ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່

ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - 031902 2021 - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່
ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - kitchen vibe - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່

ໃຜ​ວ່າ​ການ​ແອບ​ມັກ​ໝູ່​ແລ້​ວ​ຈະ​ເຮັດ​ໃຫ້​ເສຍ​ໝູ່​ສະ​ເໝີ​ໄປ ຖ້າ​ເຮົາ​ເບິ່ງ​ຊ່ອງ​ທາງ​ທ່າ​ທີ​ຂອງ​ອີກ​ຝ່າຍ​ໃຫ້​ດີ​ແລ້ວ ມັນ​ອາດ​ຈະ​ຈົບ​ລົງ​ແບບ Happy Ending  ກໍ​ເປັນ​ໄດ້.  ເພາະ​ຄວາມ​ໃກ້​ຊິດ​ມັນ​ສາ​ມາດ​ເຮັດ​ໃຫ້​ເກີດ​ຄວາມ​ຜູກ​ພັນ ແລະ ກໍ່​ໃຫ້​ເກີດ​ຄວາມ​ຮູ້​ສຶກ​ກາຍ​ເປັນ​ແບບ​ມັກ​ ຫລື ແອບ​ຮັກ​ໄດ້, ແຕ່​ວ່າ​ການ​ທີ່​ຈະ​ບອກ​ໝູ່​ວ່າມັກ ຫລື ຮັກ​ນັ້ນ ໃນ​ບາງ​ເທື່ອ​ມັນ​ກໍ​ອາດ​ຈະ​ເຮັດ​ໃຫ້​ເຮົາ​ເສຍ​ໝູ່​ໄປ​ໄດ້ ເຊິ່ງ​ມື້ນີ້​ພວກ​ເຮົາ​ກໍ​ມີ​ເຄັດ​ລັບ​ການ​ສະ​ແດງ​ອອກ​ໃຫ້​ຮູ້​ວ່າ​ມີ​ໃຈ​ໃຫ້ ໃນ​ຮູບ​ແບບ​ການ​ແອບ​ມັກ​ໝູ່​ແລ້ວບໍ່​ຕ້ອງ​ເສຍ​ໝູ່​ໄປ​ມາ​ແນະ​ນຳ​ບັນ​ດ​າ​ທ່ານ ດັ່ງ​ນີ້ :

ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - 021902 2021 300x180 - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່

ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - Visit Laos Visit SALANA BOUTIQUE HOTEL - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່
  • ເຮັດ​ໃຫ້​ຮູ້​ສຶກວ່າ​ໂຕ​ຂອງ​ເຂົາ​ນັ້ນ​ມີ​ຄວາມ​ພິ​ເສດ​ກ່​ວາ​ຄົນ​ອື່ນ : ຖື​ວ່າ​ເປັນ​ວິ​ທີ​ທີ່​ແນບ​ນຽນ​ຢ່າງ​ໜຶ່ງ ແລະ ວິ​ທີນີ້​ກໍ​ງ່າຍ​ນຳ​ອີກ ເຊັ່ນ : ການ​ເວົ້າ​ກໍ​ເວົ້າ​ໃຫ້​ມີ​ຄວາມ​ອ່ອນ​ນ້ອມ, ເອົາ​ໃຈ​ໃສ່, ໃຫ້​ຄວາມ​ຫວານ​ຊຶ້ງ​ແຕກ​ຕ່າງ​ໄປ​ຈາກ​ການ​ເວົ້າ​ກັບ​ໝູ່​ຄົນ​ອື່ນ ຫລື ອາດ​ຈະ​ເປັນ​ການ​ຊື້​ຫຍັງ​ມາ​ຝາກ​ທີ່​ແຕກ​ຕ່າງ​ຈາກ​ໝູ່​ຄົນ​ອື່ນ​ໃນ​ກໍ​ລະ​ນີ​ທີ່​ເຮົາ​ໄປ​ທ່ຽວ​ແລ້ວ​ຊື້​ຂອງ​ຝາກ ເຊິ່ງ​ເຮັດ​ໄປ​ຈັກ​ໄລ​ຍະ​ໜຶ່ງ​ຈະ​ເຮັດ​ໃຫ້​ເຂົາ​ຮູ້​ສຶກ​ດີ ແລະ ຮູ້​ສຶກ​ສະ​ບາຍ​ເວ​ລາ​ຢູ່​ກັບ​ເຮົາ ແລະ ສົງ​ໄສ​ໄດ້​ເອງ.
