ໂຄງການຄຸ້ມຄອງລາຍຮັບສ່ວຍສາອາກອນສູ່ລະບົບທັນສະໄໝຈະສຳເລັດໃນປີ 2019


ອາຄານລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ Tax Ris Project ເພື່ອຫັນການຄຸ້ມຄອງລາຍຮັບໄປສູ່ລະບົບທັນສະໄໝຈະສຳເລັດການກໍ່ສ້າງໃນຕົ້ນປີ 2019, ໃນມູນຄ່າທັງໝົດ 32,5 ໂດລາສະຫະລັດ ຫລື ປະມານ 266 ຕື້ກີບ, ຊຶ່ງທ້າຍອາທິດຜ່ານມາ, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີວາງສີລາເລິກເລີ່ມການກໍ່ສ້າງໂຄງການດັ່ງກ່າວ,ຊຶ່ງຕັ້ງຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ໂຄງການພັດທະນາລະບົບດັ່ງກ່າວ ປະກອບມີ: ໜ້າວຽກໃຫຍ່ສຳຄັນຄື: ສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດເປັນຕົ້ນ ການແຈ້ງມອບລາຍຮັບ, ການກວດສອບຫລັງການແຈ້ງ, ການປະເມີນຄາດຄະເນແຫລ່ງລາຍຮັບ, ການກຳນົດເລກປະຈຳຕົວຜູ້ເສຍອາກອນ, ການເຊື່ອມຕໍ່ລະບົບຕ່າງໆຂອງກະຊວງການເງິນ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງຜ່ານທາງເອເລັກໂຕຣນິກ ແລະ ສ້າງພື້ນຖານໂຄງລ່າງສູນຂໍ້ມູນຂ່າວສານ (Data Center), ສ້າງສູນສຳຮອງຂໍ້ມູນ (Back Center), ໂດຍຈະທົດລອງນຳໃຊ້ກາງປີ 2018, ໂຄງການນີ້ແມ່ນນຳໃຊ້ເງິນກູ້ຜ່ອນຜັນຂອງລັດຖະບານ ສ.ເກົາຫລີ ໃນມູນຄ່າ 28,5 ລ້ານໂດລາສະຫະລັດ ຫລື ປະມານ 233 ຕື້ກວ່າກີບ ແລະ ທຶນສົມທົບຂອງລັດຖະບານລາວ 4 ລ້ານໂດລາສະຫະລັດ ຫລື ປະມານ 32 ຕື້ກວ່າກີບ, ການປະຕິບັດໂຄງການດັ່ງກ່າວແມ່ນສ້າງລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ, ຊຶ່ງປະກອບມີພັດທະນາລະບົບຂໍ້ມູນສານຄຸ້ມຄອງລາຍຮັບສ່ວຍສາອາກອນແບບຄົບຊຸດ (Tax Revenue Information Systems-Tax RIS), ທັງສ້າງລະບົບການບໍລິການຜູ້ເສຍອາກອນຜ່ານລະບເວັບໄຊ ເພື່ອໂຄສະນາເຜີຍແຜ່ບັນດານິຕິກຳ ຂໍ້ແນະນຳ ລະບຽບການ ແລະ ແບບຟອມຕ່າງໆໃຫ້ຜູ້ເສຍອາກອນເຂົ້າເຖິງຂໍ້ມູນໄດ້ງ່າຍ, ເຊື່ອມລະບົບດັ່ງກ່າວຕໍ່ລະບົບຕ່າງໆຂອງກະຊວງການເງິນ ແລະ ກະຊວງອື່ນໆທີ່ກ່ຽວຂ້ອງ ລວມທັງລະບົການບໍລິການຂອງທະນາຄານ ເພື່ອອຳນວຍຄວາມສະດວກໃນການເສຍອາກອນຜ່ານລະບົບເອເລັກໂຕຣນິກ, ຕິດຕັ້ງ ແລະ ນຳໃຊ້ລະບົບູຢູ່ກົມສ່ວຍສາອາກອນ ແລະ ອີກ 5 ແຂວງໃຫຍ່ເຊັ່ນ: ນະຄອນຫລວງວຽງຈັນ, ຫລວງພະບາງ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ ເພື່ອຫັນການຄຸ້ມຄອງການເກັບລາຍຮັບສ່ວຍສາອາກອນ, ຊຶ່ງເປັນແຫລ່ງລາຍຮັບຫລັກຂອງປະເທດໄປສູ່ລະບົບທັນສະໄໝເພື່ອໃຫ້ມີປະສິດທິພາບ ແລະ ມີຄວາມໂປ່ງໃສ.