ອັດຕະປືເລີ່ມສັກວັກຊິນປ້ອງກັນໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ


ໃນວັນທີ 9 ມີນາ 2021 ນີ້, ແຂວງອັດຕະປື ໄດ້ຈັດພິທີສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ໂດຍເຂົ້າຮ່ວມຂອງທ່ານ ອິນປັນ ອິນທິລາດ ຫົວໜ້າພະ ແນກສາທາລະນະສຸກແຂວງອັດຕະປື ພ້ອມດ້ວຍພະນັກງານແພດ-ໝໍເຂົ້າຮ່ວມ.
ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ມີຄໍາເຫັນວ່າ: ບຸກຄະລາກອນທີ່ເປັນກຸ່ມສ່ຽງທີ່ຈະໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທໍາອິດຄັ້ງນີ້ປະກອບມີ: ພະນັກງານແພດ-ໝໍ, ຄະນະນຳຂອງແຂວງ ແລະ ບັນດາຜູ້ໃຫ້ບໍລິຫານນັກທ່ອງທ່ຽວ, ເຈົ້າຂອງເຮືອນພັກ, ໂຮງແຮມ, ຮ້ານອາຫານ, ກຸ່ມຄົນທີ່ປະຕິບັດໜ້າທີ່ຕາມຈຸດຜ່ານແດນສາກົນຕ່າງໆ ແລະ ພາກສ່ວນອື່ນໆຕາມລໍາດັບ ທີ່ຈະໄດ້ຮັບວັກຊິນໂຄວິດ-19 ແລະ ວັກຊິນທີ່ນໍາມາສັກໃຫ້ກຸ່ມສ່ຽງກ່ອນໝູ່ຄັ້ງນີ້ເປັນວັກຊິນທີ່ລັດຖະບານລາວໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ທີ່ຜະລິດໂດຍບໍລິສັດຊີໂນຟາມ. ພ້ອມດຽວກັນນີ້ ປັດຈຸບັນລັດຖະບານລາວຍັງໄດ້ສືບຕໍ່ປະສານງານກັບອົງການສາກົນ ເພື່ອນຳວັກຊີນກັນພະຍາດໂຄວິດ-19 ເຂົ້າມາຕື່ມອີກ ເພື່ອຈະນໍາມາສັກໃຫ້ປະຊາຊົນລາວກຸ່ມຄົນອື່ນໆໃນຂັ້ນຕໍ່ໄປ ເຊິ່ງແຂວງອັດຕະປືມີເປົ້າໝາຍເບື້ອງຕົ້ນຈະໄດ້ຮັບວັກຊິນມີທັງໝົດ 4 ພັນຄົນ ແລະ ຂະບວນການສັກວັກຊິນເທື່ອນີ້ຈະເລີ່ມສັກແຕ່ວັນທີ 9-18 ມີນາ 2021 ຈຶ່ງສໍາເລັດ.