ນະຄອນຫລວງອອກແຈ້ງການເພີ່ມທະວີສະກັດກັ້ນອັກຄີໄພ


ແຈ້ງການລະບຸວ່າ: (1) ການນຳໃຊ້ໄຟຟ້າເຂົ້າໃນການຜະລິດ, ການດຳລົງຊີວິດປະຈຳວັນ ຫລື ວຽກງານອື່ນໆ ຕ້ອງປະຕິບັດຂໍ້ກຳນົດ ແລະ ຫລັກການຂອງບໍລິສັດໄຟຟ້າວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ກວດກາສາຍໄຟ, ອຸປະກອນ-ເຄື່ອງໃຊ້ໄຟຟ້າຕ່າງໆຢູ່ໃນສະພາບສົມບູນ. ຖ້າເຫັນວ່າເກົ່າແກ່ເປ່ເພບໍ່ຮັບປະກັນຕ້ອງປ່ຽນໃໝ່, ທຸກໆຄັ້ງທີ່ໃຊ້ຟືນໄຟ ແລະ ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຫລື ກ່ອນອອກຈາກເຮືອນ, ບ່ອນເຮັດວຽກ, ບ່ອນຄ້າຂາຍ ແລະ ພາລະກິດອື່ນໆ ຕ້ອງກວດກາ, ປິດເຕົາແກັດ, ເຄື່ອງໃຊ້ໄຟຟ້າ, ຖອດປັກສຽບ ແລະ ມອດຟືນໄຟໃຫ້ລະອຽດ. (2) ການໄຕ້ທູບທຽນບູຊາຕ້ອງຮັບປະກັນຄວາມປອດໄພ, ຮ້ານບູຊາຕ້ອງເຮັດດ້ວຍວັດຖຸທີ່ບໍ່ໄວໄຟ, ຫ່າງໄກຈາກບ່ອນທີ່ມີເຊື້ອໄຟ, ທຸກຄັ້ງທີ່ມີການໄຕ້ທູບທຽນບູຊາຕ້ອງເອົາໃຈໃສ່ຕິດຕາມຈົນໄຟມອດລະອຽດແລ້ວຈຶ່ງອອກໄປທາງອື່ນ. (3) ຫ້າມຈູດຂີ້ເຫຍື້ອ, ປ່າ, ຫຍ້າແບບຊະຊາຍ, ເຊິ່ງເປັນຕົ້ນເຫດຂອງການເກີດອັກຄີໄພ ເປັນຕົ້ນ: ໄຟລຸກລາມໃສ່ເຮືອນຊານທີ່ພັກອາໄສ, ຊັບສິນຂອງຜູ້ທີ່ຢູ່ໃກ້ຄຽງ, ຖ້າບຸກຄົນໃດລະເມີດຈະຖືກສຶກສາອົບຮົມ ແລະ ປັບໄໝ, ພ້ອມທັງດຳເນີນຄະດີຕາມລະບຽບກົດໝາຍຕາມກໍລະນີໜັກເບົາ. (4) ຫ້າມຈູດວັດຖຸທີ່ເປັນທາດແຕກ, ທາດລະເບີດ, ໝາກກະໂພກ, ບັ້ງໄຟດອກ, ບັ້ງພຸທີ່ກໍ່ໃຫ້ເກີດອັນຕະລາຍ ແລະ ກໍ່ໃຫ້ເກີດອັກຄີໄພ. (5) ຫ້າມເອົານ້ຳມັນເຊື້ອໄຟມາໄວ້ໃນເຮືອນ ຫລື ຕັ້ງຂາຍຕາມທາງ ແລະ ນຳມາເກັບໄວ້ສຳນັກງານ, ອົງການ, ໂຮງແຮມ, ເຮືອນພັກ, ຕະຫລາດ ແລະ ຫ້າງຮ້ານຕ່າງໆ.
(6) ບັນດາສຳນັກງານ, ອົງການຈັດຕັ້ງ, ບໍລິສັດ, ຫົວໜ່ວຍທຸລະກິດ, ອຳນາດການປົກຄອງທ້ອງຖິ່ນ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປ້ອງກັນເວນຍາມສະຖານທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ ແລະ ຖ້າເກີດອັກຄີໄພໃຫ້ຮີບຮ້ອນແຈ້ງໝາຍເລກໂທລະສັບ: 1190 ຫລື 021-212707 ຕໍາຫລວດມອດໄຟນະຄອນຫລວງວຽງຈັນ. ສ່ວນບັນດາກອງບັນຊາການ ປກສ ເມືອງ ທີ່ມີລົດມອດໄຟໃຫ້ແຈ້ງໝາຍເລກໂທລະສັບດັ່ງນີ້: ປກສ ເມືອງປາກງື່ມ ຫົວໜ້າກອງມອດໄຟ 020-225777525, ປກສ ເມືອງໄຊທານີ ຫົວໜ້າກອງມອດໄຟ 020-55613692, ປກສ ເມືອງຫາດຊາຍຟອງ ກອງມອດໄຟ 020-22226856, ປກສ ເມືອງນາຊາຍທອງ 020- 23776622, ປກສ ເມືອງສັງທອງ ຫົວໜ້າກອງມອດໄຟໂທ 020-58721241 ໄດ້ທຸກເວລາ.