  • ເປັນ​ທີ່​ປຶກ​ສາ​ໃຫ້​ແກ່​ເຂົາ : ບໍ່​ວ່າ​ຈະ​ແມ່ນ​ເລື່ອງ​ນ້ອຍ ຫລື ໃຫຍ່ ຄົນ​ເປັນ​ໝູ່​ກໍ​ຕ້ອງ​ປຶກ​ສາ​ກັນ​ຢູ່​ແລ້ວ ແລະ ເມື່ອ​ເຮົາ​ມີ​ຄວາມ​ສະ​ໜິດ​ກັບ​ເຂົາ​ໃນ​ລະ​ດັບ​ໜຶ່ງ ເຮົາ​ອາດ​ຈະ​ສາ​ມາດ​ໃຫ້​ຄຳ​ປຶກ​ສາໃນ​ເລື່ອງ​ທີ່​ສຳ​ຄັນ​ຫລາຍ​ຂຶ້ນ​ກໍ​ມີ ແນ່ນອນ​ວ່າ​ການ​ເປັນ​ທີ່​ປຶກ​ສາ​ໃນ​ຍາມ​ທີ່​ຈຳ​ເປັນ​ມັນ​ເຮັດ​ໃຫ້​ຫລາຍໆ​ຄົນ​ມີ​ຄວາມ​ຫວັ່ນ​ໄຫວ​ມາ​ແລ້ວບໍ່​ໜ້ອຍ.
  • ໃຫ້​ໝູ່​ຂອງ​ເຂົາ​ເປັນ​ທີ່​ປຶກ​ສາ : ລອງ​ຫາ​ໝູ່​ຂອງ​ຄົນ​ທີ່​ທ່ານ​ມັກ​ມາ​ເປັນ​ພັກ​ພວກ ເພື່ອ​ຈະ​ໄດ້​ຂໍ​ຄຳ​ແນະ​ນຳ ແລະ ຂໍ້​ມູນ​ສຳ​ຄັນ​ແກ່​ທ່ານ​ໄດ້ ແລະ ນອກ​ຈາກນັ້ນ ທ່ານ​ຍັງ​ສາ​ມາດ​ປຶກ​ສາ ແລະ ລະ​ບາຍ​ຄວາມ​ຮູ້​ສຶກ​ອອກ​ມາ​ໄດ້​ນຳ, ແຕ່​ສິ່ງ​ສຳ​ຄັນ​ກໍ​ຄື ຄວນ​ເລືອກ​ໝູ່​ທີ່​ໄວ້​ໃຈ​ໄດ້ ແລະ ເກັບ​ຄວາມ​ລັບ​ເກັ່ງ​ນຳ ບໍ່​ດັ່ງ​ນັ້ນ​ອາດ​ຈະ​ເຮັດ​ໃຫ້​ຖືກ​ຈັບ​ໄດ້.
