ລາວສໍາມະນາກ່ຽວກັບການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ


ໃນວັນທີ 4 ມີນານີ້ ສະຖາບັນການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ: ກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ”, ໃຫ້ກຽດເຂົ້າຮ່ວມບັນຍາຍໂດຍທ່ານ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ຊຶ່ງເປັນກອງປະຊຸມເປີດກວ້າງໃຫ້ພະນັກງານພາກລັດ ແລະ ພາກທຸລະກິດໄດ້ມີໂອກາດພົບປະໂອ້ລົມສົນທະນາ ກ່ຽວກັບສະພາບການດັ່ງກ່າວໃນປັດຈຸບັນ ຊຶ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ເພື່ອພວກເຮົາສາມາດດຶງດູດ ແລະ ຍາດແຍ່ງການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນກັບອັງກິດໃນຕໍ່ໜ້າ ແນໃສ່ເພີ່ມທະວີການຮັດແໜ້ນສາຍພົວພັນອັນດີງາມລະຫວ່າງສອງປະເທດ ລາວ ແລະ ອັງກິດ ນັບມື້ແຕກດອກອອກຜົນງອກງາມຍິ່ງຂຶ້ນ.
ທ່ານທູດໃຫ້ຮູ້ວ່າ: ສະຫະຣາຊະອານາຈັກອັງກິດ ໄດ້ປະກາດຖອນຕົວອອກຈາກສະຫະພາບເອີຣົບ ຢ່າງເປັນທາງການ ໃນວັນທີ 31 ມັງກອນ 2020 ເພື່ອສິ້ນສຸດການເປັນສະມາຊິກທີ່ມີໄລຍະຍາວນານເຖິງ 48 ປີ, ເຖິງແມ່ນວ່າການຖອນຕົວຈະມີຂຶ້ນຢ່າງເປັນທາງການແລ້ວ, ແຕ່ກໍຍັງມີຄວາມຈຳເປັນທີ່ຈະຕ້ອງໄດ້ເຈລະຈາ ເພື່ອບັນລຸຂໍ້ຕົກລົງຕ່າງໆ ຊຶ່ງໄລຍະເວລາການດຳເນີນການປ່ຽນແປງດັ່ງກ່າວ ໄດ້ເຮັດສຳເລັດໃນວັນທີ 31 ທັນວາ 2020 ຊຶ່ງການເຈລະຈາບັນລຸຂໍ້ຕົກລົງໄດ້ກວມເອົາຫລາຍບັນຫາເຊັ່ນ: ເສລີພາບໃນການເດີນທາງເຂົ້າ-ອອກປະເທດ, ການເກັບພາສີອາກອນ, ບັນຫາຄວາມໝັ້ນຄົງພາຍໃນພາກພື້ນ, ຂໍ້ຕົກລົງການຄ້າ-ການລົງທຶນ ແລະ ທິດທາງນະໂຍບາຍການຕ່າງປະເທດໃນຕໍ່ໜ້າ ເຊິ່ງມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນນີ້ເປັນຕົ້ນມາ.
ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ ແລະ ຂໍ້ຕົກລົງທີ່ກຳລັງມີຜົນບັງຄັບໃຊ້ ໄດ້ສ້າງປະກົດການໃໝ່ໃນເວທີການເມືອງ, ການຄ້າ-ການລົງທຶນ ແລະ ກຳລັງເປັນທີ່ຈັບຕາຂອງພາກພື້ນ ແລະ ສາກົນວ່າ: ການຫັນປ່ຽນດັ່ງກ່າວຈະເປັນໄປໃນທິດທາງໃດໃນອະນາຄົດ ແລະ ພ້ອມດຽວກັນ, ບັນດາປະເທດທີ່ເຄີຍເປັນຄູ່ຄ້າກັບສະຫະພາບເອີຣົບກໍຕ້ອງໄດ້ມີການເຈລະຈາປຶກສາຫາລືກັບປະເທດອັງກິດ ເພື່ອສ້າງຂໍ້ຕົກລົງການຄ້າ-ການລົງທຶນສອງຝ່າຍນຳກັນໃໝ່ ເພື່ອຕອບສະໜອງສະຖານະພາບການເປັນເອກະລາດຈາກສະຫະພາບເອີຣົບຂອງອັງກິດ.