ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ

ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ -           2 - ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ
ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ - kitchen vibe - ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ

ຫລາຍປະເທດໃຫ້ຄຳໝັ້ນເລັ່ງສົ່ງການຊ່ວຍເຫລືອໄປໃຫ້ອິນເດຍ ຫລັງຜະເຊີນວິກິດຂາດອົກຊີ ແລະ ຢາຢ່າງໜັກ ທ່າມກາງການລະບາດຂອງໂຄວິດ-19 ຮອບສອງທີ່ຮຸນແຮງ, ມີລາຍງານຜູ້ຕິດເຊື້ອໃໝ່ຫລາຍກວ່າ 3 ແສນຄົນ ແລະ ມີຜູ້ເສຍຊີວິດ 2.767 ຄົນ ໃນຮອບ 24 ຊົ່ວໂມງຜ່ານມາ, ຂະນະທີ່ຜູ້ຕິດເຊື້ອຈຳນວນຫລາຍເສຍຊີວິດລະຫວ່າງຖ້າອົກຊີ.

ໃນວັນທີ 25 ເມສາ, ອາເມລິກາ ເປີດເຜີຍວ່າ: ກຳລັງກະກຽມຢາ, ຊຸດກວດໂຄວິດ-19 ທີ່ໃຫ້ຜົນວ່ອງໄວ, ເຄື່ອງຊ່ວຍຫາຍໃຈ ຕະຫລອດຈົນອຸປະກອນປ້ອງກັນສ່ວນບຸກຄົນ (PPE) ເພື່ອສົ່ງໄປໃຫ້ອິນເດຍ. ນອກຈາກນີ້ ຍັງອາດຈັດຫາອົກຊີໃຫ້ເພີ່ມອີກ.

ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ - Visit Laos Visit SALANA BOUTIQUE HOTEL - ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ

ຂະນະທີ່ ປະທານຄະນະກຳມາທິການເອີຣົບ ໂພດຂໍ້ຄວາມໃນທະວິດເຕີວ່າ: ທາງຄະນະກຳມາທິການເອີຣົບ ເຊິ່ງເປັນອົງການບໍລິຫານຂອງສະຫະພາບເອີຣົບ ກຳລັງລະດົມຊັບພະຍາກອນ ເພື່ອໃຫ້ການຊ່ວຍເຫລືອອິນເດຍຢ່າງຮີບດ່ວນຕາມທີ່ຮ້ອງຂໍແລ້ວ.

ນອກຈາກນີ້ ຝຣັ່ງ, ອັງກິດ ແລະ ເຢຍລະມັນ ກໍຮັບປາກວ່າຈະຍື່ນມືເຂົ້າຊ່ວຍເຫລືອອິນເດຍຢ່າງຮີບດ່ວນເຊັ່ນກັນ. ຂະນະທີ່ປາກິດສະຖານ ເຊິ່ງເປັນປະເທດເພື່ອນບ້ານສະເໜີສົ່ງອຸປະກອນການແພດ ແລະ ວັດຖຸປັດໄຈອື່ນໆໃຫ້ອິນເດຍ ຫລັງນາຍົກລັດຖະມົນຕີ ອິມຣານ ຂ່ານ ໂພດຂໍ້ຄວາມພາວະນາໃຫ້ອິນເດຍພົ້ນຈາກວິກິດໂດຍໄວ.

ເວລານີ້ອິນເດຍກຳລັງຜະເຊີນວິກິດຜູ້ຕິດເຊື້ອລົ້ນໂຮງໝໍໃນຫລາຍລັດ ໂດຍລະບົບສາທາລະນະສຸກປະສົບບັນຫາໃນການຮອງຮັບຜູ້ຕິດເຊື້ອທີ່ເພີ່ມສູງຂຶ້ນບໍ່ຢຸດ. ນອກຈາກນີ້ ຍັງຂາດເຂີນອົກຊີ ແລະ ຢາຢ່າງໜັກ ໂດຍຫລາຍຄອບຄົວຕ້ອງຂໍການຊ່ວຍເຫລືອຜ່ານທາງໂຊຊຽວມີເດຍ.

ໃນຮອບ 24 ຊົ່ວໂມງຜ່ານມາ ອິນເດຍພົບຜູ້ຕິດເຊື້ອໃໝ່ 349.691 ຄົນ ແລະ ມີຜູ້ເສຍຊີວິດ 2.767 ຄົນ ເຊິ່ງເປັນສະຖິຕິສູງສຸດໃນ 1 ວັນນັບແຕ່ເລີ່ມມີການລະບາດຂອງໂຄວິດ-19 ໃນອິນເດຍ.

ສຳລັບນະຄອນຫລວງນິວເດລີ ເຊິ່ງມີການລະບາດຮຸນແຮງທີ່ສຸດ ໄດ້ຂະຫຍາຍເວລາລັອກດາວຕໍ່ເນື່ອງອີກ 1 ອາທິດ ເຊິ່ງກະທົບປະຊາກອນປະມານ 20 ລ້ານຄົນ ໂດຍທາງການຫວັງວ່າມາດຕະການທີ່ເຂັ້ມງວດອາດຊ່ວຍບັນເທົາສະຖານະການທີ່ຮ້າຍແຮງລົງໄດ້.

ອ້າງອີງ:

ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ - 3 - ນາໆຊາດກຽມໃຫ້ການຊ່ວຍເຫລືອອິນເດຍ ຫລັງຂາດເຂີນຢາ-ອົກຊີ ຂະນະທີ່ຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນຕໍ່ເນື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!