ຈີນຈ່າຍຄ່າປິ່ນປົວໂຄວິດ-19 ຫລາຍກວ່າ 2,8 ພັນລ້ານຢວນໃນປີ 2020


ສຳນັກຂ່າວຊິນຮົວລາຍງານວ່າ: ວັນທີ 10 ມີນາ 2021, ສຳນັກບໍລິຫານຫລັກປະກັນສຸຂະພາບແຫ່ງຊາດຈີນ (NHSA) ເປີດເຜີຍວ່າ: ຈີນໃຊ້ຈ່າຍຄ່າປິ່ນປົວທີ່ກ່ຽວຂ້ອງກັບພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ປະມານ 2,84 ພັນລ້ານຢວນ ໃນປີ 2020 ໂດຍຄ່າປິ່ນປົວ 1,63 ພັນລ້ານຢວນ ຢູ່ພາຍໃຕ້ການຄຸ້ມຄອງຈາກກອງທຶນປະກັນສຸຂະພາບຈີນ.
ລາຍງານລະບຸວ່າ: ໜ່ວຍງານປະກັນສຸຂະພາບລະດັບພາກພື້ນຂອງຈີນຈັດສັນເງິນຫລາຍກວ່າ 1,94 ໝື່ນລ້ານຢວນ ໃຫ້ສະຖາບັນປິ່ນປົວຜູ້ປ່ວຍພະຍາດໂຄວິດ-19 ທີ່ກຳນົດ ໂດຍສຳນັກງານດັ່ງກ່າວໄດ້ດຳເນີນມາດຕະການຮີບດ່ວນ ເພື່ອຮັບປະກັນວ່າຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຢ່າງທ່ວງທັນ ແລະ ບໍ່ຜະເຊີນອຸປະສັກຈາກບັນຫາການຈ່າຍເງິນ.
ນອກຈາກນັ້ນ, ສຳນັກງານດັ່ງກ່າວກຳນົດໃຫ້ອຸປະກອນການແພດ ແລະ ຢາທີ່ໃຊ້ປິ່ນປົວພະຍາດໂຄວິດ-19 ຢູ່ພາຍໃຕ້ການຄຸ້ມຄອງຂອງປະກັນສຸຂະພາບ ລວມທັງຫລຸດລາຄາການທົດລອງກົດນິວຄລີອິກ ແລະ ແອນຕິບໍດີລົງຫລາຍກວ່າ 70% ແລະ 40% ຕາມລຳດັບ.