ເກີດເຫດຫຍຽບກັນຕາຍໃນງານເທສະການສາສະໜາຂອງຊາວຍິວ ທີ່ອິສຣາເອວ ມີຜູ້ເສຍຊີວິດແລ້ວ 44 ຄົນ ແລະ ບາດເຈັບນັບຮ້ອຍ


ເກີດເຫດຫຍຽບກັນຕາຍພາຍໃນງານເທສະການລັກບາໂອເມີ (Lag B’Omer) ເຊິ່ງເປັນເທສະການທາງສາສະໜາຂອງຊາວຍິວທີ່ຈັດຂຶ້ນບໍລິເວນພູເຂົາເມຣອນ ທາງພາກເໜືອຂອງອິສຣາເອວ ໃນວັັນທີ 29 ເມສານີ້, ໂດຍເປັນງານເທສະການໃຫຍ່ທີ່ສຸດທີ່ຈັດຂຶ້ນພາຍໃນປະເທດນັບຕັ້ງແຕ່ເກີດວິກິດໂຄວິດ-19 ເຊິ່ງມີກຸ່ມຜູ້ສະແຫວງບຸນຊາວຍິວອໍໂທດອກ (Ultra-Orthodox) ຫລາຍໝື່ນຄົນໄປຮ່ວມງານ ໂດຍບໍ່ສົນໃຈຄຳເຕືອນການແພ່ລະບາດໂຄວິດ-19.
ພາຍຫລັງເກີດເຫດ ໜ່ວຍປະຖົມພະຍາບານ ມາເກນເດວິດ ອາດອມ (Magen David Adom: MDA) ເຊິ່ງເປັນໜ່ວຍງານຊ່ວຍເຫລືອສຸກເສີນແຫ່ງຊາດຂອງອິສຣາເອວ ໄດ້ເຂົ້າຊ່ວຍເຫລືອ ແລະ ເປີດເຜີຍວ່າມີຜູ້ເສຍຊີວິດຈຳນວນຫລາຍສິບຄົນ ແລະ ບາດເຈັບ 103 ຄົນ.
ສຳນັກຂ່າວທ້ອງຖິ່ນ Haaretz ລາຍງານວ່າມີຜູ້ເສຍຊີວິດຢ່າງໜ້ອຍ 44 ຄົນ ເຊິ່ງເຈົ້າໜ້າທີ່ໄດ້ເລັ່ງນຳຕົວຜູ້ບາດເຈັບທັງໝົດຂຶ້ນເຮລີຄັອບເຕີໄປສົ່ງໂຮງໝໍແລ້ວ, ສ່ວນທາງກອງທັບ ອິສຣາເອວ ໄດ້ສົ່ງໜ່ວຍທະຫານພ້ອມທີມແພດເຂົ້າຄົ້ນຫາ ແລະ ຊ່ວຍເຫລືອຜູ້ເສຍຊີວິດ. ຈາກການກວດສອບຄລິບວີດີໂອທີ່ມີຜູ້ໂພສໃນໂຊຊ້ຽວມີເດຍສະແດງໃຫ້ເຫັນຝູງຊົນຫລາຍພັນຄົນອັດແໜ້ນກັນພາຍໃນງານກ່ອນທີ່ຈະແຫ່ກັນແລ່ນໜີເອົາຊີວິດລອດດ້ວຍຄວາມໂກລາຫົນ, ເຊິ່ງໜຶ່ງໃນຜູ້ສະແຫວງບຸນທີ່ເຂົ້າຮ່ວມງານເປີດເຜີຍຕໍ່ສະຖານີໂທລະພາບຊ່ອງ 12 ຂອງອິສຣາເອວ ຄາດວ່າອາດມີການແຈ້ງເຕືອນລະເບີດຈາກການພົບພັດສະດຸຕ້ອງສົງໄສ ພາຍຫລັງມີການສົ່ງຂໍ້ຄວາມຜ່ານເຄື່ອງຂະຫຍາຍສຽງຮຽກຮ້ອງໃຫ້ຝູງຊົນສະລາຍຕົວ.
“ເຮົາຄິດວ່າອາດຈະມີການແຈ້ງເຕືອນ (ລະເບີດ) ເລື່ອງພັດສະດຸທີ່ໜ້າສົງໄສ ບໍ່ມີໃຜຄາດເດົາວ່າສິ່ງນີ້ຈະເກີດຂຶ້ນທີ່ນີ້, ຄວາມລື່ນເລີງກັບກາຍເປັນຄວາມໂສກເສົ້າ ແລະ ແສງສະຫວ່າງອັນຍິ່ງໃຫຍ່ກັບກາຍເປັນຄວາມມືດມິດ ໜຶ່ງໃນຜູ້ສະແຫວງບຸນກ່າວ”
ຂະນະທີ່ພື້ນທີ່ຈັດງານສ່ວນໃໝ່ມີການແຍກເພດຂອງຜູ້ສະແຫວງບຸນ ເຊິ່ງຜູ້ບັນທຶກວິດີໂອຄົນໜຶ່ງລະບຸວ່າເຫດການເກີດຂຶ້ນໃນສ່ວນທີ່ຜູ້ສະແຫວງບຸນຊາຍລວມຕົວກັນຢູ່ໃນຈຸດໜຶ່ງ. ທາງດ້ານເຈົ້າໜ້າທີ່ຕຳຫລວດທ້ອງຖິ່ນລາຍງານວ່າ: ກ່ອນເກີດເຫດເຈົ້າໜ້າທີ່ບໍ່ສາມາດເຂົ້າຄວບຄຸມ ແລະ ຫ້າມບໍ່ໃຫ້ມີການຈັດງານດັ່ງກ່າວໄດ້ ເນື່ອງຈາກຝູງຊົນພາຍໃນງານທີ່ມີຈຳນວນຫລາຍ ແລະ ໄດ້ຈັບຜູ້ກ່ຽວຂ້ອງກັບງານນີ້ 2 ຄົນ ທີ່ພະຍາຍາມຂັດຂວາງການເຮັດວຽກຂອງເຈົ້າໜ້າທີ່.
ສຳລັບເທສະການລັກບາໂອເມີນັ້ນເປັນເທສະການຂອງຊາວຍິວອໍໂທດອກ (Ultra-Orthodox) ທີ່ຈັດຂຶ້ນເປັນປະຈຳທຸກປີ ທີ່ພູເຂົາເມຣອນ ເຊິ່ງເປັນທີ່ຕັ້ງສຸສານຂອງນັກປາດ Rabbi Shimon Bar Yochai ໃນສະໄໝກ່ອນ ແລະ ຖືເປັນໜຶ່ງໃນສະຖານທີ່ສັກສິດທີ່ສຸດຂອງຊາວຍິວ ໂດຍພາຍໃນງານຈະມີການສະເຫລີມສະຫລອງຮອບກອງໄຟຕະຫລອດຄືນ, ຂະນະທີ່ The Times of Israel ເປີດເຜີຍຂໍ້ມູນຜູ້ຈັດງານຄາດວ່າມີຊາວຍິວ ປະມານ 100,000 ຄົນທີ່ໄປເຂົ້າຮ່ວມງານດັ່ງກ່າວ.