ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19

ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19 - FB IMG 1619587225186 - ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19
ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19 - kitchen vibe - ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19

ໂດຍ: ທິດກໍ່າ

     ຄືຮູ້ນຳກັນແລ້ວວ່າ, ນັບແຕ່ເຊື້ອພະຍາດໂຄວິດ-19 ເລີ່ມແຜ່ລະບາດຫລັງປີໃໝ່ເປັນຕົ້ນມາ ຜູ້ທີ່ໄດ້ຄຸກຄີກັບຄົນເຈັບເປັນຍ້ອນຕິດໂຄວິດ-19 ກໍແມ່ນແພດໝໍເຮົາທີ່ຕ້ອງໄດ້ເສຍສະຫລະ ທັງແຮງກາຍ, ແຮງໃຈ ໄປຄຽງຄູ່ກັບຄວາມສ່ຽງຕໍ່ຊີວິດອິນຊີຂອງຕົນເອງ ເພື່ອເຮັດຫລ້ອນໜ້າທີ່ໃນພາລະກິດກູ້ເອົາຊີວິດຂອງຜູ້ທີ່ຕິດໂຄວິດ-19 ໃຫ້ຫາຍດີເປັນປົກກະຕິ ນັ້ນກໍຄືຄວາມເສຍສະຫລະອັນຍິ່ງໃຫຍ່ຂອງແພດໝໍປະຕິວັດຢ່າງແທ້ຈິງ. ມາຮອດວັນທີ 25 ເມສາ 2021 ພວກເຮົາເຫັນວ່າສະຖິຕິຂອງຜູ້ທີ່ໄດ້ຕິດໂຄວິດ-19 ແມ່ນໄດ້ເພີ່ມຂຶ້ນ ແລະ ຂະຫຍາຍຕົວແຜ່ລາມຢ່າງໜ້າວິຕົກ ເຊິ່ງມາຮອດປັດຈຸບັນໄດ້ມີຕົວເລກຜູ້ຕິດເຊື້ອສະສົມເຖິງ 300 ກວ່າຄົນ ໃນນີ້ໄດ້ປິ່ນປົວໃຫ້ຫາຍດີໄປແລ້ວພຽງ 49 ຄົນ, ຍັງນອນປິ່ນປົວຢູ່ໂຮງໝໍເກືອບ 300 ຄົນ ແລະ ຕໍ່ໆໄປເຮົາກໍຍັງບໍ່ທັນຮູ້ວ່າມັນຈະນັບມື້ເພີ່ມຂຶ້ນ ຫລື ຫລຸດລົງ, ແຕ່ກໍເຊື່ອແນ່ວ່າຖ້າພວກເຮົາຄົນລາວທັງໝົດໃນທົ່ວປະເທດຫາກສາມັກຄີເປັນເຈົ້າການຮ່ວມກັນປະຕິບັດບັນດາມາດຕະການຕ່າງໆຂອງຄະນະສະເພາະກິດ ແນ່ນອນບໍ່ໄວກໍຊ້າຕ້ອງໄດ້ຮັບໄຊຊະນະໃນການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຄັ້ງໃຫຍ່ນີ້ໄດ້ຢ່າງແນ່ນອນ.

ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19 - Visit Laos Visit SALANA BOUTIQUE HOTEL - ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19

     ແນວໃດກໍຕາມ, ກວ່າຈະໄປຮອດບ່ອນວ່າໄດ້ຮັບໄຊຊະນະ ຫລື ມີໝາກມີຜົນອອກມາໃຫ້ເຫັນປະຈັກຕາໃນການກູ້ເອົາຊີວິດຂອງຜູ້ຖືກເຄາະຮ້າຍນັ້ນ ມັນກໍແມ່ນແພດໝໍ ເຊິ່ງປຽບເໝືອນເທວະບຸດ ແລະ ເທວະດາຂອງຄົນເຈັບທີ່ຈະຕ້ອງໄດ້ເບິ່ງແຍງປິ່ນປົວ ເພື່ອກູ້ເອົາຊີວິດຂອງແຕ່ລະຄົນໃຫ້ຫລຸດພົ້ນອອກຈາກຄວາມອັນຕະລາຍຫາຍະນະ. ໃນສະພາບຄວາມເປັນຈິງທີ່ເຮົາໄດ້ຮູ້ ແລະ ໄດ້ເຫັນຜ່ານສື່ອອນລາຍນັ້ນ ແພດໝໍທຸກໆທ່ານ ເພິ່ນໄດ້ເສຍສະຫລະ, ອອກເຫື່ອເທແຮງປິ່ນປົວຄົນເຈັບດ້ວຍຄວາມຈົດຈໍ່, ມີຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ມີບາງທ່ານເກືອບວ່າບໍ່ມີໂອກາດໄດ້ພັກຜ່ອນ ອີກບາງທ່ານກໍຈົນເຖິງຂັ້ນເປັນລົມໃນຂະນະທີ່ປະຕິບັດໜ້າທີ່ກໍມີ. ນີ້ລະຄືນໍ້າໃຈແຫ່ງຄວາມເສຍສະຫລະເພື່ອກອບກູ້ເອົາຄົນເຈັບທີ່ໄດ້ໄປນອນຢູ່ໂຮງໝໍ ແລະ ທັງແມ່ນພາລະກິດເພື່ອຊາດ ແລະ ເພື່ອຮັບໃຊ້ປະຊາຊົນ.

