະ ຖ້າຫາກພົບເຫັນ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນທ້ອງຖິ່ນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນຕາມລະບຽບການ.