ປະຕິເສດແນວໃດບໍ່ໃຫ້ເສຍໝູ່ ?


– ຢ່າເຮັດໃຫ້ໝູ່ເຂົ້າໃຈຜິດແຕ່ທຳອິດ : ວິທີນີ້ເອີ້ນວ່າຕັດໄຟແຕ່ຕົ້ນລົມ ຄື ທ່າທີຂອງເຮົາຈະ ຕ້ອງຈະແຈ້ງ, ບໍ່ເຮັດໃຫ້ໝູ່ເຂົ້າໃຈ ຜິດແຕ່ທຳອິດ, ບໍ່ແມ່ນປາກບອກວ່າເປັນພຽງແຕ່ໝູ່ ແຕ່ເຜີໄປເຮັດຕາສົ້ມຕາຫວານ ບໍ່ດັ່ງນັ້ນເລື່ອງຫຍຸ້ງໆຈະຕາມມາເປັນພວງໃນ ພາຍຫລັງ. ຖ້າເຫັນທ່າວ່າບໍ່ດີ ຫລື ເບິ່ງແລ້ວເຂົາອາດເຂົ້າໃຈໄປເອງວ່າທ່ານກຳລັງມັກເຂົາ ຄົງຕ້ອງຖອຍອອກມາໃຫ້ຫ່າງຈັກກ້າວສອງກ້າວ, ຖ້າທ່ານຖອຍແລ້ວ ເຂົາກໍຈະຮູ້ເອງ ກໍຈະເປັນວິທີປະຕິເສດທີ່ອ່ອນໂຍນ ແລະ ຖະໜອມນຳ້ໃຈກັນທີ່ສຸດ.
– ສຸພາບໄວ້ : ແຕ່ຖ້າທຸກຢ່າງເບິ່ງຄືສວາຍເກີນໄປແລ້ວ ເຂົາເຂົ້າໃຈວ່າທ່ານມີໃຈ ຫລື ຢ່າງໜ້ອຍກໍແອບມັກທ່ານຢູ່ ໂດຍທີ່ ທ່ານເອງບໍ່ໄດ້ມັກເຂົາຫລາຍກ່ວາໝູ່ ມາຮອດນີ້ກໍເຖິງເວລາຕ້ອງປະຕິເສດແລ້ວ ຖ້າຕ້ອງເວົ້າປະຕິເສດ ຂໍໃຫ້ທ່ານເຮັດດ້ວຍທ່າທາງທີ່ສຸພາບ, ຍິ້ມແຍ້ມ, ບໍ່ແມ່ນຕີໜ້າໃຈຮ້າຍ, ຄຽດຊັງບູດບຶ້ງ ແບບນັ້ນມັນເກີນໄປ ເລື່ອງແບບນີ້ລົມກັນໄດ້ຢູ່ແລ້ວ (ແຕ່ຢ່າຍິ້ມຈົນເກີນເຫດ ເພາະເຂົາຈະຄິດວ່າຍິ້ມເຍາະເຍີ້ຍເຂົາ ແລ້ວເຫດການຈະເກີນເລີຍໄປຈາກນ້ອຍເປັນໃຫຍ່ໄດ້).
– ເວົ້າກົງປະເດັນ : ຈາກນັ້ນກໍເວົ້າປະຕິເສດອອກໄປ ຢ່າເສຍເວລາອ້ອມຄ້ອມໄປມາ ທ່ານອາດຈະຮູ້ສຶກລຳບາກໃຈ ທັງຍັງອາດຮູ້ສຶກຜິດ ໂດຍສະເພາະເມື່ອຄິດເຖິງໃຈເຂົາໃຈເຮົາ, ບໍ່ມີໃຜມັກການຖືກປະຕິເສດ ເພາະອາດເຮັດໃຫ້ຮູ້ສຶກຄືໂຕເອງບໍ່ມີຄ່າ ຫລື ບໍ່ເປັນທີ່ຕ້ອງການ, ແຕ່ທ່ານຕ້ອງຈື່ໄວ້ວ່າການປະຕິເສດແຕ່ມື້ນີ້ໃຫ້ເຂົາໄດ້ມີໂອກາດພົບຄົນໃໝ່ໆຍັງດີກ່ວາ ຝືນໃຈຄົບກັນໄປແລ້ວຕ້ອງມາເລີກລາກັນພາຍຫລັງ ຖ້າຄິດຈະເຮັດແນວນັ້ນ ທ່ານໝັ້ນໃຈແລ້ວບໍ່ວ່າໂຕເອງຈະມີຄວາມສຸກ ບອກໄດ້ຄຳດຽວວ່າບໍ່ມີທາງ.
