ປະທານ ສຸພານຸວົງ ນັກປະຕິວັດຜູ້ກ້າແກ່ນ
ໂດຍ: ກ້ອງສ່ອງ ອິດສະຫລະ
ຄົນເຮົາເກີດມາໃນໂລກນີ້ໄດ້ມີຫລາຍຄົນ, ຫລາຍທ່ານກາຍເປັນຜູ້ນໍາຂອງປະເທດ ໂດຍສະເພາະແມ່ນຜູ້ເປັນເຈົ້າຊີວິດ ຫລື ໃນເຊື້ອສາຍກະສັດບໍ່ມີອົງໃດທີ່ຢາກໃຫ້ຕົນເອງທຸກຂະເວດທະນາ ແລະ ເກີດເປັນຄົນໃນຊາດດຽວກໍຕ້ອງການຄວາມສຸກກ່ອນທີ່ຈະ ກ້າວໄປເຫັນຜົນປະໂຫຍດຂອງຄົນອື່ນ ຫລືວ່າ ຂອງປະເທດຊາດ, ແຕ່ສໍາລັບສະເດັດເຈົ້າສຸພານຸວົງ ເພິ່ນພັດເປັນຜູ້ໜຶ່ງທີ່ມີແນວຄິດ ແລະ ການກະທໍາແບບກົງກັນຂ້າມ ຄືຕ້ອງການໃຫ້ປະເທດຊາດມີສັນຕິພາບ, ເອກະລາດ, ອະທິປະໄຕ, ໃຫ້ປະຊາລາດຊະດອນມີສິດເສລີພາບ, ສະເໝີພາບ ຍ້ອນວ່ານັບແຕ່ມື້ເພິ່ນເກີດມາຈົນເຕີບໃຫຍ່ ບ້ານເມືອງເຮົາໄດ້ຕົກຢູ່ໃນເງື່ອນໄຂປະເທດຊາດເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງຊາດມາຮຸກຮານ.
ສະເດັດເຈົ້າສຸພານຸວົງ ເພິ່ນເປັນຄົນທີ່ມີທັກສະ ແລະ ຄວາມສາມາດແຕ່ຍັງນ້ອຍ ຄືເປັນຄົນທີ່ມີສຸຂະພາບແຂງແຮງ, ມີພອນສະຫວັນຮຽນໜັງສືເກັ່ງ, ເມື່ອເຕີບໃຫຍ່ຂຶ້ນມາກໍໄດ້ໄປຮຽນຢູ່ຕ່າງປະເທດ ຄືປະເທດຝຣັ່ງໃນສາຂາວິຊາວິສະວະກໍາຂົວທາງ, ເມື່ອຮຽນຈົບມາເພິ່ນກໍເປັນນັກວິສະວະກອນຂົວທາງ ແລະ ໄດ້ຮັບໃຊ້ພາລະກິດຂອງຊາດຕາມວິຊາສະເພາະທີ່ຮຽນຈົບມາເປັນເວລາ ຫລາຍປີສົມຄວນ. ຈາກຜົນງານອັນໂດດເດັ່ນຂອງເພິ່ນທີ່ເປັນສັນຍາລັກໃຫ້ເຮົາເຫັນຮອດປັດຈຸບັນ ກໍຄືການກໍ່ສ້າງຂົວນ້ຳໄຮຢູ່ ເມືອງພີນ ແຂວງສະຫວັນນະເຂດ ແລະ ຂົວອື່ນໆທີ່ຢູ່ຫວຽດນາມ ແລະ ກໍາປູເຈຍ ເຊິ່ງເວລານັ້ນປະເທດລາວເຮົາຍັງຂຶ້ນກັບເຄືອສະ ຫະພັນອິນດູຈີນຝຣັ່ງ. ພ້ອມດຽວກັນນັ້ນ, ໃນເວລາສຶກສາຢູ່ປະເທດຝຣັ່ງ ເພິ່ນຍັງເປັນນັກກິລາທີ່ເກັ່ງຜູ້ໜຶ່ງຂອງໂຮງຮຽນມະຫາ ວິທະຍາໄລໃນຕໍາແໜ່ງຜູ້ຮັກສາປະຕູມືໜຽວ.
