ອາເມລິກາຫ້າມບໍ່ໃຫ້ຜູ້ໂດຍສານ 8 ປະເທດນຳເອົາເຄື່ອງເອເລັກໂຕຣນິກທີ່ໃຫຍ່ກວ່າມືຖືຂຶ້ນເຮືອບິນ
March 22, 2017 - 5:17 PM


ແນວໃດກໍດີ, ກະຊວງດັ່ງກ່າວບໍ່ໄດ້ອະທິບາຍວ່າເປັນຫຍັງຈຶ່ງເລືອກສະໜາມບິນ 10 ແຫ່ງຂອງ 8 ປະເທດດັ່ງກ່າວ ທັງບໍ່ໄດ້ອະທິບາຍວ່າຄຳສັ່ງດັ່ງກ່າວຈະປະຕິບັດດົນນານພຽງໃດ ແລະ ໃນຕໍ່ໜ້າຈະປະຕິບັດຢູ່ສະໜາມບິນແຫ່ງອື່ນໆ ຫຼື ບໍ່.
ຂະນະທີ່ອັງກິດປະກາດໃຊ້ມາດຕະການດຽວກັນໃນອີກຫລາຍຊົ່ວໂມງຕໍ່ມາ ມີຜົນຕໍ່ 14 ສາຍການບິນທີ່ບິນມາຈາກຕວກກີ, ລີບັງ, ຕຸຍນີ ຊີ, ເອຢິບ ແລະ ອາຣັບບີ ຊາອຸດິດ. ໂຄສົກລັດຖະບານອັງກິດ ຖະແຫລງວ່າ: ມາດຕະການນີ້ອາດສ້າງຄວາມຫຍຸ້ງຍາກຕໍ່ຜູ້ໂດຍສານ ແລະ ຖ້ຽວບິນຕ່າງໆ, ແຕ່ລັດຖະບານຈະຖືເອົາຄວາມປອດໄພຂອງພົນລະເມືອງເປັນສິ່ງສຳຄັນ.
ສ່ວນລັດຖະບານການາດາພວມພິຈາລະນາບັງຄັບໃຊ້ມາດຕະການນີ້ເຊັ່ນກັນ, ຂະນະທີ່ລັດຖະບານຕວກກີອອກມາລະບຸວ່າ: ຄຳສັ່ງຫ້າມດັ່ງກ່າວຂອງອາເມລິກາເປັນເລື່ອງຜິດພາດ ແລະ ຄວນຍົກເລີກ.