ອຸຍນີເຊບເຜີຍສະຖານະການເດັກຜູ້ລີ້ໄພຍັງວິກິດຢູ່ເຢຍລະມັນ
March 22, 2017 - 5:13 PM


ການສຶກສາຂອງອຸຍນີເຊບ ເລື່ອງສະຖານະການເດັກ ແລະ ໄວລຸ້ນ 350.000 ຄົນທີ່ເດີນທາງມາຂໍລີ້ໄພຢູ່ເຢຍລະມັນ ນັບແຕ່ປີ 2015 ພົບວ່າ: ພວກເຂົາຕ້ອງຢູ່ພາຍໃນສູນອົບພະຍົບຫລາຍເດືອນ ຫລື ຫລາຍປີ ເຊິ່ງບາງເທື່ອຕ້ອງສ່ຽງ ຫລື ຜະເຊີນຕໍ່ເຫດຮຸນແຮງ ແລະ ການທາລຸນ. ອຸຍນີເຊບລາຍງານວ່າ: ມີພຽງ 1 ໃນ 3 ຂອງເດັກຜູ້ຂໍລີ້ໄພຢູ່ສູນອົບພະຍົບເທົ່ານັ້ນທີ່ໄດ້ມີໂອກາດສຶກສາຮໍ່າຮຽນ, ພວກເຂົາເກືອບບໍ່ໄດ້ຮັບການສຶກສາອາ ການປ່ວຍທາງກາຍ ແລະ ໃຈຄືກັບເດັກທົ່ວໄປຢູ່ເຢຍລະມັນ. ລາຍງານຂອງອຸຍນີເຊບໄດ້ຮວບຮວມຂໍ້ມູນຈາກການສອບຖາມເຈົ້າໜ້າທີ່ຢູ່ສູນອົບພະຍົບປະມານ 447 ຄົນລະຫວ່າງເດືອນພຶດສະພາຫາເດືອນກັນຍາ 2016.