ກວດເຫັນແລ້ວບໍ່ເກັບກູ້ ພາຍທ້າຍຊິທຸກຈົນ
ໂດຍ: ທິດກໍ່າ
ໂອກາດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຕໍ່ກອງປະຊຸມສະພາວ່າ: ໃນ 5 ປີຜ່ານມາ (2016-2020) ອົງການກວດສອບແຫ່ງລັດໄດ້ກວດກາ 4 ພັນກວ່າເປົ້າໝາຍ ພົບເຫັນການເສຍຫາຍ 5 ພັນກວ່າຕື້ກີບ ແລະ ຍັງສາມາດພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫລວງທັງໝົດ 762 ຄົນ ໃນນີ້ມີພະນັກງານລັດ 310 ຄົນ, ພະນັກງານໃນຂົງເຂດລັດວິສາຫະກິດ 338 ຄົນ, ພະນັກງານບໍລິສັດ 103 ຄົນ ແລະ ປະຊາຊົນ 11 ຄົນ.
ເມື່ອເຫັນຕົວເລກນີ້ແລ້ວ ມັນກໍໜ້າເປັນຫ່ວງ ເພາະວ່າໃນຈຳນວນທີ່ກ່າວມານີ້ມີພະນັກງານຂອງລັດ ແລະ ລັດວິສາຫະກິດລວມກັນເຖິງ 600 ກວ່າຄົນ. ສຳລັບປະຊາຊົນກໍມີພຽງແຕ່ 11 ຄົນເທົ່ານັ້ນ. ນີ້ມັນກໍສະແດງວ່າ ບັນຫາການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດຢູ່ປະເທດເຮົາຍັງບໍ່ທັນມີມື້ສິ້ນສຸດ ແລະ ຍັງຄົງສືບຕໍ່ໄປເລື້ອຍໆ ຖ້າພວກເຮົາບໍ່ເອົາຈິງເອົາຈັງ ແລະ ເດັດຂາດ.
ເມື່ອຕັ້ງໂຈດກັນວ່າ ອັນສາເຫດດັ່ງກ່າວມັນເກີດມາຈາກໃສ ? ຕາມທິດກໍ່າຄິດ ມັນກໍມາຈາກຫລາຍປັດໃຈ ແລະ ຫລາຍສາເຫດຄື: ອັນທີໜຶ່ງ ແມ່ນເກີດມາຈາກເງິນເດືອນຂອງພະນັກງານລັດຂ້ອນຂ້າງໜ້ອຍ ບໍ່ທັນກຸ້ມກິນ, ທັງບໍ່ທັນຮັບປະກັນ ແລະ ຕອບສະໜອງໄດ້ຕໍ່ຊີວິດການເປັນຢູ່ຂອງພະນັກງານລັດ ຈຶ່ງເປັນເຫດໃຫ້ມີການສໍ້ໂກງທຸກວິທີ ເພື່ອໃຫ້ໄດ້ເງິນມາຕາມຄວາມຕ້ອງການ. ສ່ວນຄວາມຜິດຄວາມຖືກນັ້ນກໍເປັນເລື່ອງທີ່ຕ້ອງຜະເຊີນກັບບັນຫາ ເຊິ່ງໃນຫລັກສິນທຳເຂົາເອີ້ນວ່າ ເກີດມາຈາກຄວາມໂກດ, ຄວາມໂລບ, ຄວາມຫລົງນັ້ນເອງ. ສາເຫດອັນທີສອງ ແມ່ນເກີດມາຈາກການປະຕິບັດຕົວບົດກົດໝາຍບໍ່ທັນເຂັ້ມງວດກວດຂັນ ແລະ ເດັດຂາດ, ສ່ວນໜຶ່ງຍັງມີນະໂຍບາຍ, ໂຍະຍານໃຫ້ກັນ ທັງແກ່ຍາວເວລາໃນການແກ້ໄຂບັນຫາ. ຕົວຢ່າງອົງການກວດສອບກວດກາເຫັນແລ້ວ ບາງກໍລະນີກໍມອບໝາຍໃຫ້ພາຍໃນກົມກອງນັ້ນໆແກ້ໄຂກັນເອງ ຈຶ່ງເຮັດໃຫ້ການເກັບກູ້ຊັບສິນທີ່ເສຍຫາຍໄປຊັກຊ້າແກ່ຍາວບໍ່ໄປບໍ່ມາສ້ວຍຫາງຂີ້ໂກະ. ສ່ວນສາເຫດອັນທີສາມ ແມ່ນກະໂຕເຈົ້າພະນັກງານຢູ່ໃນກົມກອງທ້ອງຖິ່ນນັ້ນໆເປັນຜູ້ນຳພາເຮັດນຳພາໄປ ດ້ວຍຮູບການສວຍໃຊ້ສິດອຳນາດ ແລະ ຖານະຕຳແໜ່ງເປັນຜູ້ສັ່ງການ ຫລື ເຮັດເປັນກຸ່ມກ້ອນແຕ່ເທິງລົງລຸ່ມ ຈຶ່ງກໍ່ໃຫ້ເກີດມີບັນຫາເປັນພວງພະນັງບໍ່ແລ້ວບໍ່ທົ່ວ ແລະ ແຜ່ລາມ.
