ນ້ຳໃສ-ໄຟສະຫວ່າງ-ທາງດີ ຄືຄວາມສີວິໄລຂອງຊາດ


ໂດຍ: ທິດກໍ່າ
ຄືດັ່ງພວກເຮົາໄດ້ຮັບຮູ້ນຳກັນແລ້ວວ່າ, ເສັ້ນທາງເລກທີ 13 ແຕ່ເໜືອສຸດໃຕ້ເປັນເສັ້ນທາງຫລັກຂອງປະເທດ ປຽບເໝືອນກະດູກສັນຫລັງຂອງປະເທດຊາດ ເມື່ອໃດເສັ້ນທາງສາຍນີ້ມີການກໍ່ສ້າງ ແລະ ປັບປຸງ ທັງສ້ອມແປງໃຫ້ໄດ້ມາດຕະຖານສາກົນ ການໄປມາຂຶ້ນເໜືອລ່ອງໃຕ້ກໍຍິ່ງສະດວກສະບາຍ ທັງປະຢັດເງິນ, ປະຢັດນ້ຳມັນ, ປະຢັດວັດຖຸ ແລະ ປະຢັດເວລາຢ່າງແນ່ນອນ. ນອກຈາກນັ້ນ ກໍຈະອຳນວຍຄວາມສະດວກໃນການເດີນທາງໄປມາໃຫ້ນັກທ່ອງທ່ຽວທີ່ມີຈຸດປະສົງໄປທ່ຽວໄປຊົມພື້ນຖານການຜະລິດ, ທິວທັດທຳມະຊາດ, ແຫລ່ງສະຖາປັດຕະຍະກຳແຕ່ລະແຫ່ງໃນທົ່ວປະເທດໄດ້ຢ່າງສະດວກສະບາຍ. ເສັ້ນທາງເລກທີ 13 ແຕ່ເໜືອຮອດໃຕ້ໄດ້ມີການປັບປຸງກໍ່ສ້າງມາແຕ່ປີ 2000 ມາຮອດປັດຈຸບັນນີ້ກໍມີອາຍຸໄດ້ 20 ປີແລ້ວ. ສົມຄວນແລ້ວທີ່ພວກເຮົາຕ້ອງມີການກໍ່ສ້າງ ແລະ ປັບປຸງຄືນໃໝ່ ເພາະວ່າສາຍທາງດັ່ງກ່າວມີລົດທຸກຊະນິດ, ໜັກເບົານ້ອຍໃຫຍ່ຂຶ້ນລ່ອງປານເສັ້ນເຂົ້າປຸ້ນ, ຊ້ຳບໍ່ໜຳ ພັດຖືກຊຳຫລຸດຊຸດໂຊມໃນບາງຍ່ານຈົນເປັນຕາສັງເຫວດ. ອັນສຳຄັນທີ່ໜ້າເປັນຫ່ວງກໍຄືເສັ້ນທາງບໍ່ໄດ້ມາດຕະຖານ ອຸປະຕິເຫດມັນກໍເກີດຂຶ້ນໄດ້ງ່າຍ. ຂໍຊົມເຊີຍພັກ ແລະ ລັດຖະບານທີ່ຫລິ່ງເຫັນຄວາມສຳຄັນຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ ເພາະບັນຫາເສັ້ນທາງມັນກໍປຽບເໝືອນສາຍເລືອດຂອງປະເທດຊາດ. ຕໍ່ຄຳສຸພາສິດເຖົ້າແກ່ບູຮານເພິ່ນເຄີຍເວົ້າວ່າ: “ນ້ຳໃສໄຟສະຫວ່າງທາງດີຄືຄວາມຈະເລີນຂອງປະເທດຊາດ”.
ຂ່າວດີເມື່ອບໍ່ດົນມານີ້ ເລື່ອງ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີພິທີຮ່ວມລົງນາມກ່ຽວກັບໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້ ຍ່ານກິໂລແມັດທີ 71 ແຂວງບໍລິຄຳໄຊ ຫາກິໂລແມັດທີ 346 ແຂວງຄຳມ່ວນ ເຊິ່ງມີຄວາມຍາວທັງໝົດ 275 ກິໂລແມັດ ມູນຄ່າທັງໝົດ 125 ລ້ານໂດລາ, . ແຕ່ວ່າໄລຍະສັນຍາທີ 1 ແມ່ນຈະເລີ່ມລົງມືສ້ອມແປງພຽງ 40 ກິໂລແມັດ ໝາຍວ່າຈາກກິໂລແມັດທີ 71 ຫາກິໂລແມັດທີ 111 ໄລຍະການກໍ່ສ້າງແມ່ນ 10 ປີ ແຕ່ປີ 2021-2031, ໄລຍະກໍ່ສ້າງ 2-3 ປີໃຫ້ສຳເລັດ ແລະ ໄລຍະບູລະນະຮັກສາແມ່ນແຕ່ 7-8 ປີ.
ເຖິງຢ່າງໃດກໍດີ, ມາຮອດປັດຈຸບັນນີ້ເຮົາເຫັນວ່າບັນດາເສັ້ນທາງໃນປະເທດເຮົາກໍມີການສ້າງສາພັດທະນາຂຶ້ນຫລາຍ ສາມາດທະລຸບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ນັບທັງເຂດຫ່າງໄກສອກຫລີກສາມາດທຽວໄດ້ສອງລະດູໄດ້ຢ່າງສະດວກສະບາຍ, ສິ່ງເຫລົ່ານີ້ກໍແມ່ນສະແດງໃຫ້ເຫັນເຖິງການສ້າງສາພັດທະນາໃຕ້ການນຳພາຂອງພັກ ແລະ ລັດຖະບານໃນຍຸກການປ່ຽນແປງໃໝ່ ເຊິ່ງບໍ່ເຄີຍມີໃນຍຸກປະຫວັດສາດສອງສາມຮ້ອຍປີສຳລັບຊາດລາວຄົນລາວ ແລະ ປະເທດລາວຂອງພວກເຮົາ.