    ໃນໂອກາດທີ່ແພດໝໍໄດ້ສຸມໃສ່ການປະຕິບັດໜ້າທີ່ດ້ວຍຄວາມເສຍສະຫລະຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອຊາດ ແລະ ເພື່ອປະຊາຊົນທັງມວນນັ້ນ, ພວກເຮົາຂໍຊົມເຊີຍ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງທີ່ພວກທ່ານໄດ້ເສຍສະຫລະ ທັງແຮງໃຈ ແລະ ແຮງກາຍໃນການກູ້ເອົາຄົນທີ່ຕິດໂຄວິດ-19 ຄັ້ງນີ້ດ້ວຍຄວາມຈິງໃຈ ແລະ ຫວັງຢ່າງຍິ່ງວ່າໃນພາລະກິດການປິ່ນປົວ ເພື່ອກູ້ເອົາຊີວິດຄົນຜູ້ຖືກເຄາະຮ້າຍຄັ້ງນີ້ຕ້ອງໄດ້ຮັບໄຊຊະນະຢ່າງແນ່ນອນ. ພວກເຮົາເຊື່ອແນ່ວ່າພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ ແລະ ຄະນະສະເພາະກິດທີ່ເປັນເສນາທິການໃນການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ-19 ຄັ້ງນີ້ຕ້ອງໄດ້ຮັບໄຊຊະນະ ແລະ ສາມາດຜ່ານພົ້ນວິກິດຄັ້ງນີ້.

     ເຖິງຢ່າງໃດກໍດີ, ເພື່ອເປັນການຊ່ວຍເຫລືອພາລະກິດການປິ່ນປົວ ແລະ ຫລຸດຜ່ອນການແບກຫາບອັນໜັກໜ່ວງຈາກແພດໝໍນັ້ນ, ໃນຊ່ວງລັອກດາວຈາກວິກິດໂຄວິດ-19 ຄັ້ງນີ້ ພວກເຮົາທັງໝົດພາຍໃນຊາດຕ້ອງພາກັນຢູ່ບ້ານຢູ່ເຮືອນ, ຫ້າມເດັດຂາດອອກນອກບ້ານ ເພື່ອຫລຸດຜ່ອນ ແລະ ຈຳກັດການຕິດເຊື້ອ. ນອກຈາກນັ້ນ ທຸກຄົນ, ທຸກພາກສ່ວນກໍຕ້ອງເປັນເຈົ້າການປະຕິບັດຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຂອງທ່ານນາຍົກລັດຖະມົນຕີວາງອອກໃຫ້ເຂັ້ມງວດກວດຂັນ ແລ້ວພວກເຮົາຈະພ້ອມກັນຜ່ານພົ້ນວິກິດຄັ້ງນີ້ ທັງເປັນການຊ່ວຍເຫລືອການແບກຫາບປິ່ນປົວຈາກແພດໝໍໄດ້ເປັນຢ່າງດີ. “ຖ້າບໍ່ຢາກຕິດໂຄວິດ-19 ຫ້າມອອກຈາກບ້ານຢ່າງເດັດຂາດຕາມແພດໝໍເພິ່ນວ່າ”.

ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19 - 4 - ແພດໝໍຄືຜູ້ພິຊິດກູ້ເອົາຊີວິດຄົນຕິດໂຄວິດ-19
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!