ວັນທີ 9 ມີນາ ນະຄອນຮ່າໂນ້ຍຫວຽດນາມ ເລີ່ມສັກວັກຊີນແລ້ວ


ລາຍງານຂ່າວຈາກ ຮ່າໂນ້ຍ ຫວຽດນາມ ເມື່ອວັນທີ 9 ມີນານີ້ ໃຫ້ຮູ້ວ່າ: ນະຄອນຫຼວງ ຮ່າໂນ້ຍໄດ້ເລີ່ມສັກວັກຊີນ ຕ້ານໂຄວິດ-19 ໃຫ້ກັບເປົ້າໝາຍພະນັກງານແພດແລ້ວ. ຜູ້ທີ່ໄດ້ຮັບການສັກວັກຊີນຄົນທຳອິດ ເປີດສາກໃຫ້ຂະບວນການສັກວັກຊີນຕ້ານໂຄວິດ-19 ແມ່ນ ທ່ານໝໍ ຫງວຽນຈ໊ອງຮຶງ ຊຶ່ງເປັນທ່ານໝໍດ້ານພະຍາດອາຊີບ ທີ່ໂຮງໝໍ ແທັງຍານ. ທ່ານກ່າວວ່າ: “ຂ້າພະເຈົ້າເປັນຄົນທຳອິດສະໝັກສັກວັກຊີນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ປະສິດທິພາບຂອງວັກຊີນທີ່ໄດ້ຮັບອະນຸມັດໃຫ້ສັກໃນຄັ້ງນີ້”.
ພະນັກງານທີ່ໄດ້ຮັບສັກວັກຊີນແລ້ວ ຈະຖືກຕິດຕາມເປັນເວລາ 30 ນາທີ ແລະ ການສັກວັກຊີນໃຫ້ພະນັກງານແພດໝໍ 300 ຄົນໃນໂຮງໝໍແຫ່ງນີ້ດຳເນີນໄປເປັນເວລາໜຶ່ງຊົ່ວໂມງກວ່າ ກໍສຳເລັດເຊັດສິ້ນລົງ. ໃນນັ້ນ 30 ຄົນທີ່ໄດ້ຮັບສັກວັກຊີນ ລ້ວນແຕ່ມີສຸຂະພາບແຂງແຮງ ແລະ ສືບຕໍ່ເຮັດວຽກງານເປັນປົກກະຄິ.
ວັກຊີນໂຄວິດ-19 ທີ່ນຳມາສັກໃນຄັ້ງນີ້ ແມ່ນວັກຊີນ AstraZeneca ເປັນໜື່ງໃນ 3 ຊະນິດວັກຊີນໂຄວິດ-19 ທີ່ຖືກຮັບຮັບຮອງຈາກ ອົງການອະນາໄມໂລກ ເປັນກໍລະນີສຸກເສີນ ແລະ ໄດ້ນຳໃຊ້ຢູ່ຫຼາຍກວ່າ 50 ປະເທດ ແລະ ເຂດແຄວ້ນ ໃນໂລກ. ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການຈັດສັນໃຫ້ 8.000 ໂດສ.
ເປົ້າໝາຍທີ່ໄດ້ຮັບບູລິມະສິດສັກກ່ອນໝູ່ກໍຄືພະນັກງານແພດທີ່ເຮັດໜ້າທີ່ຄັດແຍກ, ເອົາຕົວຢ່າງ, ປິ່ນປົວຜູ້ຕິດເຊື້ອ, ຜູ້ສົງໄສຕິດ ເຊື້ອໂຄວິດ-19 ຂອງໂຮງໝໍແຫ່ງຕ່າງໆ, ພະນັກງານປະຈັນບານໃນການຕ້ານໂຄວິດ-19, ຜູ້ຕິດຕາມຄົ້ນຫາ, ກວດສອບພະຍາດ, ກຳຈັດພະຍາດ, ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນໂຄວິດ-19 ຈາກສູນການແພດໃນຄຸ້ມ, ໃນເມືອງແຫ່ງຕ່າງໆ.