ໂດຣນໃຫມ່ສ້າງສະຖິຕິ ບິນໄວທີ່ສຸດໃນໂລກ 163 ໄມລ໌ຕໍ່ຊົ່ວໂມງ

- kitchen vibe - ໂດຣນໃຫມ່ສ້າງສະຖິຕິ ບິນໄວທີ່ສຸດໃນໂລກ 163 ໄມລ໌ຕໍ່ຊົ່ວໂມງ

ໃນການແຂ່ງຂັນຄວາມໄວໂດຣນ (Drone Racing League : DRL) ທີ່ນະຄອນຫລວງລອນດອນ ປະເທດອັງກິດ ໄດ້ມີໂດຣນລໍາໜຶ່ງທໍາລາຍສະຖິຕິ ເປັນ “ໂດຣນທີ່ບິນໄວທີ່ສຸດໃນໂລກ”

ໃນການແຂ່ງຂັນ DRL ດັງກ່າວ ຜູ້ເຂົ້າຮ່ວມຈະສ້າງໂດຣນທີ່ມີທັງຄວາມໄວ ແລະ ຄວາມທົນທານຂຶ້ນມາເພື່ອແຂ່ງຂັນ ເຊິ່ງສ່ວນຫຼາຍແລ້ວຈະມີຄວາມໄວສູງສຸດ 80 ໄມລ໌ຕໍ່ຊົ່ວໂມງ, ແຕ່ຫລ້າສຸດໄດ້ມີທີມໜຶ່ງທີ່ສ້າງສະຖິຕິລົງໃນໜັງສືບັນທຶກສະຖິຕິໂລກ (Guinness Book of World Records) ເປັນ “ໂດຣນທີ່ບິນໄວທີ່ສຸດໃນໂລກ” ດ້ວຍຄວາມໄວ 163,5 ໄມລ໌ຕໍ່ຊົ່ວໂມງ.

ໂດຣນ Racer X ລໍານີ້ເປັນແບບ  4 ໃບພັດ ໃຊ້ພະລັງງານແບັດເຕີຣີ ມີນໍ້າໜັກ 800  ກຣາມ ແລະ ມີຄວາມໄວໄດ້ເຖິງ 46.000  ຮອບຕໍ່ໄມລ໌.

ທາງທີມງານໄດ້ກ່າວວ່າ: ຄວາມຈິງແລ້ວໂດຣນລຸ້ນຕົ້ນແບບມີຄວາມໄວສູງສຸດຢູ່ທີ່ 179,6 ໄມລ໌ຕໍ່ຊົ່ວໂມງ, ແຕ່ເມື່ອຕ້ອງບິນໃນໄລຍະ 100 ແມັດ ຕາມທີ່ໜັງສືບັນທຶກໄດ້ກໍານົດ ໂດຣນລຸ້ນທົດລອງດັ່ງກ່າວມີຄວາມໄວໄດ້ໃກ້ຄຽງກັນ ແຕ່ພັດເກີດໄຟລຸກໄໝ້

- 4 - ໂດຣນໃຫມ່ສ້າງສະຖິຕິ ບິນໄວທີ່ສຸດໃນໂລກ 163 ໄມລ໌ຕໍ່ຊົ່ວໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!