ແຕ່ວ່າແນວໃດກໍຕາມ, ເມື່ອກ່າວເຖິງວິທີການແກ້ໄຂໃນຂັ້ນຕໍ່ໄປ ໃນມະຕິຄັ້ງທີ XI ຂອງພັກ ແລະ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ (2021-2025) ກໍໄດ້ກຳນົດແຈ້ງ ເຊິ່ງ 1 ໃນ 7 ບັນຫາທີ່ຕ້ອງເລັ່ງແກ້ໄຂໃຫ້ໄວ ເພື່ອພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ນັ້ນກໍຄື ບັນຫາການປາບປາມການສໍ້ລາດບັງຫລວງໃນຖັນແຖວພະນັກງານຂອງລັດໃຫ້ໝົດໄປຈາກສັງຄົມລາວ ເພາະວ່າບັນຫາການສໍ້ລາດບັງຫລວງແມ່ນເປັນຕົວອັນຕະລາຍທີ່ສຸດຕໍ່ລະບົບເສດຖະກິດຂອງຊາດ, ມັນກົດໜ່ວງບາດກ້າວເດີນຂອງຊາດ ເຮັດໃຫ້ເສດຖະກິດຢ້ຳແຢ້, ຖອຍຫລັງ ແລະ ຫລຸດໜ້ອຍຖອຍລົງປຽບຄືປວກເຈາະໄມຄືມອດເຈາະເຮືອນ, ແກ່ຍາວດົນໄປເທົ່າໃດ ໄມ້ກໍຈະລົ້ມ ເຮືອນກໍຈະພັງ. ປະເທດຊາດບ້ານເມືອງມີການສໍ້ລາດບັງຫລວງຫລາຍເທົ່າໃດ ຄວາມຈິບຫາຍວາຍວອດຂອງຊາດ, ຂອງແຜ່ນດິນກໍຫລາຍເທົ່ານັ້ນ ເພາະສະນັ້ນ ຈຶ່ງຖືວ່າພາລະກິດປາບປາມການສໍ້ລາດບັງຫລວງແມ່ນຄວາມຈຳເປັນອັນໃຫຍ່ຫລວງຂອງລັດຖະບານຊຸດທີ IX ກໍຄືຊຸດຕໍ່ໆໄປ.
ເຖິງຢ່າງໃດກໍດີ, ໃນຊ່ວງການບໍລິຫານງານຂອງລັດຖະບານຊຸດທີ IX ພວກເຮົາມີຄວາມເຊື່ອໝັ້ນ ແລະ ມີຄວາມຫວັງຢ່າງສູງສົ່ງວ່າລັດຖະບານເຮົາຕ້ອງເຮັດໄດ້ ຍ້ອນວ່າໄດ້ປັບໂຄງສ້າງ ໂດຍໃຫ້ອົງການກວດກາ, ກວດສອບແຫ່ງລັດຂຶ້ນກັບການຊີ້ນຳຂອງປະທານປະເທດໂດຍກົງ ເຊິ່ງເປັນນິຕິໃໝ່ຂອງລັດຖະບານຊຸດນີ້ທີ່ຈະບຸກທະລຸປາບການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດໃຫ້ໝົດໄປຈາກສັງຄົມລາວ. ຖ້າບໍ່ດັ່ງນັ້ນ ສັງຄົມລາວກໍຈະຍັງຢູ່ໃນຄວາມເຫລື່ອມລ້ຳຕໍ່າສູງລະຫວ່າງພະນັກງານລັດດ້ວຍກັນ ດັ່ງຄຳສຸພາສິດເວົ້າວ່າ: “ຜູ້ໄດ້ກິນພັດກິນພໍຮາກ, ແຕ່ຜູ້ຢາກພັດຢາກພໍຕາຍ” ສຸດທ້າຍມາໃຜມືຍາວສາວໄດ້ສາວເອົາ, ໄຫໃຫຍ່ລົ້ນໄຫນ້ອຍບໍ່ເຕັມ, ຊ້ຳບໍ່ໜຳ ກວດເຫັນແລ້ວການເກັບກູ້ຄືນມາມັນຍາກປານດຶງຂາເຕົ່າ ເປັນຄືເຂົາວ່າກວດເຫັນແລ້ວເກັບກູ້ບໍ່ໄດ້ ພາຍທ້າຍກໍທຸກຈົນຄືພວກເຮົາໄດ້ເຫັນ ແລະ ຊ່າກັນຄືດັ່ງທຸກວັນນີ້.