

ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ມາຮອດມື້ນີ້ຫລາຍຄົນກໍອາດຈະດີໃຈ ພາຍຫລັງລັດຖະບານໄດ້ອອກແຈ້ງການກຳນົດໄລຍະເວລາສະຫລອງສົງການປີນີ້ຍາວເຖິງ 5 ມື້ ຄືແຕ່ວັນທີ 13-17 ເມສາ 2017 ໂດຍມີການຊົດເຊີຍ 2 ມື້ ເພື່ອແທນວັນເສົາ ແລະ ວັນອາທິດ ເຊິ່ງເປັນມື້ເນົາ ແລະ ມື້ສັງຂານຂຶ້ນ. ຫລາຍຄົນຜູ້ເປັນນັກຮຽນ-ນັກສຶກສາ ແລະ ກຳມະກອນທີ່ເຂົ້າມາອອກແຮງງານໃນຕົວເມືອງໃຫຍ່ດັ່ງນະຄອນຫລວງວຽງຈັນກໍຈະມີໂອ ກາດໄດ້ກັບບ້ານກັບເຮືອນ ເພື່ອຈະໄດ້ຮ່ວມກັບຄອບຄົວ, ເພື່ອນມິດສະຫາຍສະຫລອງປີໃໝ່ໃຫ້ມີຄວາມປະທັບໃຈ ແລະ ບາງທ່ານຜູ້ມີເງື່ອນໄຂກໍຈະໄດ້ພາຄອບຄົວລູກເມຍໄປພັກຜ່ອນຢ່ອນອາລົມ ອາດຈະຢູ່ພາຍໃນ ຫລື ຕ່າງປະເທດກໍໄດ້, ແຕ່ສິ່ງສຳຄັນເພື່ອສະຫລອງປີໃໝ່ໃຫ້ມີບັນຍາກາດ ເບີກບານມ່ວນຊື່ນ, ຮັບປະກັນໄດ້ການສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົານັ້ນ, ທຸກຄົນຕ້ອງມີສະຕິໃນການຫລິ້ນ, ການດື່ມກໍໃຫ້ພໍດີພໍງາມ, ການໄປມາຫາສູ່ກັນກໍໃຫ້ມີສະຕິ ບໍ່ຄວນກິນດື່ມເຮຮາຈົນລືມສະຕິ ອັນຈະພາໃຫ້ເກີດສິ່ງບໍ່ດີບໍ່ງາມຕ່າງໆຕາມມາເຊັ່ນ: ບັນຫາອຸປະຕິເຫດ, ການຮັບປະກັນຄວາມສະຫງົບປອດໄພ ຄືສິ່ງທີ່ໜ້າເປັນຫ່ວງດັ່ງກ່າວມັນກໍມີໃຫ້ເຫັນມາແລ້ວຫລາຍກໍລະນີຢູ່ໄລຍະສົງການຂອງຫລາຍປີຜ່ານມາ ໂດຍສະເພາະບັນຫາອຸປະຕິເຫດເກີດຂຶ້ນຢູ່ບ່ອນໃດກໍຍ້ອນດື່ມສິ່ງມືນເມົາ ແລະ ຄຽງຄູ່ກັນນັ້ນ ກໍແມ່ນການຫລົງລືມສະຕິຂອງໄວໜຸ່ມເຮົາໃນການປະພຶດນຸ່ງນ້ອຍນຸ່ງໜ້ອຍ ຕັ້ງວົງກິນດື່ມເຮຮາເຕັ້ນເຢາະເຕັ້ນຢ່ອງຢູ່ຕາມແຄມຖະໜົນຫົນທາງ ໂດຍສະເພາະຢູ່ເຂດເສັ້ນທາງຫລັກໃນນະ ຄອນຫລວງວຽງຈັນ ເບິ່ງແລ້ວບໍ່ຄ່ອຍງົດງາມ ແລະ ແທດເໝາະກັບວັດທະນະທຳເຮົາ ແລະ ອີກອັນໜຶ່ງກໍຢາກເຕືອນມາວ່າ: ການສະຫລອງປີໃໝ່ນີ້ກໍໃຫ້ຄຳນຶງເຖິງນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍທີ່ລັດຖະບານເຮົາພວມສຸມໃສ່ຈັດຕັ້ງປະຕິບັດ ນັບແຕ່ການຈັດງານລ້ຽງພົບປະສ້າງສັນ, ການກິນ, ການດື່ມກໍໃຫ້ພໍດີພໍງາມ, ກ້າວໄປເຖິງການນຳໃຊ້ລົດລາພາຫະນະຕ່າງໆຂອງລັດກໍໃຫ້ຄຳນຶງ ເພາະປັດຈຸບັນບ້ານເມືອງເຮົາກໍຍັງມີຄວາມ ຫຍຸ້ງຍາກຫລາຍອັນໃນດ້ານລາຍຮັບງົບປະມານ. ດັ່ງນັ້ນ ພວກເຮົາຕ້ອງເປັນເຈົ້າການຊ່ວຍກັນປະຕິບັດນະໂຍບາຍດັ່ງກ່າວໃຫ້ມີປະສິດທິຜົນແມ່ນຈະເປັນການດີທີ່ສຸດ.