– ຂອບໃຈສຳລັບຄວາມຮູ້ສຶກດີໆ, ແຕ່ …. ຖ້າຄິດບໍ່ອອກວ່າຈະເລີ່ມປະໂຫຍກແນວໃດດີ ທ່ານອາດຈະເວົ້າແບບນີ້ກໍໄດ້ (ຂອບໃຈສຳລັບຄວາມຮູ້ສຶກດີໆ, ແຕ່ຂ້ອຍບໍ່ໄດ້ຄິດກັບເຈົ້າຫລາຍໄປກ່ວາຄຳວ່າໝູ່) ສັ້ນໆງ່າຍໆເທົ່ານີ້ ແມ່ນແຕ່ເດັກນ້ອຍກໍຮູ້ວ່ານີ້ມັນປະຕິເສດກັນແນ່ນອນ, ເວົ້າອອກໄປໂດຍທ່າທາງປົກກະຕິ, ກົງໄປກົງມາ, ຢ່າໃຊ້ຄຳເວົ້າຍືດເຍື້ອທຳນອງວ່າ ຖ້າຕໍ່ໄປນີ້ທຸກຢ່າງຈະບໍ່ຄືເກົ່າ ຫລື ອື່ນໆ ເສຍເວລາອະທິບາຍລ້າໆ ກໍທ່ານຕັດສິນໃຈປະຕິເສດເຂົາແລ້ວບໍ່ແມ່ນບໍ່ ຍັງຈະມາອ້ອມຄ້ອມຫຍັງອີກ.
– ເຮົາເປັນໝູ່ກັນດີກ່ວາ (ຄິດໃຫ້ດີກ່ອນເວົ້າ) : ສ່ວນປະໂຫຍກທີ່ນິຍົມຫລາຍກໍແມ່ນເຖິງຈະບໍ່ໄດ້ເປັນແຟນ, ແຕ່ເຮົາກໍຍັງເປັນໝູ່ກັນໄດ້ ປະຕິເສດໂດຍຂໍ້ສະເໜີຂໍ້ທຳອິດ, ປ່ຽນທາງສະຖານະພາບໃຫ້ ເຊິ່ງຄວາມຈິງແລ້ວການປະຕິເສດດ້ວຍວິທີນີ້ກໍໄດ້ຜົນຢູ່ ຂໍແນະນຳວ່າຖ້າທ່ານຍັງຢາກເປັນໝູ່ກັບເຂົາຢູ່ ຈະເວົ້າໄປວ່າແນວນັ້ນກໍບໍ່ເສຍຫາຍ (ແຕ່ອາດຕ້ອງທຳໃຈວ່າເຂົາອາດບໍ່ຍອມຮັບສະຖານະພາບໃໝ່ທີ່ທ່ານສະເໜີໃຫ້) ແຕ່ຂໍຍຳ້ວ່າຖ້າທ່ານບໍ່ໄດ້ຢາກເປັນໝູ່ກັບເຂົາແທ້ໆ ບໍ່ຈຳເປັນຕ້ອງເຮັດໂຕເປັນພະເອກ, ນາງເອກກໍໄດ້ ບໍ່ຢາກກໍບໍ່ຢາກ ຈະເວົ້າຜູກມັດໂຕເອງໄປເຮັດຫຍັງ.
– ຂໍ້ຄວນລະວັງຫາກທ່ານຕ້ອງປະຕິເສດເຂົາ : ຖ້າທ່ານປະຕິເສດເຂົາໄປແລ້ວ ປົກກະຕິເຂົາຈະມີີປະຕິກິລິຍາຕອບກັບມາດັ່ງນີ້ : ຄຽດເປັນຟືນເປັນໄຟ ຫລື ເຖິງຂັ້ນດ່າພໍ່ດ່າແມ່ ຖ້າເປັນແນວນີ້ແນະນຳໃຫ້ເຮັດຫູທວນລົມ, ຄິດສາວ່າເຂົາໃຫ້ພອນ ມັນກໍເປັນພຽງແຕ່ອາລົມຄຽດພາໄປເທົ່ານັ້ນ ຫລື ຖ້າເຂົາເຮັດທ່າຈະເປັນຈະຕາຍ, ຕັດສິນໃຈໃໝ່ບໍ່ໄດ້ຫວາ ຖ້າເປັນແນວນີ້ ແນະນຳໃຫ້ໃຈແຂງໄວ້, ລູກຜູ້ຍິງ ຫລື ລູກຜູ້ຊາຍຄືເຮົາຕັດສິນໃຈແລ້ວບໍ່ປ່ຽນແປງງ່າຍໆ.