ປາຣິສ ແຊັງແຊັກແມງ ສະເໝີສັນຍາ 2 ປີ ໃຫ້ ເວນເກີ ຄຸມທີມ


ປາຣິສ ແຊັງແຊັກແມງ ຕ້ອງການໄດ້ ເວນເກີ ມາຄຸມທີມ ແທນ ອູໄນ ເອເມຣິກ ໜ້າຮ້ອນນີ້ ຂະນະທີ່ ເວນເກີ ກໍເຄີຍໃຫ້ສຳ ພາດຫລັງເກມລີກທີ່ເສຍໃຫ້ ເວສ ບຣອມວິດ ອັລບຽນ 1-3 ໃນວັນ ເສົາຜ່ານມາ ຈະເຜີຍເລື່ອງອະນາ ຄົດຂອງຕົວເອງໃນໄວໆນີ້ ທ່າມ ກາງກະແສຂ່າວວ່າກຽມຢູ່ເຮັດ ວຽກໃນ ເອມິເຣດ ສະເຕດ້ຽມ ຕໍ່ໄປ ໂດຍຫົວໜ້າບໍລິຫານໃຫ້ ເວນເກີ ເປັນຝ່າຍຕັດສິນອະນາ ຄົດຂອງຕົວເອງ ເຖິງວ່າກອງ ເຊຍສ່ວນໜຶ່ງຢາກໃຫ້ມີການ ປ່ຽນແປງຕຳແໜ່ງຜູ້ຈັດການທີມກໍຕາມ.
ດ້ານ ນາສເຊີ ອັລເຄໄລຟີ ປະທານສະໂມສອນ ປາຣິສ ແຊັງ ແຊັກແມງ ໝັ້ນໃຈວ່າ ເວນເກີ ຈະເຂົ້າມາພັດທະນາລະດັບທີມ ໃຫ້ທີມດີຂຶ້ນໄດ້ ຫລັງລະດູການ ນີ້ຄ່ອນຂ້າງຜິດຫວັງຜົນງານ ຂອງ ເອເມຣິກ ໂດຍສະເພາະ ການຕົກຮອບ 16 ທີມສຸດທ້າຍ ຢູຟາ ແຊ໊ມປຽນລີກ ຢ່າງເຫລືອ ເຊື່ອ ດ້ວຍຜົນລວມ 2 ນັດ 5-6 ທັງທີ່ນັດທຳອິດເປັນຝ່າຍຖະ ຫລົ່ມ ບາເຊໂລນາ ເຖິງ 4-0.
ຂະນະທີ່ ເວນເກີ ກໍຍັງບໍ່ຄິດ ອຳລາວົງການ ເພາະຮູ້ສືກວ່າ ຕົວເອງຍັງເຮັດວຽກຄຸມທີມໄດ້ ອີກຢ່າງໜ້ອຍ 3 ປີ