ລັດຖະມົນຕີສາທາຍີ່ປຸ່ນອອກມາຂໍໂທດ ແລະ ບໍ່ຮັບເງິນເດືອນ ກໍລະນີລູກນ້ອງຈັດງານລ້ຽງ ແຫກກົດຄວບຄຸມໂຄວິດ-19


ວັນທີ 30 ມີນາ, ທ່ານ ໂນຣິຮິສະ ທາມຸຣະ ລັດຖະມົນຕີກະຊວງສາທາລະນະສຸກຍີ່ປຸ່ນ ກ່າວຂໍໂທດກໍລະນີເຈົ້າໜ້າທີ່ກະຊວງຈັດງານລ້ຽງຈົນຮອດເດິກ, ເຖິງວ່າລັດຖະບານຮຽກຮ້ອງກິດຈະການຕ່າງໆປິດໃຫ້ໄວຂຶ້ນ ແລະ ຫລີກລ່ຽງການລວມຕົວ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19).
ທ່ານ ທາມຸຣະ ເຊິ່ງເປັນຜູ້ນຳການຮັບມືການລະບາດໃຫຍ່ຂອງພະຍາດໂຄວິດ-19 ຂອງລັດຖະບານຍີ່ປຸ່ນ ລະບຸວ່າ: ງານລ້ຽງອຳລາທີ່ຈັດຂຶ້ນໃນຮ້ານອາຫານຍ່ານກິນຊ່າຂອງນະຄອນຫລວງໂຕກຽວ ແລະ ມີຜູ້ເຂົ້າຮ່ວມ 23 ຄົນ ເປັນການ “ທໍລະຍົດຄວາມໄວ້ວາງໃຈຂອງປະຊາຊົນ”.
ແຫລ່ງຂ່າວໜຶ່ງລາຍງານວ່າ: ງານລ້ຽງຂະໜາດໃຫຍ່ດັ່ງກ່າວຈັດຂຶ້ນເມື່ອວັນທີ 24 ມີນາຜ່ານມາ ແລະ ສິ້ນສຸດປະມານທ່ຽງຄືນ, ສ່ວນອີກແຫລ່ງຂ່າວວົງໃນລະບຸວ່າ: ເຈົ້າໜ້າທີ່ກະຊວງຈອງຮ້ານອາຫານແຕ່ເວລາ 19:45 ໂມງ ຕາມເວລາທ້ອງຖິ່ນ ແລະ ຮ້ານອາຫານແຫ່ງນີ້ເປີດຈົນຮອດ 23:00 ໂມງ ໂດຍມີລາຍງານວ່າຜູ້ເຂົ້າຮ່ວມໂອ້ລົມກັນໂດຍບໍ່ໃສ່ຜ້າປິດປາກ ແລະ ເມີນເສີຍຕໍ່ກົດຮັກສາໄລຍະຫ່າງທາງສັງຄົມ.
ກະຊວງລະບຸວ່າ: ທ່ານ ທາມຸຣະ ຈະບໍ່ຮັບຄ່າຕອບແທນປະຈຳຕຳແໜ່ງລັດຖະມົນຕີເປັນເວລາ 2 ເດືອນ ເພື່ອສະແດງຄວາມຮັບຜິດຊອບທີ່ກະຊວງຝ່າຝືນຂໍ້ຮຽກຮ້ອງກ່ຽວກັບພະຍາດລະບາດຂອງລັດຖະບານມະຫານະຄອນໂຕກຽວ, ສ່ວນຜູ້ຈັດງານລ້ຽງ ເຊິ່ງເປັນຜູ້ອຳນວຍການສຳນັກສຸຂະພາບ ແລະ ຜູ້ສູງອາຍຸ ຂອງກະຊວງຈະຖືກປົດຈາກຕຳແໜ່ງ.
ອ້າງອີງ: ສຳນັກຂ່າວຊິນຮົວ