  • ໃຊ້​ທິດ​ສະ​ດີ​ນ້ຳ​ຢອດ​ລົງ​ຫີນ, ຢອກ​ແທ້ຢອກ​ຫລິ້ນ​ສະ​ຫລັບ​ກັນ​ໄປ : ນີ້​ແມ່ນ​ວິ​ທີ​ເອີ້ນ​ຄະ​ແນນ ແລະ​ ເບິ່ງວ່າ​ອີກ​ຝ່າຍ​ຮູ້​ສຶກ​ແນວ​ໃດ​ກັບ​ທ່ານ ເຊັ່ນ : ການ​ເວົ້າ​ທີ່​ເປັນ​ຄວາມຢອກ​ແທ້​ແກມ​ຢອກ​ຫລິ້ນ​ວ່າ​ທ່ານ​ມັກ​ເຂົາ​ເດີ້ ຫລື ຫລິ້ນ​ມຸກ​ຈີບ​ຫວານໆ​ໃສ່​ເປັນ​ໄລ​ຍະໆ ຖ້າ​ອີກ​ຝ່າຍ​ມີ​ປະ​ຕິ​ກິ​ລິ​ຍາ​ທີ່ຍິ້ມ ຫລື ເຂີນ​ອາຍ ສະ​ແດງວ່າ​ອາດ​ຈະ​ຮູ້​ສຶກ​ມີ​ໃຈ​ໃຫ້​ກັບ​ທ່ານ​ກໍ​ເປັນ​ໄດ້.
  • ເປັນ​ຄົນ​ຈິງ​ໃຈ​ຕ້ອງ​ເວົ້າ​ໂດຍ​ກົງ : ເມື່ອ​ມາ​ຮອດ​ຈຸດ​ໜຶ່ງ​ແລ້ວ ຖ້​າ​ທ່ານ​ຢາ​ກ​ຈະ​ເລີ່ມ​ຕົ້ນ​ຄວາມ​ສຳ​ພັນ​ຢ່າງ​ຈິງ​ຈັງ ກໍ​ບອກ​ອີກ​ຝ່າຍ​ໄປ​ໂດຍ​ກົງ​ເລີຍ ຈຸດນີ້​ຕ້ອງ​ເບິ່ງ​ລະ​ດັບ​ຄວາມ​ສຳ​ພັນ​ຂອງ​ທັງ​ສອ​ງ​ຝ່າຍ​ກ່ອນ​ວ່າ​ໄປ​ໃນ​ທິດ​ທາງ​ທີ່​ດີ​ຫລືບໍ່ ຖ້າ​ໝັ້ນ​ໃຈ​ວ່າ​ດີ​ແລ້ວ​ກໍ​ບໍ່​ຕ້ອງ​ກັງ​ວົ​ນ, ແຕ່​ຢ່າ​ຮີບ​ຮ້ອນ​ເລັ່​ງ​ເອົາ​ຄຳ​ຕອບ​ຈາ​ກ​ອີກ​ຝ່າຍ​ໄວ​ເກີນ​ໄປ ໃຫ້​ເຂົາ​ໄດ້​ເກັບ​ໄປ​ຄິດ​ກ່ອນ​ກໍ​ໄດ້ ຢ່າ​ໄປ​ກົດ​ດັນ​ເຂົາ.
  • ທຸກ​ຄວາມ​ສຳ​ພັນ​ມີ​ທັງ​ຈົບ​ລົງ​ແບບ​ງົດ​ງາມ ແລະ ບໍ່​ງາມ ສະ​ນັ້ນ​ແລ້ວ ກໍ​ຄວນ​ທຳ​ຄວາມ​ເຂົ້າ​ໃຈ​ກ່ອນ​ວ່າ​ເຂົາ​ອາດ​ຈະ​ຄິດ​ກັບ​ທ່ານ​ເປັນ​ພຽງ​ແຕ່​ໝູ່​ກໍ​ໄດ້ ຢ່າ​ໄປ​ຄິດ​ຫຍັງ​ຫລາຍ​ ເພາະ​ໃນ​ຊີ​ວິດ​ນີ້​ທ່ານ​ຍັງ​ຈະ​ໄດ້​ພົບ​ພໍ້​ຜູ້​ຄົນ​ອີກ​ຫລວງ​ຫລາຍ.
ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - 4 - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່
ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - 3 - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່
ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່ - 5 - ແອບ​ມັກ​ໝູ່ ຕ້ອງ​ສະ​ແດງ​ອອກ​ແນວ​ໃດ​ໃຫ້​ຮູ້ວ່າ​ຮັກ ໂດຍບໍ່​ຕ້ອງ​ເສຍ​ໝູ່