ໂລກຂາດແຄນອົກຊີ ໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19

ສຳນັກຂ່າວຕ່າງປະເທດ ວັນທີ 15 ມີນານີ້ ລາຍງານວ່າ ໂຮງໝໍຫຼາຍແຫ່ງໃນໂລກ, ໂດຍສະເພາະແມ່ນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະ ປານກາງ ຂາດແຄນ ອົກຊີ ເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢ່າງຮ້າຍແຮງ.
ຂະນະນີ້ ຄວາມຕ້ອງການ ອົກຊີ ໃນທົ່ວໂລກແມ່ນສູງກວ່າຄວາມສາມາດທີ່ຈະຕອບສະໜອງໄດ້ ໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເພາະມັນຂຶ້ນຢູ່ກັບໄລຍະການປິ່ນປົວຂອງແຕ່ລະຄົນມີຄວາມແຕກຕ່າງກັນ, ເຖິງຢ່າງໃດກໍຕາມ ເມື່ອຄິດໄລ່ສະເລ່ຍແລ້ວ ມັນກໍເໜັງຕີງຢູ່ໃນລະຫວ່າງ 6-50 ລິດ/ນາທີ ແຕ່ກໍຂຶ້ນຢູ່ກັບອາການໜັກ ຫຼື ເບົາຂອງແຕ່ລະຄົນນຳອີກ.
ນອກຈາກນີ້, ການຜະລິດ ອົກຊີ ນຳໃຊ້ເຂົ້າໃນການແພດ ມັນຮຽກຮ້ອງໃຫ້ມີເທັກໂນໂລຊີ ທີ່ຊັບຊ້ອນ ແລະ ທັນສະໃໝ, ໃນຂະນະດຽວກັນ ຜູ້ຜະລິດ ອົກຊີ ຖືວ່າເປັນວຽກສຳຮອງ ຂາດສິ່ງຈູງໃຈ ການຜະລິດຈຶ່ງບໍ່ສາມາດຈະຕອບສະໜອງໃຫ້ທ້ອງຕະຫຼາດໄດ້.
ເພື່ອແກ້ໄຂບັນຫາຂາດແຄນດັ່ງກ່າວ, ທ່ານ Jayasree Iyer, ຜູ້ບໍລິຫານຂອງອົງການຈັດຕັ້ງບໍ່ຫວັງຜົນກຳໄລຂອງກອງທຶນເຂົ້າເຖິງສາທາລະນະສຸກ ສະເໜີໃຫ້ບັນດາລັດຖະບານວ່າ ໃຫ້ນຳເອົາບັນຫາ ອົກຊີ ເຂົ້າໃນແຜນລາຍການຢາທີ່ຈຳເປັນ ເພື່ອໃຫ້ຜູ້ຜະລິດປະມູນກັບລັດຖະບານແລ້ວຜະລິດ ສົ່ງໃຫ້ກັບໂຮງໝໍ ເພື່ອບໍໃຫ້ຄົນເຈັບຕ້ອງໄດ້ຊື້ເອົາເອງ.
ເຖິງຢ່າງໃດກໍຕາມ, ບັນດາຜູ້ລົງທຶນ ແລະ ຜູ້ຕອບສະໜອງ ອົກຊີ ກໍຄືອົງການການແພດໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຕອບສະໜອງອົກຊີໃຫ້ພຽງພໍ ແລະ ຄວາມພະຍາຍາມດັ່ງກ່າວຈະນຳເອົາຜົນປະໂຫຍດມາໃຫ້ບັນດາປະເທດທີ່ທຸກຈົນ ນັບທັງເວລາທີ່ໂຄວິດ-19 ໝົດໄປແລ້ວ.