ຣັດເຊຍຈົດທະບຽນວັກຊີນຕ້ານໂຄວິດ-19 ສຳລັບສັດຄັ້ງທຳອິດຂອງໂລກ


ໜ່ວຍງານເຝົ້າລະວັງດ້ານກະສິກຳ Rosselkhoznadzor ຂອງຣັດເຊຍ ເປີດເຜີຍໃນວັນທີ 31 ມີນາວ່າ: ໄດ້ຈົດທະບຽນວັກຊີນຕ້ານໂຄວິດ-19 ສຳລັບສັດເປັນຄັ້ງທຳອິດຂອງໂລກ.
ວັກຊີນດັ່ງກ່າວພັດທະນາໂດຍໜ່ວຍງານຂອງ Rosselkhoznadzor ແລະ ໄດ້ຕັ້ງຊື່ວ່າ: Carnivac-Cov ເຊິ່ງຜ່ານມາໄດ້ທົດລອງທາງຄລີນິກແລ້ວນັບແຕ່ເດືອນຕຸລາປີຜ່ານມາ.
ຜົນການທົດລອງຂອງວັກຊີນ Carnivac-Cov ສາມາດສະຫລຸບໄດ້ວ່າ: “ວັກຊີນບໍ່ເປັນອັນຕະລາຍ ແລະ ມີປະສິດທິພາບໃນການສ້າງພູມຄຸ້ມກັນສູງ” ເນື່ອງຈາກສັດທີ່ໄດ້ຮັບການສັກວັກຊີນທັງໝົດ ມີການສ້າງພູມຄຸ້ມກັນໃນຮ່າງກາຍເພື່ອຕ້ານໂຄວິດ-19 ແລະ ພູມຄຸ້ມກັນທີ່ສ້າງຂຶ້ນຈະຢູ່ໄດ້ເຖິງ 6 ເດືອນ ເຊິ່ງທາງຜູ້ພັດທະນາຍັງເດີນໜ້າການວິເຄາະຜົນທົດລອງຢ່າງຕໍ່ເນື່ອງ.
ຂະນະທີ່ການຜະລິດວັກຊີນ Carnivac-Cov ຈຳນວນຫລາຍ ຈະເລີ່ມຕົ້ນພາຍໃນເດືອນນີ້ ເຊິ່ງຜົນສຳເລັດໃນການພັດທະນາວັກຊີນຕ້ານໂຄວິດ-19 ສຳລັບສັດນີ້ ຈະຊ່ວຍປ້ອງກັນການກາຍພັນຂອງໄວຣັສໃນສັດໄດ້, ພ້ອມທັງຍົກຕົວຢ່າງກໍລະນີການແຜ່ລະບາດຂອງໂຄວິດ-19 ໃນຟາມມິງທີ່ເດນມາກເມື່ອປີຜ່ານມາ ເຊິ່ງສົ່ງຜົນໃຫ້ຕ້ອງກຳຈັດໂຕມິງໄປກວ່າ 15 ລ້ານໂຕ ໂດຍພົບວ່າບາງໂຕມີເຊື້ອໂຄວິດ-19 ກາຍພັນ.
ນອກຈາກນີ້, ໜ່ວຍງານ Rosselkhoznadzor ຍັງລະບຸວ່າ: ມີຫລາຍປະເທດ ທັງເກຼັກ, ໂປແລນ, ອອສເຕຼຍ, ອາເມລິກາ, ການາດາ ແລະ ສິງກະໂປ ທີ່ສະແດງຄວາມສົນໃຈໃນວັກຊີນ Carnivac-Cov.
ປັດຈຸບັນ ຣັດເຊຍມີວັກຊີນຕ້ານໂຄວິດ-19 ສຳລັບມະນຸດທີ່ພັດທະນາຂຶ້ນເອງແລ້ວ 3 ຊະນິດ ລວມ Sputnik V ເປັນທີ່ຮູ້ຈັກຫລາຍທີ່ສຸດ ແລະ ນອກຈາກນີ້ ຍັງມີການອະນຸມັດນຳໃຊ້ສຸກເສີນສຳລັບວັກຊີນອີກ 2 ຊະນິດຄື: EpiVacCorona ແລະ CoviVac.
ອ້າງອີງ: