ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ

ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ - aHR0cHM6Ly9zLmlzYW5vb2suY29tL25zLzAvdWQvMTU3OS83ODk1NzA3L3BpZy5qcGc - ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ
ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ - kitchen vibe - ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ

ປະເທດຈີນກຳລັງພະຍາຍາມປັບປຸງພັນທຸກຳໝູ ລວມທັງສັດອື່ນໆ ເພື່ອເພີ່ມຜົນຜະລິດ ຫລຸດການອາໄສສິນຄ້ານຳເຂົ້າ.

ສຳນັກຂ່າວບລູມເບິກລາຍງານວ່າ: ຈີນຈະພະຍາຍາມປັບປຸງພັນທຸກຳຂອງໝູ ແລະ ສັດອື່ນໆ ພາຍໃນ 10 ປີຕໍ່ໜ້າ ເພື່ອເພາະພັນສັດທີ່ສາມາດຜະລິດຊີ້ນໄດ້ຫລາຍຂຶ້ນ ແຕ່ມີຄວາມຕ້ອງການໃນການບໍລິໂພກໜ້ອຍລົງ.

ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ - Visit Laos Visit SALANA BOUTIQUE HOTEL - ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ

ກະຊວງກະສິກຳລະບຸວ່າ: ໂຄງການນີ້ຈະດຳເນີນໄປຈົນຮອດປີ 2035 ເຊິ່ງຄວບຄຸມທັງໝູ, ງົວນົມ, ງົວຊີ້ນ, ແກະ ແລະ ໄກ່ ເຊິ່ງຖ້າດຳເນີນສຳເລັດ ຈີນຈະມີຄວາມສາມາດໃນການແຂ່ງຂັນດ້ານການເພາະພັນໃນລະດັບສາກົນ.

ເຈົ້າໜ້າທີ່ຈາກກົມລ້ຽງສັດແຫ່ງຊາດຂອງກະຊວງກະສິກຳ ແລະ ຄະນະກຳມະການຊັບພະຍາກອນພັນທຸກຳສັດປີກ ເປີດເຜີຍຕໍ່ນັກຂ່າວບລູມເບິກວ່າ: ຜົນຜະລິດຈາກໝູນັ້ນຕໍ່າກວ່າປະເທດອື່ນໆທີ່ພັດທະນາແລ້ວປະມານ 30%. ຂະນະທີ່ງົວນົມຜະລິດນົມໄດ້ພຽງ 80% ເມື່ອທຽບໃສ່ປະເທດອື່ນໆໃນຕະຫລາດຊັ້ນນຳບາງແຫ່ງ. ນອກຈາກນີ້ ຈີນຕ້ອງອາໄສສິນຄ້າຈາກຕ່າງປະເທດໃນການຜະລິດໄກ່ຊີ້ນຂົນສີຂາວ.

ເຈົ້າໜ້າທີ່ຈາກຄະນະກຳມະການພັນທຸສາດລ້ຽງສັດ ລະບຸວ່າ: ຖ້າສາມາດປັບປຸງຄຸນນະພາບຂອງໝູໄດ້ຈະຊ່ວຍຫລຸດການໃຊ້ເມັດພືດ ແລະ ອາຫານສັດອື່ນໆໄປໄດ້ຫລາຍລ້ານໂຕນ. ນອກຈາກນີ້ ຍັງຊ່ວຍສະໜັບສະໜູນການປ່ຽນແປງຂອງອຸດສາຫະກຳໝູ ແລະ ສັດອື່ນໆນຳອີກ.

ເຈົ້າໜ້າທີ່ຈາກໂຄງການປັບປຸງພັນທຸກຳໝູ ເປີດເຜີຍວ່າ: ແຮງຊຸກຍູ້ໃນການປັບປຸງພັນທຸກຳຂອງສັດເປັນສ່ວນໜຶ່ງຂອງເປົ້າໝາຍຂອງປະເທດໃນການຫລຸດການອາໄສສິນຄ້ານຳເຂົ້າຈາກຕ່າງປະເທດ ເພື່ອສົ່ງເສີມລາຍໄດ້ຂອງປະຊາຊົນໃນປະເທດ.

ເຖິງຢ່າງໃດກໍຕາມ, ຈີນຍັງຕ້ອງນຳເຂົ້າສັດຈາກຕ່າງປະເທດເພື່ອເພີ່ມສາງສິນຄ້າໃນປະເທດໃຫ້ສາມາດກ້າວທັນປະເທດອື່ນໆໄດ້ໄວຂຶ້ນ. ທັງນີ້ ຂໍ້ມູນຈາກກົມພາສີອາກອນຊີ້ວ່າ: ໃນໄຕມາດທຳອິດຈີນນຳເຂົ້າໝູ 10.433 ໂຕ ມູນຄ່າ 25 ລ້ານໂດລາສະຫະລັດ ໂດຍສ່ວນຫລາຍມາຈາກເດນມາກ ແລະ ອາເມລິກາ.

ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ - 4 - ຈີນເລັ່ງປັບພັນທຸກຳໝູໃຫ້ຕຸ້ຍຂຶ້ນກິນໜ້ອຍລົງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!