ເມື່ອຖາມວ່າດ້ວຍສາເຫດໃດ ສະເດັດເຈົ້າສຸພານຸວົງ ຈຶ່ງກາຍເປັນນັກປະຕິວັດຜູ້ກ້າແກ່ນ ? ຄໍາຕອບກໍຄື ຍ້ອນປະເທດຊາດຕົກ ເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ, ປະຊາຊົນລາວທຸກຍາກລໍາບາກ, ຂາດສິດເສລິພາບ, ປະເທດຊາດບໍ່ມີເອກະລາດ ແລະ ອະທິປະໄຕ ສົມທົບກັບເພິ່ນເອງເປັນນັກກໍ່ສ້າງໄດ້ສໍາຜັດກັບສະພາບແວດລ້ອມ ເຫັນພວກລ່າເມືອງຂຶ້ນຝຣັ່ງກົດຂີ່ຂູດຮີດ ແລະ ຂົ່ມເຫັງຄົນລາວ, ພົນລະເມືອງລາວ ຈົນກາຍເປັນບໍ່ເກີດແຫ່ງອຸດົມການ ແລະ ຄວາມຄຽດແຄ້ນ. ດັ່ງຕົວຢ່າງຄັ້ງໜຶ່ງໃນເວ ລາກໍ່ສ້າງຂົວນ້ຳໄຮເຫັນນາຍຝຣັ່ງໄດ້ບັງຄັບໃຫ້ຄົນລາວພາກັນຫາມເສົາ, ບັງເອີນພາກັນຍົກບໍ່ຂຶ້ນນາຍຝຣັ່ງກໍໃຫ້ຫລຸດຈໍານວນ ຄົນຫາມລົງແລ້ວກໍບັງຄັບໃຫ້ຍົກຕໍ່, ເມື່ອຍົກບໍ່ຂຶ້ນນາຍຝຣັ່ງກໍໃຫ້ຫລຸດຈໍານວນຄົນຫາມລົງເລື້ອຍໆແທນທີ່ຈະເພີ່ມຄົນຫາມ. ເມື່ອເຫັນເປັນເຊັ່ນນັ້ນ, ສະເດັດເຈົ້າສຸພານຸວົງ ເພິ່ນກໍຍ່າງໄປຫາແລ້ວເວົ້າວ່າ: ໃຫ້ພວກເຈົ້າພາກັນອອກໝົດ ຂ້ອຍຈະເປັນຜູ້ຫາມກັບຄົນຝຣັ່ງ 2 ຄົນ. ເມື່ອໄດ້ຍິນ ແລະ ເຫັນເຊັ່ນນັ້ນນາຍຝຣັ່ງກໍຢ້ານ ແລະ ເປີດໜີອາດຫລາດ. ນີ້ຄືປາກົດການບາງຢ່າງທີ່ສະເດັດໄດ້ພົບພໍ້ ແລະ ສໍາຜັດຕົວຈິງໃນຊີວິດປະຈໍາວັນຂອງເພິ່ນເວລາຍັງເປັນນັກຂົວທາງ.
ສະເດັດເຈົ້າສຸພານຸວົງ ໄດ້ເລີ່ມເຂົ້າຮ່ວມຂະບວນການຕໍ່ສູ້ເພື່ອຮຽກຮ້ອງເອກະລາດຈາກພວກຝຣັ່ງເລີ່ມແຕ່ປີ 1945 ພາຍໃຕ້ຂະບວນການແນວລາວອິດສະຫລະ ເຊິ່ງນໍາພາໂດຍເຈົ້າເພັດຊະລາດເປັນແກນນໍາ. ຂະບວນການດັ່ງກ່າວໄດ້ດໍາເນີນໄປຢ່າງຂະບວນ
ກວ້າງຂວາງ ແລະ ຂະຫຍາຍຕົວຂຶ້ນສູ່ລະດັບສູງເລື້ອຍໆ ຈົນກ້າວຂຶ້ນມີພັກນໍາພາຍິ່ງເຮັດໃຫ້ມີການຕໍ່ສູ້ທາງດ້ານການເມືອງ ແລະ ການທະຫານໄດ້ຮັບໄຊຊະນະຢ່າງບໍ່ຢຸດຢັ້ງ. ຜ່ານຊີວິດຕົວຈິງຂອງສະເດັດທີ່ໄດ້ເຂົ້າຮ່ວມຂະບວນການປະຕິວັດຊາດ, ປະຊາທິປະໄຕ ມີຫລາຍຄັ້ງຫລາຍຫົນທີ່ເພິ່ນໄດ້ຜະເຊີນກັບສິ່ງທ້າທາຍໂດຍເອົາຊີວິດເປັນເດີມພັນ ແລະ ສະແດງເຖິງຄວາມຕັດສິນໃຈອັນໜຽວແໜ້ນຂອງເພິ່ນ. ດັ່ງຜູ້ຂຽນຍໍຍົກເອົາບາງຕອນເດັດໆມາເລົ່າສູ່ຟັງດັ່ງນີ້: ຕອນທີໜຶ່ງຝຣັ່ງເສດຕາມລ່າຈັບ ແລະ ປາບປາມຂະບວນແນວລາວອິດ
ສະລະກໍພາກັນປົບໄປຢູ່ເມືອງໄທ, ບໍ່ພໍຄາວທ່ານ ຄໍາມ້າວ ວິໄລ ຜູ້ຖືກແຕ່ງຕັ້ງເປັນນາຍົກລັດຖະບານຕໍ່ຕ້ານກໍປະກາດຍຸບລັດຖະ ບານແລ້ວອວ່າຍໜ້າກັບຄືນມາຫາຝຣັ່ງ, ແຕ່ເພິ່ນເອງບໍ່ຍອມກັບຄືນ ພ້ອມທັງນໍາພາກໍາລັງທີ່ສະໜັບສະໜູນຈໍານວນໜຶ່ງຂ້າມຂອງໜີເຂົ້າປ່າ ເພື່ອຫາຊ່ອງທາງຕໍ່ສູ້ຈົນກວ່າຈະໄດ້ຮັບໄຊຊະນະ. ຕອນທີສອງແມ່ນບັ້ນຮົບ 21 ມີນາ ໃນການຕີຕ້ານຝຣັ່ງຢູ່ເມືອງທ່າແຂກ, ເພິ່ນເອງຖືກບາດເຈັບແຕ່ກໍເອົາຕົວລອດດ້ວຍຄວາມປອດໄພ. ຕອນທີສາມແມ່ນລັດຖະບານກະຕ່າຍຈັບເຂົ້າຄຸກໂພນເຄັງເປັນເວລາ 300 ວັນກໍສາມາດແຫກຄຸກອອກໄດ້ດ້ວຍຄວາມປອດໄພ. ສ່ວນວ່າຕອນທີສີ່ນັ້ນແມ່ນເພິ່ນກັບບັນດາຜູ້ນໍາການປະຕິວັດໄດ້ນໍາພາປົດປ່ອຍປະເທດຊາດໃນປີ 1975 ແລ້ວເພິ່ນເອງກໍໄດ້ເປັນປະທານປະເທດຜູ້ທໍາອິດຂອງລາວ. ນີ້ລະເຂົາເອີ້ນວ່າເປັນຄົນດີຂອງຊາດ ແລະ ຂອງປະຊາຊົນ, ຄົນມີປັນຍາຜີບໍ່ຂ້າ, ມ້າບໍ່ຢຽບ ເຖິງຈະຕົກຢູ່ໃນສະພາບອັນຄັບຂັນກໍລະນີໃດກໍຕາມກໍສາມາດເອົາຕົວລອດ ແລະ ຕີລົບທົບໄດ້ ກາຍເປັນຍອດຄົນສົມກັບວ່າເພິ່ນເປັນນັກປະຕິວັດຜູ້ກ້າແກ່ນອີ່ຫລີ.